Mar
19th

Safari 3.1​

Files under Apple | Posted by au8ust

ຮູ້ສຶກວ່າ ບໍ່ໄດ້ຂຽນບລັອກໃນ au8ust.org ມາດົນແລ້ວ ເກືອບລືມໄປເລີຍວ່າຍັງມີບລັອກນີ້ຢູ່ໃນໂລກ lol

Apple ອອກ Safari ເວີຊັນໃຫມ່ 3.1 ເຊິ່ງຖອດ Beta ອອກເປັນທີ່ຮຽບຮ້ອຍແລ້ວ ແລະກໍ່ຍັງຄົງໂມ້ມາຕະຫລອດວ່າ Safari ໄວກວ່າ Web browser ຄູ່ແຂ່ງເຖິງ 1.9 ເທົ່າ ໄວທີ່ສຸດໃນບັນດາໂປຣແກຣມທ່ອງເວັບທີ່ມີໃນຕະຫລາດປະຈຸບັນ

Safari ເປັນ Web Browser ຫຼືແປລາວວ່າໂປຣແກຣມທ່ອງເວັບ ທີ່ພັດທະນາໂດຍ Apple Inc. ແຕ່ກ່ອນມີໃຫ້ໃຊ້ແຕ່ສະເພາະ Mac OS ແຕ່ຕອນນີ້ຂະຫຍາຍຕະຫລາດມາ Microsoft Windows ນຳ ແລະເປັນ Web Browser ທີ່ໃຊ້ WebKit ເປັນໂຕ Render ຫນ້າເວັບ

Post a Comment