ມາຕໍ່ກັນເລີຍດີກວ່າ ຕອນນີ້ເປັນຕອນສຸດທ້າຍແລ້ວ ທ່ານໃດທີ່ຍັງບໍ່ທັນໄດ້ອ່ານຕອນກ່ອນຫນ້ານີ້ ກໍ່ສາມາດກັບໄປອ່ານໄດ້ໃນ ຕອນທີ່ ໑ ແລະ ຕອນທີ່ ໒
ແທບ Blogroll ນັ້ນສາມາດໃຊ້ຈັດການກັບລິງກ໌ຕ່າງ ໆ ຂອງເຮົາໄດ້ ເຊັ່ນວ່າ ເຮົາຕ້ອງການສ້າງລິງກ໌ໄປຫາບລັອກຄົນຮູ້ຈັກ ຫຼືອາດຈະເປັນເວບໄຊຕ໌ຂອງຄົນຮູ້ຈັກກໍ່ໄດ້ ເຊິ່ງ Blogroll ນັ້ນ ສາມາດທີ່ຈະກຳຫນົດຫມວດຫມູ່ໃຫ້ໄດ້ເຊັ່ນດຽວກັໂພສຕ໌
ໃນ Blogroll ນີ້ຈະມີແທບຍ່ອຍລົງໄປອີກສອງອັນຄື Add link (ເພີ່ມລິງກ໌ຄັ້ງລະອັນ) ແລະ Import Links (ໃຊ້ໄວ້ສຳຫລັບນຳລິງກ໌ເຂົ້າມາຈຳນວນຫລາຍ ໆ ໃນຄາວດຽວ)
…
ຕໍ່ມາກໍ່ຄືແທບ Manage (ຮູ້ສຶກວ່າຈະຂຽນສະລັບກັນໄປມາ -_-“) ໃນແທບນີ້ຈະມີແທບເມນູຍ່ອຍ ໆ ອີກດັ່ງນີ້
- Posts – ຈັດການໂພສຕ໌ຕ່າງ ໆ ໃນບລັອກ
- Pages – ຈັດການຫນ້າຕ່າງ ໆ ໃນບລັອກ
- Uploads – ຈັດການໄຟລ໌ຕ່າງ ໆ ທີ່ເຮົາໄດ້ອັບໂຫລດໄວ້ໃນບລັອກ
- Categories – ຈັດການຫມວດຫມູ່ຂອງໂພສຕ໌ ແລະ Blogroll
- Import – ນຳເຂົ້າໂພສຕ໌ຈາກບລັອກອື່ນ ໆ ເຊັ່ນ Blogger/Blogspot, WordPress ເປັນຕົ້ນ
- Export – ບັນທຶກຂໍ້ມູນໂພສຕ໌, ຫນ້າຕ່າງ ໆ, Blogroll ແລະຄວາມຄິດເຫັນໄວ້ເປັນໄຟລ໌ XML ເພື່ອທີ່ຈະນຳໄປໃຊ້ໃນບລັອກອື່ນ ໆ ໄດ້
…
ໃນແທບ Pages ນີ້ ຈະໃຫ້ຜູ້ໃຊ້ສາມາດສ້າງ, ລຶບ, ແກ້ໄຂ ຫນ້າຕ່າງ ໆ ທີ່ມີໃນບລັອກໄດ້
ຄຳວ່າ Pages ໃນ WordPress ມັນຈະແຕກຕ່າງກັບ Posts ຢູ່ບ່ອນວ່າ Pages ຈະເປັນ Static ຄືຢູ່ຄົງທີ່ ສ່ວນຫລາຍແລ້ວໃນ Theme ທົ່ວໄປຈະກຳຫນົດໃຫ້ເມື່ອເຮົາສ້າງຫນ້າໃດຫນຶ່ງຂຶ້ນມາແລ້ວນັ້ນ ຈະໄປຢູ່ທີ່ເມນູດ້ານເທິງ ຫຼືດ້ານຂ້າງໂດຍອັດຕະໂນມັດ ແລະຈະບໍ່ຫາຍໄປໃສ (ເບິ່ງຕົວຢ່າງໄດ້ໃນເວບ au8ust.org ຈະເຫັນວ່າມີເມນູຕ່າງ ໆ ເຊັ່ນ About me, Need-A-Font, Articles ເປັນຕົ້ນ)
ແຕ່ວ່າສຳຫລັບ Posts ນັ້ນ ເມື່ອເຮົາຂຽນໂພສຕ໌ໃຫມ່ຂຶ້ນມາ ໂພສຕ໌ກ່ອນຫນ້ານັ້ນກໍ່ຈະຖືກເລື່ອນລົງໄປເລື້ອຍ ໆ ຈົນສຸດ ແລ້ວກໍ່ໄປຕໍ່ຫນ້າໃຫມ່
ຄິດວ່າຂໍຈົບເທົ່ານີ້ດີກວ່າ ສຳຫລັບການໃຊ້ງານ WordPress.com ໃນເບື້ອງຕົ້ນ ຫາກທ່ານໃດຕ້ອງການຮູ້ ລາຍລະອຽດເພິ່ມເຕີມໃນຈຸດໃດກໍ່ຂໍກັນເຂົ້າມາໄດ້ ^_^
มาสอนทำบล้อกยังงี้ชอบ แต่แหม๊..เสียดายเราอ่านไม่ออก –‘
ຫຍັງ ຄືຟ້າວຈົບໄວແທ້
ຍັງສົນໃຈການໃຊ້ inap
ຍັງບໍ່ເຫັນກ່າວເຖິງເລີຍ
เข้ามาช่วยคลิ๊กแอด ขำๆ *-*
ໂອວວວວວວວ ຢ່າເລີຍ ບໍ່ຕ້ອງກໍ່ໄດ້ເອື້ອຍ
อ่านไม่ออก ตกลงชอบใช่ม่ะ…
ไม่ต้องครับไม่ต้อง -_-”
ถ้าจะช่วยผมว่าช่วยออนไลน์ดีกว่าครับ เพราะว่าพี่อัฐกับพี่เก่งอยากจะคุยด้วย อิอิ :)>-
🙂 ไม่ค่อยได้เล่น ว.พ. เลยเดี๋ยวนี้ เพิ่งจะลองแตะ ดู ก็โอเคดี (เพราะมีคนให้ช่วยเรื่องแก้โค้ด ให้แสดงวันเดือนปีไทย กับ ให้ตัวเลขเป็นตัวเลขไทย ใน ว.พ. น่ะ)
เฮ่อ มีปัญหาจริงๆ ด้วยอะ ใช้โน้ตบุ๊คเครื่องนี้ ทำยังไงก็อ่านฟอนต์ลาวไม่ออกสักที เซ็งอะ