Archive

Archive for December, 2007

Windows Vista SP1 RC

December 12th, 2007

Windows Vista Service Pack 1 ເປັນສິ່ງທີ່ຜູ້ໃຊ້ Vista ຫລາຍ ໆ ຄົນລໍຄອຍມານານ ດ້ວຍເຫດອັນບໍ່ສົມປະກອບໃນ Windows Vista ທີ່ມີທັງບັນຫາຄວາມຊ້າໃນການສຳເນົາໄຟລ໌ເອກກະສານຕ່າງ ໆ ບໍ່ວ່າຈະເປັນແບບ Local ຫຼື Network ທີ່ຊ້າຈົນຮັບບໍ່ໄດ້ ແລະທັງລະບົບ UAC ທີ່ດີເກີນໄປຈົນສ້າງຄວາມລຳຄານໃຫ້ຜູ້ໃຊ້ສ່ວນໃຫຍ່ (ເຖິງຂະຫນາດຍອມສ່ຽງເພື່ອປິດມັນໄປ) ນອກຈາກນັ້ນກໍ່ຍັງມີບັນຫາຈຸກຈິກນານັບປະການ ຈົນເຮັດໃຫ້ Windows Vista SP1 ອອກມາຈົນໄດ້ ເຊິ່ງທາງ Microsoft ໄດ້ປ່ອຍໃຫ້ມີການດາວໂຫລດ RC1 ໄປທົດສອບການໃຊ້ງານເບິ່ງກ່ອນ ໂດຍໃນ Service Pack 1 ຂອງ Vista ນີ້ ໄດ້ມີການປັບປຸງຄວາມໄວໃນການສຳເນົາໄຟລ໌ຕ່າງ ໆ ໃຫ້ດີຂຶ້ນ ລວມເຖິງຫລຸດການສອບຖາມຂອງລະບົບ UAC ໃຫ້ເຫລືອນ້ອຍລົງ ນອກນັ້ນກໍ່ຍັງຮອງຮັບ IEEE 802.11n ສະບັບ Draft ອີກນຳ ສ່ວນ DirectX ກໍ່ອັບເດດເປັນ 10.1 ເປັນທີ່ຮຽບຮ້ອຍ

ລາຍລະອຽດເຕັມ ໆ ຂອງຄວາມປ່ຽນແປງໃນ Service Pack 1 ສາມາດຕິດຕາມໄດ້ໃນ changelog

ດາວໂຫລດ : Windows Vista SP1 RC x86 | Windows Vista SP1 RC x64

Microsoft , , , ,

Windows XP SP3 RC1

December 12th, 2007

Microsoft ໄດ້ອອກ Service Pack 3 Release Candidate 1 ສຳຫລັບ Windows XP ມາແລ້ວ ເຊິ່ງຄາດວ່າ Final release ຄົງຈະຕາມມາໃນໄວ ໆ ນີ້ ລາຍລະອຽດສະບັບເຕັມກ່ຽວກັບ SP3 RC1 ນີ້ອ່ານໄດ້ຈາກ White Paper ໃນເວັບຂອງໄມໂຄຣຊອຟຕ໌

Microsoft , , , ,

Microsoft Office 2007 Service Pack 1

December 12th, 2007

Service Pack ໃຫມ່ຫລ້າສຸດສຳຫລັບ Microsoft Office 2007 ຖືກປ່ອຍອອກມາໃຫ້ດາວໂຫລດໄປໃຊ້ງານກັນແລ້ວ ໃນ Service Pack ໂຕນີ້ຈະລວມອັບເດດຕ່າງ ໆ ທີ່ມີມາຕັ້ງແຕ່ອອກ Office 2007 ມາຈົນຮອດປະຈຸບັນ ລວມເຖິງບັນຫາຕ່າງ ໆ ບໍ່ວ່າຈະເປັນລະບົບຄວາມປອດໄພ ຫຼື Stability ໃນການໃຊ້ງານ ເຊິ່ງສາມາດອ່ານລາຍລະອຽດສະບັບເຕັມໄດ້ທີ່ເວັບໄຊຕ໌ຂອງໄມໂຄຣຊອຟຕ໌

Microsoft , ,

ຄວາມສາມາດໃຫມ່ໃນ Google Talk

December 2nd, 2007

ເກືອບລືມຂຽນເຖິງ Google Talk ເຊິ່ງເປັນ Chat protocol ຈາກ Google ເອົາໄວ້ລົມກັນແບບພວກ Windows Live Messenger ຫຼື Yahoo! Messenger ນັ້ນລະ ໂດຍຄວາມສາມາດໃຫມ່ທີ່ວ່ານີ້ກໍ່ຄື Group chat ສົນທະນາແບບຫລາຍ ໆ ຄົນໂດຍບໍ່ຕ້ອງເປີດຫລາຍ ໆ​ ຫນ້າຕ່າງ

ສຳຫລັບທ່ານທີ່ໃຊ້​ Gmail ກໍ່ພຽງແຕ່ຄລິກເຂົ້າລົມຄົນໃດກໍ່ໄດ້ ຈາກນັ້ນຄລິກທີ່ Options ແລ້ວເລືອກ Group Chat ແລ້ວໃສ່ຊື່ຂອງຄົນທີ່ຕ້ອງການໃຫ້ເຂົ້າຮ່ວມ

ນອກຈາກ Group Chat ແລ້ວ ຕອນນີ້ Gtalk ກໍ່ມີ Emoticons ໃຫ້ເລືອກຄລິກໄດ້ນຳ :D

ທີ່ມາ - Go2Web2

Internet , , , , , ,

Ubuntu 8.04 LTS (Hardy Heron) Alpha 1

December 2nd, 2007

ຜ່ານໄປດ໋ຽວດຽວກໍ່ອອກ Alpha ທີ່ຫນຶ່ງຂອງ Hardy Heron ອອກມາແລ້ວ ເຊິ່ງນັບເປັນເວີຊັນ 8.04 ແລະມີກຳຫນົດການປ່ອຍຢ່າງເປັນທາງການໃນເດືອນເມສາປີ 2008

ສຳຫລັບທ່ານທີ່ສົນໃຈລອງຂອງໃຫມ່ອ່ຽມ (ທີ່ຍັງບໍ່ທັນແລ້ວເທື່ອ :P ) ກໍ່ດາວໂຫລດມາລອງໄດ້ເລີຍ :D

Linux/Unix , , , ,

Mozilla Firefox v2.0.0.11

December 1st, 2007

ປະມານສີ່ຫ້າມື້ກ່ອນອອກ 2.0.0.9 ເຊິ່ງເປັນການອັບເດດລະບົບຮັກສາຄວາມປອດໄພ​ 3 ຈຸດ ແລະຕອນນີ້ກໍ່ອອກເວີຊັນ 2.0.0.11 ເພື່ອແກ້ໄຂບັ໊ກບາງຢ່າງທີ່ເຮັດໃຫ້ extensions ແລະເວັບໄຊຕ໌ບາງເວັບບໍ່ສາມາດໃຊ້ງານໄດ້ໃນເວີຊັນກ່ອນຫນ້ານີ້

ທ່ານທີ່ໃຊ້ Firefox ຢູ່ແລ້ວສາມາດອັບເດດໄດ້ໂດຍໄປທີ່ເມນູ Help > Check for Updates…

  • ດາວໂຫລດ

Windows | Mac | Linux

OpenSource