Mar
29th

WordPress 2.5 Officially Released

ໃນໝວດ Wordpress | ສະແດງຄວາມຄິດເຫັນ | ຄົນອ່ານ 298 ຄັ້ງ

WordPress 2.5

ຫລັງຈາກການພັດທະນາຕໍ່ເນື່ອງຍາວນານກວ່າເຄິ່ງປີ ໃນທີ່ສຸດ WordPress 2.5​ ກໍ່ອອກມາຢ່າງເປັນທາງການແລ້ວ ມີລະບົບໃຫມ່ ໆ ຢ່າງເຊັ່ນວ່າ ອັບໂຫລດຫລາຍ ໆ ໄຟລ໌ພ້ອມກັນ, ລະບົບ Gallery, one-click plugin upgrades ແລະຫນ້າ dashboard​ ທີ່ສາມາດປັບປ່ຽນໄດ້ຕາມໃຈມັກເປັນຕົ້ນ

Mar
28th

Gmail Russian

ໃນໝວດ Google | ໑ ຄວາມຄິດເຫັນ | ຄົນອ່ານ 284 ຄັ້ງ

ທີ່ມາ -  (ລືມແລ້ວ ແຕ່ມາຈາກບລັອກຫນຶ່ງໃນ Exteen.com)

Mar
25th

ສັ່ງງົດ Vista SP1 ຈົນກວ່າມັນຈະພ້ອມກວ່າເກົ່າ

ໃນໝວດ Windows | ສະແດງຄວາມຄິດເຫັນ | ຄົນອ່ານ 292 ຄັ້ງ

ແຈ້ງການຈາກຄະນະ Information Systems & Computing ຂອງມະຫາວິທະຍາໄລເພັນຊີວາເນຍ (Pennsylvania) ແນະອາຈານແລະນັກສຶກສາ ລະງັບການອັບເກຣດໄປໃຊ້ Service Pack 1 ສຳຫລັບ Windows Vista ໄວ້ຊົ່ວຄາວ ຈົນກວ່າມັນຈະໄດ້ຮັບການແກ້ໄຂ ໃຫ້ພ້ອມໃຊ້ງານຫລາຍຂຶ້ນກວ່າທີ່ເປັນ

ເຫດສືບເນື່ອງມາຈາກວ່າມີຜູ້ດາວໂຫລດແລະຕິດຕັ້ງ Service Pack 1 ຂອງ Windows Vista​ ແລ້ວພົບບັນຫາຈໍຟ້າແຫ່ງຄວາມຫາຍະນະ ລວມເຖິງການໃຊ້ຊັບພະຍາກອນທີ່ຫລາຍຂຶ້ນໃນ Service Pack​ ດັ່ງກ່າວ ທີ່ຜູ້ໃຊ້ຕ້ອງມີຄອມພິວເຕີທີ່ມີຫນ່ວຍປະມວນຜົນ ຄວາມໄວຫລາຍກວ່າ 1GHz ແລະມີຫນ່ວມຄວາມຈຳຢ່າງຫນ້ອຍ 1GB​ ຂຶ້ນໄປ

ທີ່ມາ - Pantip News

Mar
23rd

Hidden spam links in blog posts

ໃນໝວດ Talks | ສະແດງຄວາມຄິດເຫັນ | ຄົນອ່ານ 310 ຄັ້ງ

ຫລາຍມື້ກ່ອນ ເຈົ້າຂອງ Divland.com​ ເລົ່າໃຫ້ຟັງວ່າ ຢູ່ ໆ ມີ spam links ເຊື່ອງຢູ່ໃນບົດຄວາມຫນຶ່ງໃນບລັອກເພິ່ນ ແຕ່ວ່າບໍ່ເຫັນ ເພາະຖືກເຊື່ອງໄວ້ ແຕ່ພໍດີວ່າມື້ນັ້ນເພິ່ນໄປເພິ່ມ tag ໃຫ້ກັບບົດຄວາມເກົ່າ ໆ ທີ່ຂຽນຕັ້ງແຕ່ຕອນຍັງບໍ່ທັນມີລະບົບ tag ເພິ່ນກໍ່ສັງເກດເຫັນວ່າ ມີລິງກ໌ທີ່ບໍ່ໄດ້ຮັບເຊີນຖືກເຊື່ອງປົນໄວ້ ໃນເນື້ອຫາຂອງບົດຄວາມຈຳນວນຫນຶ່ງ ເຊິ່ງກໍ່ເປັນທີ່ຫນ້າແປກໃຈຫລາຍວ່າ ມັນມາໄດ້ແນວໃດ?

