ກະແສການໃຊ້ງານ Windows Vista ໃນບ້ານເຮົານັ້ນ ເຖິງຈະຍັງບໍ່ທັນເປັນທີ່ແຜ່ຫລາຍ ແຕ່ກໍ່ມີການໃຊ້ງານ Theme ລວມເຖິງ Icons ແລະຮູບລັກສະນະຂອງ Windows Vista ໃຫ້ເຫັນຫລາຍພໍສົມຄວນບໍ່ວ່າຈະເປັນຕາມຮ້ານອິນເຕີເນັດ ຫຼືແຜ່ນຕິດຕັ້ງ Windows XP ແບບໃຫມ່ ໆ ທີ່ຫລັງຈາກຕິດຕັ້ງແລ້ວຈະມີຮູບຮ່າງຫນ້າຕາ “ຄ້າຍ ໆ ” Windows Vista ເລີຍ (ມີຮອດ Sidebar ຢ່າງດີ)
ບັນຫາຫລັກໃຫຍ່ທີ່ເປັນທີ່ໂຈດຂານກັນໃນອັນດັບຕົ້ນ ໆ ກໍ່ຄື Hardware compatibility ຄືຄວາມເຂົ້າກັນໄດ້ກັບອຸປະກອນຕ່າງ ໆ ທີ່ມີຢູ່ແລ້ວ ບາງຄົນອາດຈະພົບວ່າ ອຸປະກອນບາງຢ່າງໃນເຄື່ອງຄອມພິວເຕີນັ້ນບໍ່ສາມາດໃຊ້ງານໄດ້ເພາະຂາດ Driver ແລະບາງທ່ານອາດຈະພົບວ່າໂປຣແກຣມຯ ທີ່ຕົນຕ້ອງໃຊ້ງານນັ້ນ ບໍ່ສາມາດໃຊ້ຮ່ວມກັນໄດ້ກັບ Windows Vista ເລີຍ ເຊິ່ງໃນຂໍ້ຫລັງນີ້ກໍ່ສ້າງບັນຫາປວດຫົວພໍສົມຄວນ ລວມເຖິງບັນດາໂປຣແກຣມ Antivirus ຕ່າງ ໆ ນຳພ້ອມ
/
ທ່ານຮູ້ຫຼືບໍ່ວ່າ BitDefender 10 ເຊິ່ງເປັນ Antivirus ທີ່ມີຜູ້ນິຍົມໃຊ້ງານກັນຫລາຍນັ້ນ ບໍ່ສາມາດໃຊ້ງານຮ່ວມກັນໄດ້ກັບ Windows Vista ໄດ້ເລີຍ ເຖິງແມ່ນວ່າ ຈະສາມາດຕິດຕັ້ງໄດ້ຕາມປົກກະຕິກໍ່ຕາມ ຫາກແຕ່ວ່າຈະພົບກັບສະຖານະການອັນຫລາກຫລາຍທີ່ເຮັດໃຫ້ລະບົບ Windows Vista ຂອງທ່ານນັ້ນ ຂາດຄວາມໝັ້ນຄົງເປັນຢ່າງຍິ່ງ ທ່ານຈະພົບບັນຫາຕ່າງ ໆ ເຊັ່ນ ລະບົບຂອງທ່ານຢຸດການຕອບສະຫນອງໂດຍບໍ່ຮູ້ສາເຫດ ແລະອາດຈະຕ້ອງໄດ້ພົບກັບ Blue Screen Of The Dead ເປັນບາງຄັ້ງຄາວອີກນຳ
ແລະໃນທັນໃດທີ່ເກີດຄວາມຄິດຈະ Uninstall ຫຼືຖອດຖອນໂປຣແກຣມ BitDefender 10 ອອກນັ້ນ ທ່ານກໍ່ຈະພົບວ່າ ມັນບໍ່ສາມາດຖືກຖອນການຕິດຕັ້ງໄດ້!!! ລະບົບການຖອນການຕິດຕັ້ງຈະສາມາດເປີດໃຊ້ງານໄດ້ ແຕ່ວ່າບໍ່ສາມາດດຳເນີນການໄດ້ຈົນເຖິງຂັ້ນສຸດທ້າຍໄດ້ເລີຍ
ຢ່າງໃດກໍ່ຕາມ ທາງບໍລິສັດຜູ້ຜະລິດ BitDefender ກໍ່ເບິ່ງຄືຈະຮູ້ເຖິງເລື່ອງນີ້ດີ ຈຶ່ງໄດ້ອອກ BitDefender Uninstall Tool ອອກມາ ເຊິ່ງເຄື່ອງມືຕົວນີ້ຈະຊ່ວຍໃຫ້ເຮົາສາມາດຖອນການຕິດຕັ້ງຂອງ BitDefender ອອກໄປໄດ້ (ໃນທີ່ສຸດ) ໂດຍສາມາດດາວໂຫລດເຄື່ອງມືຕົວນີ້ໄດ້ຈາກລິງກ໌ນີ້
welcome back.
update mai la nor… ^^ bitdefender ni bor man jer kub toh ang wa..? ^^
@Pone
ແມ່ນລະ ແຕ່ວ່າຕອນນີ້ປ່ຽນມາໃຊ້ NOD32 Trial ແທນ ຮູ້ສຶກວ່າຈະດີກວ່າ
Welcome to use NOD32 . 5555
ຕອນນີ້, ກຳລັງເັບຫົວຫນັກຍ້ອນ Window Vista ປ..ນີ້ແຫລະ, ຂ້ອຍໄດ້ທົດລອງເອົາ ມາລົງໃຊ້ເບິ່ງແລະເຫັນ
ວ່າມັນບໍ່ຄ່ອຍຄັກປານໃດເລີຍຢາກປ່ຽນໄປໃຊ້ XP ຄືເກົ່າແຕ່ວ່າມັນລົງບໍ່ໄດ້, ລົງຣອດແຕ່ຂ້ອຍຕອນມັນໄລດໄຟຕອນ
ທຳອິດໄດ້ຫນ້ອຍຫນຶ່ງ, ແລ້ວມັນມີຂໍ້ຄວາມຂຶ້ນມາບອກວ່າ”ການຕິດຕັ້ງຖືກລົບກວນ” ເອົາໄປໃຫ້ຣ້ານເຂົ້າເຈົ້າແກ້ໄຂໃຫ້
ຫມົດມື້ກະບໍ່ໄດ້, ກະວ່າວັນຈັນຊິໄປຖາມອາຈານຄັນບໍ່ໄດກະຊິໄດ້ສົ່ງເຂົ້າສູນ, ມີໃຜເຄີຍເຈີບັນຫານີ້ບໍ່ ?
@VL
ສົງໄສຕ້ອງໄດ້ Re-partition ຄືນໃຫມ່ກ່ອນ 😕
ແລ້ວຊິເຣັດແນວໃດຊິ Re-partition ມັນໄດ້ລະ ?
ดีๆๆ คับ เข้ามาทักทาย
ว่าแต่เว็บคุณภาษาไรหรอคับ
@aumja24
ພາສາລາວເດີ້ 🙂