au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

iPhone ຖືກ Unlock ແລ້ວ

ທີມງານ iPhoneSIMfree.com ເປີດເຜີຍວ່າ ຂະນະນີ້ມືຖື iPhone ຖືກປົດລັອກເປັນທີ່ຮຽບຮ້ອຍແລ້ວ ຜູ້ໃຊ້ສາມາດໃຊ້ງານ iPhone ກັບ SIM ຈາກຜູ້ໃຫ້ບໍລິການໃດ ໆ​ ກໍ່ໄດ້ –ຈາກເດີມທີ່ທາງ Apple ຜູກຂາດໃຫ້ໃຊ້ງານໄດ້ສະເພາະກັບເຄືອຂ່າຍ AT&T.

iPhone

ທີມງານທີ່ສາມາດເຈາະລະບົບຮັກສາຄວາມປອດໄພຂອງ iPhone ອ້າງວ່າ ສາມາດໃຊ້ເວລາພຽງສອງນາທີໃນການປົດລັອກ ແລະເຮັດໃຫ້ເຄື່ອງ iPhone ສາມາດໃຊ້ງານໄດ້ຄົບທຸກ Functions ເຊັ່ນ ໂທອອກ, ໂທເຂົ້າ, ຮັບສົ່ງຂໍ້ຄວາມ, ໃຊ້ GRPS/EDGE, ລວມເຖິງໂປຣແກຣມຕ່າງ ໆ ທີ່ມີໃນເຄື່ອງເຊັ່ນ Safari, Google Map ເປັນຕົ້ນ.

ສຳຫລັບລາຍລະອຽດເພີ່ມເຕີມພ້ອມທັງວີດິໂອສາທິດ Unlocked iPhone ສາມາດເບິ່ງເພີ່ມເຕີມໄດ້ຈາກລິງກ໌ທີ່ມາ.

ທີ່ມາ – Engadget

  • ຊື້ເຄື່ອງແລ້ວ ຍິງຕ້ອງຊື້ software ອີກ ແບບນີ້ ສຶເອາຫຍິງກຶນຫນອ

  • ດີດີ

You can follow any responses to this entry through the RSS 2.0 feed.