ມື້ນີ້ບັງເອີນວ່າ ຂ້າພະເຈົ້າມີໂອກາດໄດ້ເຂົ້າໄປອ່ານ feed​ ໃນ Google Reader​ (ຫລັງຈາກທີ່ດອງປະໄວ້ຈົນມັນສົ້ມດີແລ້ວ :P) ກໍ່ພົບສິ່ງແປກປະຫລາດທີ່ບໍ່ຄິດວ່າຈະພົບໃນບລັອກທ່ານພະນົມສິນໄດ້…

Google Reader

(more…)

Mar
22nd

digsby

ໃນໝວດ Freeware | ສະແດງຄວາມຄິດເຫັນ | ຄົນອ່ານ 282 ຄັ້ງ

ພໍດີໃນ Twitter​ ມີຄົນແນະນຳມາ

Digsby

Digsby ເປັນໂປຣແກຣມ IM​ ທີ່ລວມເອົາ IM + Email + Social Networking ສາມຢ່າງໄວ້ນຳກັນ ຄືມັນສາມາດເຊື່ອມຕໍ່ກັບ protocols ແບບ MSN, Yahoo!, Jabber, ICQ​ ແລະອື່ນ ໆ ເພື່ອລົມກັນໄດ້ຄ້າຍ ໆ Pidgin ແຕ່ວ່າມັນມີຈຸດເດັ່ນທີ່ຫນ້າຕາ ແລະການລວມເອົາໂຕກວດອີເມລ ກັບການເຊື່ອມຕໍ່ Social Network​ ມາໄວ້ນຳ (ຕອນນີ້ຮອງຮັບ Facebook, MySpace ແລະ Twitter)

Digsby

Mar
20th

Windows Vista Service Pack 1

ໃນໝວດ Microsoft | ໑ ຄວາມຄິດເຫັນ | ຄົນອ່ານ 275 ຄັ້ງ

Vista logoອອກມາເປັນທາງການແລ້ວສຳຫລັບ Service Pack 1 ຂອງ Windows Vista​ ທີ່ຫລາຍ ໆ ຄົນຖ້າມາດົນນານ ໂຟກັສຂອງ SP1​ ເນັ້ນໄປທີ່ການແກ້ໄຂຄວາມໄວ ແລະ stability ໃນການໃຊ້ງານ ລວມເຖິງຮອງຮັບອຸປະກອນຕ່າງ ໆ ໄດ້ເພີ່ມເຕີມອີກຫລາຍຂຶ້ນ ໃນເວີຊັນ Wave0 ນີ້ຈະມີ 5 ພາສາ ຄື ພາສາອັງກິດ, ຝຣັ່ງ, ເຢຍລະມັນ, ຢີ່ປຸ່ນ ແລະສະເປນ ເຊິ່ງໃນເວີຊັນ Wave1​ ຈະມີເຖິງ 36 ພາສາ ແຕ່ມີກຳຫນົດການອອກແມ່ນເດືອນເມສາຫນ້ານີ້

ສ່ວນຕົວໄດ້ລອງໃຊ້ Vista SP1​ ຮຽບຮ້ອຍແລ້ວ ຮູ້ສຶກວ່າ ຫນ້າຈະໄວຂຶ້ນ (!?) ແຕ່ວ່າມີບັນຫາກັບ WLAN ພໍສົມຄວນ ບໍ່ແນ່ໃຈວ່າເປັນນຳ Driver​ ຫຼືບໍ່

  • ດາວໂຫລດ x86 | x64
Mar
19th

Nokia Morph Concept

ໃນໝວດ Hi-Tech | ສະແດງຄວາມຄິດເຫັນ | ຄົນອ່ານ 241 ຄັ້ງ

ສຸດຍອດແຫ່ງນະວັດຕະກຳຍຸກອະນາຄົດ (ອັນແສນໄກ)

Mar
19th

Safari 3.1​

ໃນໝວດ Apple | ໑ ຄວາມຄິດເຫັນ | ຄົນອ່ານ 225 ຄັ້ງ

ຮູ້ສຶກວ່າ ບໍ່ໄດ້ຂຽນບລັອກໃນ au8ust.org ມາດົນແລ້ວ ເກືອບລືມໄປເລີຍວ່າຍັງມີບລັອກນີ້ຢູ່ໃນໂລກ lol

Apple ອອກ Safari ເວີຊັນໃຫມ່ 3.1 ເຊິ່ງຖອດ Beta ອອກເປັນທີ່ຮຽບຮ້ອຍແລ້ວ ແລະກໍ່ຍັງຄົງໂມ້ມາຕະຫລອດວ່າ Safari ໄວກວ່າ Web browser ຄູ່ແຂ່ງເຖິງ 1.9 ເທົ່າ ໄວທີ່ສຸດໃນບັນດາໂປຣແກຣມທ່ອງເວັບທີ່ມີໃນຕະຫລາດປະຈຸບັນ

Safari ເປັນ Web Browser ຫຼືແປລາວວ່າໂປຣແກຣມທ່ອງເວັບ ທີ່ພັດທະນາໂດຍ Apple Inc. ແຕ່ກ່ອນມີໃຫ້ໃຊ້ແຕ່ສະເພາະ Mac OS ແຕ່ຕອນນີ້ຂະຫຍາຍຕະຫລາດມາ Microsoft Windows ນຳ ແລະເປັນ Web Browser ທີ່ໃຊ້ WebKit ເປັນໂຕ Render ຫນ້າເວັບ