ມາຕໍ່ກັນເລີຍດີກວ່າ ຕອນນີ້ເປັນຕອນສຸດທ້າຍແລ້ວ ທ່ານໃດທີ່ຍັງບໍ່ທັນໄດ້ອ່ານຕອນກ່ອນຫນ້ານີ້ ກໍ່ສາມາດກັບໄປອ່ານໄດ້ໃນ ຕອນທີ່ ໑ ແລະ ຕອນທີ່ ໒

ແທບ Blogroll ນັ້ນສາມາດໃຊ້ຈັດການກັບລິງກ໌ຕ່າງ ໆ ຂອງເຮົາໄດ້ ເຊັ່ນວ່າ ເຮົາຕ້ອງການສ້າງລິງກ໌ໄປຫາບລັອກຄົນຮູ້ຈັກ ຫຼືອາດຈະເປັນເວບໄຊຕ໌ຂອງຄົນຮູ້ຈັກກໍ່ໄດ້ ເຊິ່ງ Blogroll ນັ້ນ ສາມາດທີ່ຈະກຳຫນົດຫມວດຫມູ່ໃຫ້ໄດ້ເຊັ່ນດຽວກັໂພສຕ໌
ໃນ Blogroll ນີ້ຈະມີແທບຍ່ອຍລົງໄປອີກສອງອັນຄື Add link (ເພີ່ມລິງກ໌ຄັ້ງລະອັນ) ແລະ Import Links (ໃຊ້ໄວ້ສຳຫລັບນຳລິງກ໌ເຂົ້າມາຈຳນວນຫລາຍ ໆ ໃນຄາວດຽວ)
(more…)
ຂຽນໂດຍ au8ust |
8 ຄວາມຄິດເຫັນ »

Steve Jobs ເປີດເຜີຍໃນງານ WWDC keynote ວ່າ Safari –ໂປຣແກຣມທ່ອງເວບຂອງ Mac OS X ນັ້ນ ຈະມີເປັນ Windows version ນຳ ແລະ Jobs ຍັງອ້າງວ່າ Safari ຈະໄວກວ່າ Internet Explorer ກັບ Firefox ອີກ
ເຊິ່ງຕອນນີ້ກໍ່ສາມາດດາວໂຫລດ Public Beta ໄດ້ແລ້ວ ຕ້ອງລອງທົດສອບກັນເບິ່ງ
ທີ່ມາ - ZDNet Blog
ຂຽນໂດຍ au8ust |
2 ຄວາມຄິດເຫັນ »
ຂຽນຕໍ່ຈາກຕອນທີ່ແລ້ວ

Post slug ເປັນສ່ວນທີ່ມີຄວາມສຳຄັນຫລາຍສຳຫລັບການຂຽນບລັອກເປັນພາສາລາວ ເພາະວ່າຫາກເຮົາໃຊ້ Pretty Permalink ແລ້ວ ການໃຊ້ Post slug ຈະເປັນການຕັ້ງຊື່ URL ຂອງໂພສຕ໌ນັ້ນ ໆ ນຳ ຕົວຢ່າງວ່າ ເຮົາຕັ້ງຊື່ໂພສຕ໌ໃຫມ່ວ່າ “ການຕິດຕັ້ງ Wireless Connection ໃນ Windows Vista” ຖ້າເຮົາບໍ່ແກ້ໄຂ Post slug ກ່ອນ ພາສາລາວໃນ URL ຈະກາຍເປັນລະຫັດ UTF-8 ເຊິ່ງອ່ານບໍ່ໄດ້ ແລະບາງຄັ້ງຈະເຮັດໃຫ້ບໍ່ສາມາດເຂົ້າໄປຫນ້ານັ້ນ ໆ ໄດ້
(more…)
ຂຽນໂດຍ au8ust |
5 ຄວາມຄິດເຫັນ »
ຂ່າວສັ້ນ ໆ ຂໍລົງໄວ້ຂັ້ນເວລາ ຂະນະນີ້ Firefox 3.0 Alpha 6 Pre-release (Nightly build) ໄດ້ອອກມາແລ້ວ ໂດຍອອກຫ່າງຈາກ Gran Paradiso Alpha 5 ພຽງບໍ່ເທົ່າໃດມື້ ຫາກສົນໃຈກໍ່ລອງດາວໂຫລດໄປຫຼິ້ນເບິ່ງ
ດາວໂຫລດ: Windows, Mac OS X, Linux
ຂຽນໂດຍ au8ust |
໑ ຄວາມຄິດເຫັນ »
ເຄີຍນຳສະເຫນີໄປແລ້ວຄັ້ງຫນຶ່ງ (ອ່ານຂ່າວເກົ່າ) ກັບໂປຣແກຣມຈັດຮຽງຂໍ້ມູນໃນ Harddisk ທີ່ມີຊື່ວ່າ JkDefrag ເຊິ່ງຕອນນີ້ກໍ່ໄດ້ອອກເວີຊັນໃຫມ່ມາໃຫ້ເຮົາໃຊ້ກັນແລ້ວ ໃນເວີຊັນ 3.14 ນີ້ຍັງຄົງເປັນການແກ້ໄຂບັ໊ກຕ່າງ ໆ ຈາກ 3.8 ບໍ່ໄດ້ມີຄວາມສາມາດເພີ່ມເຕີມໃດ ໆ ເຂົ້າມາໃຫມ່ເທື່ອ ສຳຫລັບຄວາມປ່ຽນແປງທັງຫມົດ ອ່ານໄດ້ຈາກ forum ຂອງຜູ້ພັດທະນາ
ໂປຣແກຣມນີ້ເປັນ OpenSource software ມີລິກຂະສິດແບບ GNU ສາມາດນຳໃຊ້ໄດ້ຟຣີໂດຍບໍ່ເສຍຄ່າໃຊ້ຈ່າຍ ແລະຫາກທ່ານເປັນ Developer ທີ່ຕ້ອງການສຶກສາກ່ຽວກັບໂປຣແກຣມ Defragment ກໍ່ສາມາດດາວໂຫລດ Source code ມາສຶກສາໄດ້ຕາມລິງກ໌ລຸ່ມນີ້
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ເວບຜູ້ໃຫ້ບໍລິການກ່ຽວກັບການຂຽນບລັອກນັ້ນ ມີຢູ່ຫລາກຫລາຍແຫ່ງ ອາທິເຊັ່ນ WordPress.com, Blogger.com ແລະ Live Spaces ເປັນຕົ້ນ ແຕ່ວ່າໃນມື້ນີ້ ເຮົາຈະມາຮູ້ຈັກກັບ WordPress.com ກັນກ່ອນ

