ເລື່ອງ PageRank ເຄີຍຂຽນເທື່ອຫນຶ່ງ ດົນມາແລ້ວ ຕອນນີ້ Google ກໍ່ໄດ້ປັບ PageRank ອີກຄັ້ງຫນຶ່ງ ເຊິ່ງໃນຄັ້ງນີ້ກໍ່ມີຫລາຍ ໆ ເວັບທີ່ອັນດັບຕົກລົງໄປຫລາຍພໍສົມຄວນ –ອັນດ້ວຍເຫດເນື່ອງມາຈາກການຊື້ຂາຍລິງກ໌. ເວັບໃຫຍ່ ໆ ແບບ StatCounter.com ທີ່ເຄີຍມີ PR8 ກໍ່ຕົກລົງມາເຫລືອພຽງ PR6 ເທົ່ານັ້ນ, phpBB.com ຈາກ PR8 ກໍ່ເຫລືອພຽງ PR6
ສ່ວນເວັບຕ່າງ ໆ ໃນລາວເຮົາກໍ່ຮູ້ສຶກຈະມີການປັບປ່ຽນກັນພໍສົມຄວນ ໂດຍສະເພາະເວັບໄຊຕ໌ເກີດໃຫມ່ ຕອນນີ້ກໍ່ໄດ້ມີ PR ກັນແລ້ວ ເລີ່ມກັນທີ່ເວັບລັອກທັງຫລາຍກ່ອນ
ຕາມດ້ວຍເວັບໄຊຕ໌ທົ່ວໄປ
ສຳຫລັບທ່ານທີ່ຕ້ອງການກວດເບິ່ງ PageRank ເອງກໍ່ສາມາດກວດໄດ້ທີ່ DigPageRank.com
ຂຽນໂດຍ au8ust |
4 ຄວາມຄິດເຫັນ »
ຜ່ານໄປເຫັນມາ ເລີຍເກັບມາຝາກ ເປັນຫນ້າຕາ Login ຂອງ WordPress ມີຫລາຍສີໃຫ້ເລືອກໃຊ້

ທີ່ມາ - InfectedFX
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ຜ່ານໄປເຫັນໃນບລັອກຂອງ NDesign Studio ມາ ບລັອກນີ້ມີຜົນການສ້າງ Themes ຂອງ WordPress ມາແລ້ວສອງແບບ ແບບຫລ້າສຸດຄື iTheme ທີ່ເປັນທີ່ນິຍົມກັນພໍສົມຄວນ ພໍດີມີບົດຄວາມແນະນຳສຳຫລັບຜູ້ທີ່ຢາກອອກແບບສ້າງ Theme ຂອງ WordPress ມາໃຫ້ອ່ານ ສາມາດຕິດຕາມໄດ້ທີ່ WordPress Theme Hacks ໃນບົດຄວາມກໍ່ຈະມີ tags ຕ່າງ ໆ ທີ່ຈຳເປັນຕ້ອງໃຊ້ໃນການສ້າງ Theme ໃຫ້ໄດ້ສຶກສາກັນ
ທີ່ມາ - WebDesignerWall.com [via NDesign Studio]
ຂຽນໂດຍ au8ust |
2 ຄວາມຄິດເຫັນ »
- IT COM LAO Show 2007 ຄັ້ງທີ່ 1 ໄດ້ຈັດຂຶ້ນໃນໄລຍະວັນທີ 4-8 ເມສາ 2007 ທີ່ຜ່ານມາ ທີ່ ດອນຈັນ ພາເລດ ສ່ວນຄັ້ງທີ 2 ນັ້ນຈະໄດ້ຈັດຂຶ້ນໃນວັນທີ 14-18 ພະຈິກ 2007 ( 5 ວັນ ) ຕັ້ງແຕ່ເວລາ 10.00-21.00 ( 11 ຊົ່ວໂມງ ).
