au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

ຮ່ວມລົງປະຊາມະຕິຄັ້ງທີ່ ໑

ຫລັງຈາກທີ່ປະກາດຢ່າງເປັນທາງການສະບັບທີ່ ແລະ ຖືກສົ່ງອອກໄປແລ້ວນັ້ນ ກໍ່ເປັນເວລາກວ່າຫນຶ່ງເດືອນຜ່ານມາແລ້ວ ກໍ່ປະກົດວ່າ ບລັອກຊ່າງມາງຽບເຫງົາສົມຄວາມຄາດຫມາຍ

 

ຈຶ່ງຢາກຈະສອບຖາມບັນດາທ່ານທີ່ເຂົ້າມາຢ້ຽມຊົມບລັອກແຫ່ງນີ້ວ່າ ຕ້ອງການໃຫ້ມີການຂຽນຂ່າວກ່ຽວກັບຄອມພິວເຕີ ແລະເທັກໂນໂລຢີໃຫ້ອ່ານກັນຕໍ່ໄປບໍ່? ຫຼືຢາກຈະໃຫ້ອອກມາເປັນໄປໃນລັກສະນະໃດ?
ເຊິ່ງຄັ້ງນີ້ຖືວ່າ ເປັນການຮ່ວມສະແດງຄວາມຄິດເຫັນຢ່າງເປັນທາງການອີກຄັ້ງຫນຶ່ງ ແລະຢາກໃຫ້ຫມູ່ເພື່ອນ ອ້າຍນ້ອງ ທີ່ຮັກແພງທັງຫລາຍ ຮ່ວມສະແດງຄວາມຄິດເຫັນກັນເຂົ້າມາ ເພື່ອກຳຫນົດເສັ້ນທາງຂອງບລັອກແຫ່ງນີ້ຕໍ່ໄປ…!

 

ຈົບຂ່າວ

 

ປ.ລ. ຢ່າລືມແວະໄປທີ່ກະດານຖາມຕອບ

  • ໂອ ທ່ານ Au8ust ຖ້າທ່ນຂຽນຕໍ່ເຮົາກໍ່ຈະຄິດຕາມຕໍ່ໄປ ສະໜັບສະໜຸນຢູ່ແລ້ວຂອງຄົນລາວນະ…

    ເປັນກຳລັງໃນຕໍ່ໄປເດີ ສູ້ຯ!!!

