Dec
26th

Axandra’s Christmas SEO crossword puzzle

ໃນໝວດ Internet | ໑ ຄວາມຄິດເຫັນ | ຄົນອ່ານ 481 ຄັ້ງ

Axandra’s Christmas SEO crossword puzzle

(more…)

Dec
23rd

ກອງທັບສະຫະລັດຊື້ Mac ເພີ່ມ ອ້າງເຮັດໃຫ້ປອດໄພກວ່າເກົ່າ

ໃນໝວດ Apple | ສະແດງຄວາມຄິດເຫັນ | ຄົນອ່ານ 401 ຄັ້ງ

Forbes ລາຍງານວ່າກອງທັບສະຫະລັດກຳລັງດຳເນີນການ ນຳຄອມພິວເຕີຂອງ Apple ເຂົ້າໄປເສີມໃນະບົບ ເພື່ອທີ່ຈະເຮັດໃຫ້ການ Hack ເຂົ້າໄປໃນລະບົບນັ້ນ ຍາກກວ່າເກົ່າ

ເມື່ອປີກາຍນີ້ ລະບົບຮັກສາຄວາມປອດໄພຂອງລະບົບຄອມພິວເຕີສະຫະລັດໄດ້ຖືກ Hack ໃນເດືອນມິຖຸນາ ສົ່ງຜົນໃຫ້ຄອມພິວເຕີເຄື່ອງຫນຶ່ງໃນ Pentagon ຖືກ hack ແລະເຮັດໃຫ້ອີເມລພາຍໃນບໍ່ຊາບຈຳນວນຖືກລັກອອກມາ ນອກຈາກນີ້ ຄູ່ສັນຍາກັບກອງທັບເຊັ່ນບໍລິສັດ Boeing, Lockheed Martin, Northrop, Grumman ແລະ Raytheon ກໍ່ຖືກເຈາະເຂົ້າລະບົບເຊັ່ນກັນ

(more…)

Dec
23rd

Wii Head Tracking

ໃນໝວດ Gaming | ໑ ຄວາມຄິດເຫັນ | ຄົນອ່ານ 375 ຄັ້ງ

Dec
22nd

OpenDNS - ທາງອອກຂອງບັນຫາ DNS

ໃນໝວດ Internet | 6 ຄວາມຄິດເຫັນ | ຄົນອ່ານ 400 ຄັ້ງ

OpenDNSໄລຍະຫລັງນີ້ຮູ້ສຶກວ່າອິນເຕີເນັດຂອງ ລາວໂທລະຄົມ ຈະມີບັນຫາກັບເວັບໄຊຕ໌ບາງແຫ່ງ ສົ່ງຜົນໃຫ້ເຂົ້າບໍ່ໄດ້ເປັນບາງເວັບ ເຊິ່ງຕົວຂ້າພະເຈົ້າເອງກໍ່ປະສົບບັນຫາປະມານນີ້ເຊັ່ນກັນ ລວມເຖິງທ່ານພະນົມສິນ ເພິ່ນກໍ່ບອກວ່າເຂົ້າເວັບໄຊຕ໌ຕົວເອງບໍ່ໄດ້ ແຕ່ພາຍຫລັງກໍ່ເຂົ້າໄດ້ ເມື່ອແຈ້ງໄປຫາ Host ທາງ Host ກໍ່ຕອບກັບມາວ່າອາດຈະເປັນເພາະ DNS ມີບັນຫາ ແຕ່ຂອງຂ້າພະເຈົ້ານັ້ນ ເຂົ້າ Subdomain ທີ່ສ້າງໃຫມ່ບໍ່ໄດ້ ຫຼືບາງທີ Subdomain ເກົ່າກໍ່ເຂົ້າບໍ່ໄດ້ ຫລ້າສຸດ community.au8ust.org ກໍ່ເຂົ້າບໍ່ໄດ້ ແຕ່ຄົນອື່ນທີ່ໃຊ້ເນັດບໍລິສັດອື່ນພັດວ່າເຂົ້າໄດ້ ເມື່ອປ່ຽນ DNS ແລ້ວກໍ່ເຂົ້າໄດ້ນຳເພິ່ນ

ຮູ້ສຶກວ່າຈະຂຽນສັບສົນດີ ມາເຂົ້າເລື່ອງເລີຍດີກວ່າ ມື້ນີ້ຂໍແນະນຳ OpenDNS ເຊິ່ງເປັນຜູ້ໃຫ້ບໍລິການ DNS ຟຣີແຕ່ມີຄຸນນະພາບ (ຈົນ DNS ເສຍເງິນຍັງຕ້ອງຊິດຊ້າຍ) ເຊິ່ງ OpenDNS ທີ່ວ່ານີ້ມີຄວາມສາມາດຫລັກ ໆ ກໍ່ຄື

  • ອັບເດດ DNS ໄດ້ໄວ (ໄວກວ່າຂອງ ISP ຫລາຍ ໆ ບ່ອນອີກ)
  • ປ້ອງກັນ Phishing ໄດ້ໃນລະດັບ DNS (ໃຊ້ຖານຂໍ້ມູນຈາກ PhishTank.com)
  • ປ້ອງກັນການເຂົ້າເຖິງເວັບໄຊຕ໌ທີ່ບໍ່ຕ້ອງການໄດ້ (Domain Blocking)
  • ປ້ອງກັນການເຂົ້າເຖິງເວັບໄຊຕ໌ທີ່ມີເນື້ອຫາສຳຫລັບຜູ້ໃຫຍ່ (Adult Site Blocking)
  • ປ້ອງກັນການໃຊ້ງານ Proxy
  • ລະບົບສະຖິຕິການໃຊ້ງານ
  • ລະບົບການແກ້ຄຳຜິດ ເຊັ່ນວ່າພິມ http://au8ust.og/ ກໍ່ຈະແກ້ໃຫ້ເປັນ http://au8ust.org/ ເປັນຕົ້ນ

ສຳຫລັບລາຍລະອຽດຂອງແຕ່ລະ Feature ນັ້ນ ສາມາດອ່ານໄດ້ຈາກເວັບໄຊຕ໌ຂອງ OpenDNS

ການໃຊ້ງານ OpenDNS ນັ້ນກໍ່ບໍ່ມີຫຍັງຍາກເລີຍ ພຽງເຮັດຕາມຂັ້ນຕອນທີ່ລະບຸໃນເວັບໄຊຕ໌ OpenDNS ກໍ່ຈະສາມາດໃຊ້ງານໄດ້ທັນທີ ທີ່ສຳຄັນຄື ບໍລິການນີ້ຟຣີ!

Dec
21st

ForceWare Release 169.21 WHQL

ໃນໝວດ Driver | ສະແດງຄວາມຄິດເຫັນ | ຄົນອ່ານ 259 ຄັ້ງ

ຂ່າວສັ້ນອີກຂ່າວ ຕອນນີ້ NVIDIA ອອກ Driver ສຳຫລັບ GeForce VGA ມາອີກແລ້ວ ຮອງຮັບ GeForce 8800 GTS 512 GPU ແລ້ວຕອນນີ້ ແລະຍັງໃຊ້ໄດ້ກັບ GeForce FX, 6, 7, and 8 series GPUs ສຳຫລັບລະບົບປະຕິບັດການ Windows XP ແລະ Windows XP Media Center Edition

Dec
21st

Winamp 5.51 Build 1763

ໃນໝວດ Freeware | ສະແດງຄວາມຄິດເຫັນ | ຄົນອ່ານ 221 ຄັ້ງ

ຕັ້ງແຕ່ອອກ Winamp 5.5 ມາ ທາງ Nullsoft ກໍ່ໄດ້ມີເວີຊັນແກ້ບັ໊ກຕາມມາຢູ່ສະເຫມີ ແລະຕອນນີ້ກໍ່ມີເວີຊັນ 5.51 build 1763 ມາອີກແລ້ວ ໃນເວີຊັນນີ້ໄດ້ມີສິ່ງໃຫມ່ເພີ່ມເຕີມອີກ 5 ຢ່າງ ແລະມີການປັບປຸງແກ້ໄຂສ່ວນຕ່າງ ໆ ໃນໂປຣແກຣມອີກເປັນເກືອບຮ້ອຍຈຸດ ເບິ່ງລາຍລະອຽດດ້ານໃນ

(more…)

Dec
21st

Internet Download Manager 5.12

ໃນໝວດ Shareware | ໑ ຄວາມຄິດເຫັນ | ຄົນອ່ານ 183 ຄັ້ງ

ຮູ້ສຶກວ່າບໍ່ໄດ້ລົງຂ່າວກ່ຽວກັບໂປຣແກຣມຊ່ວຍດາວໂຫລດມາດົນເຕີບແລ້ວ ມື້ນີ້ມາແນະນຳ Internet Download Manager ຫຼືທີ່ມັກເອີ້ນຊື່ຫຍໍ້ວ່າ IDM ເຊິ່ງອອກເວີຊັນໃຫມ່ມາພໍດີ ເປັນເວີຊັນ 5.12 ມີຄວາມສາມາດໃຫມ່ເພີ່ມອີກຢ່າງຫນຶ່ງຄື Speed Limiter ເອົາໄວ້ຈຳກັດຄວາມໄວໃນການດາວໂຫລດ ເພື່ອບໍ່ໃຫ້ດຶງ Bandwidth ເນັດທີ່ໃຊ້ຈົນເກີນໄປ ນອກນັ້ນກໍ່ເປັນການແກ້ໄຂບັ໊ກຕ່າງ ໆ ທີ່ມີໃນເວີຊັນກ່ອນຫນ້ານີ້

IDM ເປັນໂປຣແກຣມຊ່ວຍດາວໂຫລດທີ່ມີຄວາມສາມາດພິເສດຄື ແບ່ງໄຟລ໌ເປັນຫລາຍ ໆ​ ສ່ວນກ່ອນທຳການດາວໂຫລດມາ ແລະກໍ່ຍັງຮອງຮັບ FTP, HTTP, Firewalls, Redirects, Cookies, Authorization, MP3, MPEG video ແລ້ວກໍ່ຍັງມີຕົວເຊື່ອມກັບ Internet Explorer, Firefox, Opera, ຯລຯ ເພື່ອໃຫ້ການດາວໂຫລດນັ້ນງ່າຍດາຍຍິ່ງຂຶ້ນ ອີກທັງສຳຫລັບທ່ານໃດທີ່ໃຊ້ Modem ໃນການເຊື່ອມຕໍ່ອິນເຕີເນັດນັ້ນ ຍັງສາມາດຕັ້ງເວລາໃຫ້ເຊື່ອມຕໍ່ອິນເຕີເນັດເພື່ອດາວໂຫລດໄຟລ໌ ແລະຕັດການເຊື່ອມຕໍ່ເມື່ອດາວໂຫລດແລ້ວ ໆ

Dec
20th

ນັກວິທະຍາສາດອິສລາເອວສ້າງຄຳພີ Bible ທີ່ນ້ອຍກວາປາຍເຂັມ

ໃນໝວດ Hi-Tech | ສະແດງຄວາມຄິດເຫັນ | ຄົນອ່ານ 169 ຄັ້ງ

bible1.jpgນັກວິທະຍາສາດຈາກສະຖາບັນ Technion ໃນປະເທດອິສລາເອວໄດ້ປະກາດວ່າ ພວກເຂົາສາມາດບັນຈຸຄຳພີໄບເບີ້ນພາສາຮິບຣູ (Hebrew) ເຊິ່ງມີຈຳນວນທັງຫມົດ 308,428 ຄຳລົງໃນ Chip ເຊິ່ງມີຂະຫນາດນ້ອຍກວ່າປາຍເຂັມໄດ້ເປັນຜົນສຳເລັດ ໂດຍຜູ້ອຳນວຍການຂອງໂຄງການນີ້ອ້າງວ່າ ຄຳພີໄບເບີ້ນທີ່ນ້ອຍທີ່ສຸດໃນໂລກ The Guinness Book of World Records ນັ້ນ ຍັງໃຫຍ່ກວ່າໄບເບີ້ນຂອງພວກເຂົາເຖິງ 50 ເທົ່າ

ແລະໂຄງການຕໍ່ໄປຂອງນັກວິທະຍາສາດກຸ່ມນີ້ຄື ຖ່າຍພາບໄບເບີ້ນຂອງພວກເຂົາ ແລ້ວຂະຫຍາຍໃຫ້ໃຫຍ່ຂຶ້ນມາເປັນຂະຫນາດ 7×7 ແມັດ ເຊິ່ງຈະເຮັດໃຫ້ຄົນທົ່ວໄປສາມາດອ່ານໄບເບີ້ນໄດ້ທັງເຫຼັ້ມດ້ວຍຕາເປົ່າ!

ທີ່ມາ - Blognone [thegrap], AFP