- ສະຖານທີ່: International Cooperation and Training Center ( Vientiane, Lao PDR ) ( ສະໂມສອນ ຫລັກ 5 ບ້ານໂພນພະເນົາ ວຽງຈັນ )
- ຮ່ວມສະໜັບສະໜູນໂດຍ ກະຊວງວິທະຍາສາດ ເທັກໂນໂລຢີ ແລະ ສິ່ງແວດລ້ອມ ສປປ ລາວ, TP International Co., Ltd.
- ເພື່ອເປັນການນຳສະເໜີ, ສົ່ງເສີມ, ເຜີຍແຜ່, ກະຕຸ້ນການຮຽນຮູ້ ຮ່ວມມື ທາງພາກລັດ ແລະ ເອກະຊົນ ທຸລະກິດ, ສະຖາບັນການສຶກສາ ຕ່າງໆ ທາງດ້ານ ເທັກໂນໂລຢີຢ່າງຕໍ່ເນື່ອງໃນ ສປປ ລາວ.
- ເປັນການເປີດຕົວ, ຈັດສະແດງ ຂາຍ ສິນຄ້າທາງດ້ານເທັກໂນໂລຢີໃໝ່ໆ ເຊັ່ນ : Computer, Notebook, PDA & Printer, Digital Camera, Mobile & Telecommunications, Software, Multimedia, Network & Accessories.
- ຈຸດເດັ່ນຂອງງານຈະມີ ການເປີດຕົວສິນຄ້າທາງດ້ານເທັກໂນໂລຢີໃໝ່ ໆ ຈາກແບຣນດຊັ້ນນຳ, ນາທີທອງ ລາຄາຖືກສຸດ ໆ, ການປະມູນສິນຄ້າລາຄາພິເສດ, Lucky Draw, Shock zone…
- ກຸ່ມເປົ້າໝາຍຄື ນັກຮຽນ, ນັກສຶກສາ, ຕົວແທນເຈົ້າຂອງກິດຈະການທຸລະກິດປະເພດ IT, ຜູ້ສົນໃຈເທັກໂນໂລຢີນຳສະໃໝ ຕະຫລອດຮອດປະຊາຊົນ ພົນລະເມືອງທັງພາຍໃນ ແລະ ຊາວຕ່າງປະເທດ ທົ່ວ ສປປ ລາວ.
ທີ່ມາ - Inlao.net
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ໃກ້ເຂົ້າມາທຸກມື້ແລ້ວສຳຫລັບ Ubuntu 7.10 ລະຫັດ Gusty Gibbon ເຊິ່ງມີກຳຫນົດການອອກແມ່ນວັນທີ່ 17 ຕຸລາທີ່ໃກ້ຈະມາຮອດນີ້ ເຊິ່ງຕອນນີ້ທາງຜູ້ພັດທະນາກໍ່ໄດ້ປ່ອຍ Ubuntu 7.10 Release Candidate ໃຫ້ໄດ້ດາວໂຫລດໄປທົດລອງໃຊ້ງານກັນແລ້ວ ເຊິ່ງຈະເປັນ release ສຸດທ້າຍກ່ອນຕົວຈິງຈະມາ
ໃນເວີຊັນໃຫມ່ກໍ່ຈະມີຄວາມສາມາດຫລາຍຢ່າງທີ່ເພີ່ມຂຶ້ນມາຈາກ 7.04 ບໍ່ວ່າຈະເປັນ Desktop Effect ທີ່ໃຊ້ Compiz ແລະຈະເປີດໃຊ້ທັນທີຫາກວ່າລະບົບຮອງຮັບການທຳງານສາມມິຕິ ລວມໄປເຖິງລະບົບຄົ້ນຫາແບບ Desktop search ແລະ Fast user switching ເປັນຕົ້ນ
