Dec
21st

Internet Download Manager 5.12

Files under Shareware | Posted by au8ust

ຮູ້ສຶກວ່າບໍ່ໄດ້ລົງຂ່າວກ່ຽວກັບໂປຣແກຣມຊ່ວຍດາວໂຫລດມາດົນເຕີບແລ້ວ ມື້ນີ້ມາແນະນຳ Internet Download Manager ຫຼືທີ່ມັກເອີ້ນຊື່ຫຍໍ້ວ່າ IDM ເຊິ່ງອອກເວີຊັນໃຫມ່ມາພໍດີ ເປັນເວີຊັນ 5.12 ມີຄວາມສາມາດໃຫມ່ເພີ່ມອີກຢ່າງຫນຶ່ງຄື Speed Limiter ເອົາໄວ້ຈຳກັດຄວາມໄວໃນການດາວໂຫລດ ເພື່ອບໍ່ໃຫ້ດຶງ Bandwidth ເນັດທີ່ໃຊ້ຈົນເກີນໄປ ນອກນັ້ນກໍ່ເປັນການແກ້ໄຂບັ໊ກຕ່າງ ໆ ທີ່ມີໃນເວີຊັນກ່ອນຫນ້ານີ້

IDM ເປັນໂປຣແກຣມຊ່ວຍດາວໂຫລດທີ່ມີຄວາມສາມາດພິເສດຄື ແບ່ງໄຟລ໌ເປັນຫລາຍ ໆ​ ສ່ວນກ່ອນທຳການດາວໂຫລດມາ ແລະກໍ່ຍັງຮອງຮັບ FTP, HTTP, Firewalls, Redirects, Cookies, Authorization, MP3, MPEG video ແລ້ວກໍ່ຍັງມີຕົວເຊື່ອມກັບ Internet Explorer, Firefox, Opera, ຯລຯ ເພື່ອໃຫ້ການດາວໂຫລດນັ້ນງ່າຍດາຍຍິ່ງຂຶ້ນ ອີກທັງສຳຫລັບທ່ານໃດທີ່ໃຊ້ Modem ໃນການເຊື່ອມຕໍ່ອິນເຕີເນັດນັ້ນ ຍັງສາມາດຕັ້ງເວລາໃຫ້ເຊື່ອມຕໍ່ອິນເຕີເນັດເພື່ອດາວໂຫລດໄຟລ໌ ແລະຕັດການເຊື່ອມຕໍ່ເມື່ອດາວໂຫລດແລ້ວ ໆ


One Response to “Internet Download Manager 5.12”

  1. By pnomsin on Dec 22, 2007 | Reply

    ຫນ້າສົນໃຈ
    ເປັນໂປແກມທີ່ດີທີ່ສຸດຫລືບໍ່

Post a Comment