ໄລຍະຫລັງນີ້ຮູ້ສຶກວ່າອິນເຕີເນັດຂອງ ລາວໂທລະຄົມ ຈະມີບັນຫາກັບເວັບໄຊຕ໌ບາງແຫ່ງ ສົ່ງຜົນໃຫ້ເຂົ້າບໍ່ໄດ້ເປັນບາງເວັບ ເຊິ່ງຕົວຂ້າພະເຈົ້າເອງກໍ່ປະສົບບັນຫາປະມານນີ້ເຊັ່ນກັນ ລວມເຖິງທ່ານພະນົມສິນ ເພິ່ນກໍ່ບອກວ່າເຂົ້າເວັບໄຊຕ໌ຕົວເອງບໍ່ໄດ້ ແຕ່ພາຍຫລັງກໍ່ເຂົ້າໄດ້ ເມື່ອແຈ້ງໄປຫາ Host ທາງ Host ກໍ່ຕອບກັບມາວ່າອາດຈະເປັນເພາະ DNS ມີບັນຫາ ແຕ່ຂອງຂ້າພະເຈົ້ານັ້ນ ເຂົ້າ Subdomain ທີ່ສ້າງໃຫມ່ບໍ່ໄດ້ ຫຼືບາງທີ Subdomain ເກົ່າກໍ່ເຂົ້າບໍ່ໄດ້ ຫລ້າສຸດ community.au8ust.org ກໍ່ເຂົ້າບໍ່ໄດ້ ແຕ່ຄົນອື່ນທີ່ໃຊ້ເນັດບໍລິສັດອື່ນພັດວ່າເຂົ້າໄດ້ ເມື່ອປ່ຽນ DNS ແລ້ວກໍ່ເຂົ້າໄດ້ນຳເພິ່ນ
ຮູ້ສຶກວ່າຈະຂຽນສັບສົນດີ ມາເຂົ້າເລື່ອງເລີຍດີກວ່າ ມື້ນີ້ຂໍແນະນຳ OpenDNS ເຊິ່ງເປັນຜູ້ໃຫ້ບໍລິການ DNS ຟຣີແຕ່ມີຄຸນນະພາບ (ຈົນ DNS ເສຍເງິນຍັງຕ້ອງຊິດຊ້າຍ) ເຊິ່ງ OpenDNS ທີ່ວ່ານີ້ມີຄວາມສາມາດຫລັກ ໆ ກໍ່ຄື
- ອັບເດດ DNS ໄດ້ໄວ (ໄວກວ່າຂອງ ISP ຫລາຍ ໆ ບ່ອນອີກ)
- ປ້ອງກັນ Phishing ໄດ້ໃນລະດັບ DNS (ໃຊ້ຖານຂໍ້ມູນຈາກ PhishTank.com)
- ປ້ອງກັນການເຂົ້າເຖິງເວັບໄຊຕ໌ທີ່ບໍ່ຕ້ອງການໄດ້ (Domain Blocking)
- ປ້ອງກັນການເຂົ້າເຖິງເວັບໄຊຕ໌ທີ່ມີເນື້ອຫາສຳຫລັບຜູ້ໃຫຍ່ (Adult Site Blocking)
- ປ້ອງກັນການໃຊ້ງານ Proxy
- ລະບົບສະຖິຕິການໃຊ້ງານ
- ລະບົບການແກ້ຄຳຜິດ ເຊັ່ນວ່າພິມ http://au8ust.og/ ກໍ່ຈະແກ້ໃຫ້ເປັນ http://au8ust.org/ ເປັນຕົ້ນ
ສຳຫລັບລາຍລະອຽດຂອງແຕ່ລະ Feature ນັ້ນ ສາມາດອ່ານໄດ້ຈາກເວັບໄຊຕ໌ຂອງ OpenDNS
ການໃຊ້ງານ OpenDNS ນັ້ນກໍ່ບໍ່ມີຫຍັງຍາກເລີຍ ພຽງເຮັດຕາມຂັ້ນຕອນທີ່ລະບຸໃນເວັບໄຊຕ໌ OpenDNS ກໍ່ຈະສາມາດໃຊ້ງານໄດ້ທັນທີ ທີ່ສຳຄັນຄື ບໍລິການນີ້ຟຣີ!



By Duong on Dec 23, 2007 | Reply
ຂອບໃຈ, ບົດຄວາມມີປະໂຫຍດຫຼາຍ
By ພະນົມສິນ on Dec 23, 2007 | Reply
ພະຍາຍາມເຂົ້າມາອ່ານ
ແຕ່ເຂົ້າມາຍາກສົມຄວນ
ເຂົ້າໃຈເລື້ອງ DNS ຫລາຍຂຶ້ນ
By au8ust on Dec 23, 2007 | Reply
ຮູ້ສຶກວ່າມີແຕ່ຄົນໃຊ້ Opera ເຂົ້າມາຕອບ 555
By sen9y on Dec 23, 2007 | Reply
ໄດ້ຄວາມຮູ້ເພື່ມຂຶ້ນ :ຂອບໃຈ
Firefox ກໍມີເດີ້
By Defago on Dec 27, 2007 | Reply
ກຳລັງທົດລອງໃຊ້ຢູ່
ຂອບໃຈທີ່ແນະນຳເດີ້ ທ່ານ ນິນ ^^
ທ່ານຊ່າງໜ້າຮັກ ແລະ ສົດໃສ
By boudy on Dec 28, 2007 | Reply
ຄິດວ່າແກ້ໄຂແລ້ວ
ສົງໃສຍັງບໍ່ສົມບູນເທົ່າທີ່ຄວນ
http://www.doorsgroup.co.nr