ໃກ້ເຂົ້າມາທຸກມື້ແລ້ວສຳຫລັບ Ubuntu 7.10 ລະຫັດ Gusty Gibbon ເຊິ່ງມີກຳຫນົດການອອກແມ່ນວັນທີ່ 17 ຕຸລາທີ່ໃກ້ຈະມາຮອດນີ້ ເຊິ່ງຕອນນີ້ທາງຜູ້ພັດທະນາກໍ່ໄດ້ປ່ອຍ Ubuntu 7.10 Release Candidate ໃຫ້ໄດ້ດາວໂຫລດໄປທົດລອງໃຊ້ງານກັນແລ້ວ ເຊິ່ງຈະເປັນ release ສຸດທ້າຍກ່ອນຕົວຈິງຈະມາ
ໃນເວີຊັນໃຫມ່ກໍ່ຈະມີຄວາມສາມາດຫລາຍຢ່າງທີ່ເພີ່ມຂຶ້ນມາຈາກ 7.04 ບໍ່ວ່າຈະເປັນ Desktop Effect ທີ່ໃຊ້ Compiz ແລະຈະເປີດໃຊ້ທັນທີຫາກວ່າລະບົບຮອງຮັບການທຳງານສາມມິຕິ ລວມໄປເຖິງລະບົບຄົ້ນຫາແບບ Desktop search ແລະ Fast user switching ເປັນຕົ້ນ
ສຳຫລັບລາຍລະອຽດເພີ່ມເຕີມສາມາດກົດອ່ານໄດ້ຈາກລິງກ໌ທີ່ມາ
ທີ່ມາ – Ubuntu.com
Ubuntu 7.10 RC ມັນແມ່ນຫຍັງ ຂ້ອຍຢາກຮູ້?
ມັນຄື Linux ໂຕຫນຶ່ງ 😀