  • ຢາກໃຫ້ຂຽນຕໍ່ໄປ, ແລ້ວຊິມາອານທຸກມື້ເລີຍ…
    ສູ້ໆ :D

  • ທ່ານ ນິນເປັນຄົນທີ່ ມີຄວາມສາມາດໃນການສ້າງ ເວປ ແລະ ທາງດ້ານ IT ຫລາຍໆ

    ຫາກຂຽນຕໍ່ໄປ ຄິດວ່າເວປຂອງທ່ານຄົງເປັນສູນກາງຂ່າວທີ່ໃຫຍ່ທີ່ສຸດໃນລາວ

    ແຕ່ຫາກ ຢຸດ ກໍ່ຄົງຢຸດເທົ່ານີ້ລະ

    ໃນາມຄິດຂອງຂ້າພະເຈົ້ານັ້ນ ຢາກໃຫ້ ທ່ານນິນຂຽນຕໍ່ໄປລະ ດີແລ້ວ

    ແຕ່ກະບັງຄັບເພີ່ນບ່ໄດ້ ຫາກເຈົ້າຂອງບໍ່ສະດວກກະຕ້ອງ ເປັນໄປຕາມຄວາມເຫມາະສົມລະນະ

    ໂອ້ດ

  • up ต่อไปแหล่ะครับ ดีแล้ว

  • ເຮັດຕໍ່ໄປ ເພື່ອເປັນສ່ວນໜື່ງໃນການແລກປ່ຽນປະສົບການນຳກັນ

    ແຕ່ທ້າຍສຸດແມ່ນຕາມຄວາມສະດວກຂອງ WEB MASTER ເພາະເລື່ອງນີ້ບັງຄັບກັນບໍ່ໄດ້

  • 1 ເຖິງທ່ານຈະຢຸດໄປ
    search engine ກໍ່ເຮັດວຽກຂອງມັນ ມັນຈະພາຄົນເຂົ້າມາ
    ບາງເວັບຂອງຂ້າພະເຈົ້າ ບໍ່ໄດ້ອັບເດດ ປະໄວ້ເສີຍໆ ຍັງຕິດອັນດັບ ສຳລັບບາງ keyword
    2 ສຳລັບແຟນໆ ທີ່ສົນໃຈເນື້ອຫາດ້ານນີ້ ແລະ ຕິດຕາມອ່ານຈາກບລັອກນີ້ ທ່ານຍັງສາມາດ ປະກາດຫາ ແຕ່ງຕັ້ງ ຜູ້ສືບຕໍ່ຂຽນ ເອົາຈາກແຟນໆ ໃນບລັອກກໍ່ໄດ້ ໂດຍແບ່ງງານກັນພາຍໃນ ແລະ ທ່ານນິນ ນັ່ງເປັນບັນນາທິການເບື້ອງຫລັງ ກຳນົດທິດທາງ ເນື້ອຫາ ກວດກາເນື້ອໃນ ແລະ ອື່ນໆ ບລັອກກໍ່ສາມາດຮັບໃຊ້ແຟນໆ ໄດ້ຕໍ່ໄປ
    3 ຄິດຮອດມັນຫລາຍ ຮັກມັນຫລາຍ ສ້າງມັນມາກັບມື ປ່ອຍໃຫ້ເປັນຮ້າງໄດ້ແນວໃດ ກໍ່ແລ້ວແຕ່ທ່ານແລ້ວລະ

  • ອ້າຍ ພະນົມສິນເວ້າສະຍິ່ງໃຫຍ່ ^^ ແຕ່ກໍ່ແມ່ນຄວາມລາວໄດ້.. ເຮັດຈິ່ງຊັ້ນກໍ່ດີຄືກັນມີເວລາໄປເຮັດແນວອື່ນ ^^

  • ກ່ອນອື່ນຫມົດ ຕ້ອງຂໍສະແດງຄວາມຂອບອົກຂອບໃຈສຳຫລັບທຸກ ໆ ຄວາມຄິດເຫັນທີ່ສະແດງກັນເຂົ້າມາ :)

    ສຳຫລັບຕອນນີ້ຄິດວ່າ ລຳພັງຕົວຂ້າພະເຈົ້າເອງຄົງຈະບໍ່ສາມາດສັນຫາຂ່າວຕ່າງ ໆ ມາລົງໄດ້ຕະຫລອດເວລາ ດັ່ງນັ້ນຈຶ່ງຢາກເຊີນຊວນຜູ້ທີ່ສົນໃຈກ່ຽວກັບຂ່າວສານ IT ມາຮ່ວມກັນຂຽນຂ່າວກັນເບິ່ງ

    ບໍ່ຮູ້ວ່າຊິເປັນໄປໄດ້ເທົ່າໃດ ແຕ່ວ່າຈະທົດລອງໄປຫລາຍ ໆ ແນວກ່ອນ ;)

  • ເຮົາກະເປັນຄົນຫນື່ງທີ່ຕິດຕາມວົງການໄອທີລາວ

  • ຕົວເອງກໍເປັນຄົນຫນື່ງທີ່ຕິດຕາມວົງການໄອທີລາວ ສູ້ໆ ເພື່ອອານາຄົດລູກຫລານລາວ

  • Pls. contineu, don’t stop. you are the best IT reporter in Laos. But if possible I suggess you find more news IT information in Laos, because some students from oversea they want to know about IT in Laos.

You can follow any responses to this entry through the RSS 2.0 feed.