ຫລັງຈາກທີ່ທາງການໄທໄດ້ທຳການ block ການເຂົ້າເຖິງເວບໄຊຕ໌ YouTube.com ເຊິ່ງເປັນເວບໄຊຕ໌ວີດິໂອລາຍໃຫຍ່ທີ່ສຸດໃນໂລກຕອນນີ້; ຜ່ານມາເປັນເວລາຫລາຍເດືອນ ໃນທີ່ສຸດກະຊວງ ICT ຂອງປະເທດໄທກໍ່ໄດ້ຍົກເລີກການສະກັດກັ້ນການເຂົ້າເຖິງ YouTube.com ໂດຍໄດ້ມີຂໍ້ຕົກລົງກັບທາງ YouTube.com ວ່າ ທາງ YouTube.com ຈະຕ້ອງກັນ IP ຈາກປະເທດໄທບໍ່ໃຫ້ສາມາດເບິ່ງຄລິບວີດິໂອທີ່ລະເມີດກົດຫມາຍຂອງປະເທດໄທໄດ້.
ການຍົກເລີກການ block ເວບ YouTube.com ຢ່າງເປັນທາງການໃນຄັ້ງນີ້ ສົ່ງຜົນໃຫ້ຜູ້ໃຊ້ບໍລິການອິນເຕີເນັດຂອງລາວໂທລະຄົມສາມາດເຂົ້າໃຊ້ງານ YouTube.com ໄດ້ຕາມປົກກະຕິແລ້ວ ເພາະວ່າ Gateway ຂອງລາວໂທລະຄົມນັ້ນແລ່ນຜ່ານປະເທດໄທ. ຫາກປະເທດໄທ block ເວບໄຊຕ໌ໃດ ໆ ກໍ່ຕາມ, ກໍ່ຈະສົ່ງຜົນໃຫ້ຜູ້ໃຊ້ບໍລິການອິນເຕີເນັດຂອງລາວໂທລະຄົມ ບໍ່ສາມາດເຂົ້າເວບໄຊຕ໌ນັ້ນ ໆ ໄດ້ນຳ.
ທີ່ມາ – The Nation [via Blognone]
มันบล็อคนานจนลืมไปแล้วว่ามี youtube อยู่ในโลกด้วย
แต่ความจริงก็เข้าผ่านทางอื่นได้ ซึ่งก็ขี้เกียจอีก
เลยไปใช้ dailymotion แทน พอแก้ขัดไปได้
เดี๋ยวนี้ ก็ไม่ค่อยได้เข้าใช้ youtube เหมือนกันอ่ะครับ มีเว็บวีดีโอ ที่ใช้เยอะแยะมากมาย ส่วนมาก หลาย ๆ อัน เร็วกว่า youtube ด้วยซ้ำไป
@wat
YouTube – ຢູ່ໃນໃຈສະເຫມີ :p
@gAAp
ເວບອື່ນມີ ແຕ່ວ່າ YouTube ມັນມີເນື້ອຫາຫລາຍກວ່າອ່ະ :-<