ສຳຫລັບລາຍລະອຽດເພີ່ມເຕີມສາມາດກົດອ່ານໄດ້ຈາກລິງກ໌ທີ່ມາ
ທີ່ມາ - Ubuntu.com
ຂຽນໂດຍ au8ust |
2 ຄວາມຄິດເຫັນ »
P5E3 Deluxe/WiFi-AP ເມນບອຣ໌ດໃຫມ່ຈາກ Asus ທີ່ພ່ວງຄວາມສາມາດພິເສດມາຄື Firefox ທີ່ຝັງມາກັບລະບົບ Hardware ໂດຍກົງ ໃຊ້ຜ່ານ Embedded Linux ແຖມມີ Skype ໃຫ້ໃຊ້ພ້ອມ ນອກຈາກນັ້ນຍັງມີ Wireless ມານຳອີກ ເປີດເຄື່ອງມາກໍ່ສາມາດທ່ອງອິນເຕີເນັດໄດ້ເລີຍ ໃຊ້ເວລາເປີດປະມານ 5 ວິນາທີເທົ່ານັ້ນ ຫຼືຫາກຈະລົງ OS ອື່ນ ໆ ກໍ່ສາມາດເຮັດໄດ້ຕາມປົກກະຕິ ແຕ່ວ່າເມນບອຣ໌ດລຸ້ນນີ້ອາດຈະບໍ່ຄັກໃຈປານໃດ ດ້ວຍເຫດທີ່ລາຄາຂອງມັນສູງເຖິງ $350!
ເບິ່ງຮູບປະກອບໄດ້ຈາກເວັບທີ່ມາ
ທີ່ມາ - Crave
ຂຽນໂດຍ au8ust |
໑ ຄວາມຄິດເຫັນ »
Mac4Lin ເປັນຊຸດໂປຣແກຣມທີ່ຈະປ່ຽນຫນ້າຕາຂອງ Linux ບໍ່ວ່າຈະເປັນ Ubuntu, Debian, Red Hat, ຯລຯ ໃຫ້ເປັນຫນ້າຕາແບບຂອງ Mac OS X (ຕົວ Leopard ເລີຍ) ເຊິ່ງຕອນນີ້ກຳລັງຢູ່ໃນລະຫວ່າງການພັດທະນາຢູ່ ແລະໄດ້ອອກເວີຊັນ 0.2 ມາແລ້ວ ສາມາດດາວໂຫລດໄດ້ຈາກເວບໂຄງການເລີຍ

ຂຽນໂດຍ au8ust |
໑ ຄວາມຄິດເຫັນ »
- Flexible Upload
ປລັກອິນຕົວນີ້ຊ່ວຍໃຫ້ສາມາດຈັດການອັບໂຫລດໄຟລ໌ໃສ່ໃນໂພສຕ໌ໄດ້ງ່າຍຂຶ້ນ ມີລະບົບຫຍໍ້/ຂະຫຍາຍພາບ, ລະບົບພາບຕົວຢ່າງ, ລະບົບພິມລາຍນ້ຳ, ຮອງຮັບ Lightbox, ຮອງຮັບການອັບໂຫລດຫລາຍ ໆ ໄຟລ໌ໃນຄາວດຽວ, ຮອງຮັບຫລາຍພາສາ, ຯລຯ
- Google XML Sitemaps
ປລັກອິນສຳຫລັບສ້າງ Sitemaps ໃຫ້ກັບ blog ຂອງເຮົາ ເຊິ່ງຕົວນີ້ຮອງຮັບທັງ Google, MSN, Yahoo! ແລະ Ask.com
- WP-OpenID+
ປລັກອິນທີ່ເຮັດໃຫ້ບລັອກຂອງເຮົາສາມາດຮອງຮັບການໃຊ້ງານລະບົບ OpenID ໄດ້
ຄລິກຊື່ປລັກອິນເພື່ອໄປຫນ້າດາວໂຫລດ
ຂຽນໂດຍ au8ust |
໑ ຄວາມຄິດເຫັນ »