WordPress.com ເປັນເວບໃຫ້ບໍລິການຟຣີບລັອກທີ່ໃຊ້ລະບົບ Blog ຂອງ WordPress ເຊິ່ງມີຮູບແບບການໃຊ້ງານທີ່ງ່າຍ ບໍ່ຊັບຊ້ອນ ແຕ່ໃນຂະນະດຽວກັນກໍ່ມີຂໍ້ຈຳກັດຫລາຍ ໆ ຢ່າງເຊັ່ນວ່າ
- ບໍ່ສາມາດໃຊ້ JavaScript ໄດ້
- ບໍ່ສາມາດປັບແຕ່ງ Theme ໄດ້ຢ່າງອິດສະລະ
- ໃສ່ AdSense ບໍ່ໄດ້
- ຯລຯ
ເຫລົ່ານີ້ກໍ່ອາດເປັນບັນຫາສຳຫລັບບາງຄົນໄດ້ເຊັ່ນກັນ
ແຕ່ເຖິງຢ່າງໃດກໍ່ຕາມ WordPress.com ກໍ່ຖືວ່າເປັນບໍລິການຟຣີບລັອກທີ່ຫນ້າໃຊ້ງານອີກແຫ່ງໜຶ່ງ ເພາະວ່າ
- ໃຊ້ງານງ່າຍ ມີຕົວເລືອກບໍ່ຫຍຸ້ງຍາກຊັບຊ້ອນ
- ມີການແບ່ງບລັອກເປັນຫມວດຫມູ່ຂອງພາສາ ເຊັ່ນພາສາລາວ
- ມີ Akismet ໄວ້ປ້ອງກັນ Spam
- ມີຊຸມຊົນ Bloggers ທີ່ຫລາກຫລາຍ (ແຕ່ຕອນນີ້ພາສາລາວຍັງມີໜ້ອຍຢູ່)
- ສາມາດໃຊ້ Contact form, Slide show, YouTube Video, Guest Book, ຯລຯ ໄດ້ຢ່າງງ່າຍດາຍ
ແລະເພື່ອບໍ່ໃຫ້ເປັນການເສຍເວລາ ເຮົາມາເລີ່ມລົງທະບຽນກັບ WordPress.com ກັນເລີຍ
(more…)
ຂຽນໂດຍ au8ust |
4 ຄວາມຄິດເຫັນ »
Gutsy Gibbon ອອກມາແລ້ວ ເປັນ Alpha ຕົວທຳອິດເລີຍ ເຊິ່ງ Final release ຈະມີຂຶ້ນໃນຊ່ວງເດືອນຕຸລາປີນີ້ ເຊິ່ງໄດ້ຍິນວ່າຍັງບໍ່ມີຫຍັງປ່ຽນແປງຫລາຍ ຖ້າບໍ່ໃຈຮ້ອນກໍ່ລໍຖ້າຕົວເຕັມກ່ອນດີກວ່າ
ຂຽນໂດຍ au8ust |
6 ຄວາມຄິດເຫັນ »
Beryl ແລະ Compiz ຕ່າງກໍ່ເປັນ Window Manager ແຕ່ໄດ້ແຍກຕົວອອກຈາກກັນກ່ອນຫນ້ານີ້ ດ້ວຍເຫດຜົນແນວທາງການພັດທະນາທີ່ບໍ່ກົງກັນ ແຕ່ຕໍ່ມາກໍ່ກັບມາລວມກັນອີກຄັ້ງ ເຊິ່ງມີແຈ້ງຈາກບລັອກຂອງ Beryl ຍັງບໍ່ມີຊື່ໃຫມ່ຢ່າງເປັນທາງການເທື່ອ ແລະຈະເປີດໃຫ້ຮ່ວມໂຫວດຊື່ໄດ້ ແລະໄດ້ເປີດເວບໄຊຕ໌ໃຫມ່ຄື opencompositing.org ອອກມາພ້ອມ
ທີມງານ Beryl ຄາດວ່າອີກປະມານອາທິດຫນຶ່ງ ຄົງຈະມີລາຍລະອຽດ ກ່ຽວກັບການລວມກັນອອກມາອີກຄັ້ງ
ທີ່ມາ - Beryl Blog
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »