ມື້ນີ້ພໍດີຜ່ານໄປເຫັນໂປຣແກຣມນ້ອຍ ໆ ຕົວຫນຶ່ງທີ່ສາມາດເຮັດໃຫ້ Address bar ໃນ Windows XP ນັ້ນ ເປັນແບບໃນ Windows Vista ໄດ້ ໂດຍໂປຣແກຣມດັ່ງກ່າວມີຊື່ວ່າ QT Address Bar ເຊິ່ງເມື່ອຕິດຕັ້ງໂປຣແກຣມແລ້ວ ກໍ່ຈະສາມາດໃຊ້ງານ Address bar ແບບໃນ Windows Vista ທີ່ເອີ້ນວ່າ Breadcrumbs ດັ່ງພາບ
![]()
QT Address Bar ເປັນຟຣີແວຣ໌ທີ່ພັດທະນາໂດຍໂປຣແກຣມເມີຊາວຍີ່ປຸ່ນ ສາມາດໃຊ້ໄດ້ກັບ Windows XP ແລະຕ້ອງມີ Microsoft .NET Framework 2.0 ຕິດຕັ້ງໃນເຄື່ອງເສຍກ່ອນ ເມື່ອຕິດຕັ້ງແລ້ວ ໆ ກໍ່ Restart ແລະເຂົ້າ Explorer ຈາກນັ້ນ ຄລິກຂວາທີ່ Toolbar ເລືອກ QT Breadcrumbs Address bar ກໍ່ຈະປະກົດ Breadcrumbs ຂຶ້ນມາໃຫ້ໃຊ້ງານ ເຊິ່ງ Navigator bar ແບບນີ້ມັນສະດວກກວ່າແບບທຳມະດາຫລາຍເທົ່າຫລາຍ ຢາກໃຫ້ໄດ້ລອງໃຊ້ກັນເບິ່ງ
ທີ່ມາ - Quizo’s Software [via ghacks.net]


