ການລົງທະບຽນແລະໃຊ້ງານບລັອກກັບ WordPress.com ຕອນທີ່ ໒

Post slug ເປັນສ່ວນທີ່ມີຄວາມສຳຄັນຫລາຍສຳຫລັບການຂຽນບລັອກເປັນພາສາລາວ ເພາະວ່າຫາກເຮົາໃຊ້ Pretty Permalink ແລ້ວ ການໃຊ້ Post slug ຈະເປັນການຕັ້ງຊື່ URL ຂອງໂພສຕ໌ນັ້ນ ໆ ນຳ ຕົວຢ່າງວ່າ ເຮົາຕັ້ງຊື່ໂພສຕ໌ໃຫມ່ວ່າ “ການຕິດຕັ້ງ Wireless Connection ໃນ Windows Vista” ຖ້າເຮົາບໍ່ແກ້ໄຂ Post slug ກ່ອນ ພາສາລາວໃນ URL ຈະກາຍເປັນລະຫັດ UTF-8 ເຊິ່ງອ່ານບໍ່ໄດ້ ແລະບາງຄັ້ງຈະເຮັດໃຫ້ບໍ່ສາມາດເຂົ້າໄປຫນ້ານັ້ນ ໆ ໄດ້

ຕົວຢ່າງ URL ທີ່ບໍ່ໄດ້ແກ້ໄຂ Post slug ຈະເຫັວ່າມີລະຫັດ UTF-8 ເຕັມທາງຫລັງເລີຍ ແລະບາງທີມັນຈະຍາວໂພດຈົນເຂົ້າບໍ່ໄດ້ກໍ່ມີ ດັງນັ້ນມັນຈິ່ງເປັນເລື່ອງທີ່ສຳຄັນຫລາຍ ເວລາທີ່ຂຽນໂພສຕ໌ແລ້ວຕັ້ງຊື່ Title ເປັນພາສາລາວນັ້ນ ຈຳເປັນຈະຕ້ອງແກ້ໄຂ Post slug ພ້ອມ ເຊັ່ນວ່າ ຫາກເຮົາຕັ້ງຊື່ Title ຂອງໂພສຕ໌ວ່າ “ການຕິດຕັ້ງ Wireless Connection ໃນ Windows Vista” ເຮົາກໍ່ອາດຈະຕັ້ງ Post slug ວ່າ “installing wireless connection in windows vista” ກໍ່ໄດ້ເຊັ່ນກັນ ຫຼືບໍ່ກໍ່ຍົກເລີກການໃຊ້ງານ Pretty Permalink ອອກ (ແຕ່ໃນ WordPress.com ຍົກເລີກບໍ່ໄດ້)
…
ບາດນນີ້ກໍ່ມາເບິ່ງການປັບປ່ຽນຫນ້າຕາ ໃຫ້ກັບບລັອກຂອງເຮົາກັນ ໂດຍເມື່ອເຮົາລົງທະບຽນສຳເລັດຮຽບຮ້ອຍແລ້ວ ກໍ່ຈະໄດ້ຫນ້າຕາ ຫຼື Theme ຈືດ ໆ ເຊິ່ງຈະສາມາດປັບປ່ຽນໄດ້ໂດຍການໄປທີ່ເມນູ My Dashboard ຫຼື Site-Admin ທີ່ຢູ່ກ້ອງເມນູ Meta ທາງຂວາມືໃນ Sidebar ລຸ່ມ ໆ ຫນ້ອຍຫນຶ່ງ
ແຕ່ຫາກວ່າບໍ່ໄດ້ Login ເທື່ອມັນກໍ່ຈະຂຶ້ນວ່າ Login ແທນ ແລະຫລັງຈາກລັອກອິນແລ້ວ ກໍ່ຈະຂຶ້ນເປັນ Site Admin ແທນ
…
ເມື່ອມາຮອດຫນ້າ Dashboard ແລ້ວກໍ່ໄປທີ່ແທບ Presentation ກໍ່ຈະພົບກັບ Theme ຫລາກຫລາຍໃຫ້ເລືອກໃຊ້ງານ ກໍ່ທຳການເລື່ອນລົງໄປເລືອກຕາມໃຈມັກ ມັກອັນໃດກໍ່ຄລິກອັນນັ້ນ
…
ເມື່ອເລືອກໄດ້ແລ້ວກໍ່ຄລິກທີ່ View site ກໍ່ຈະພົບວ່າຫນ້າຕາຂອງບລັອກເຮົາປ່ຽນໄປຕາມ Theme ທີ່ໄດ້ເລືອກໄວ້ກ່ອນຫນ້ານີ້ແລ້ວ
…
ກັບມາທີ່ຫນ້າ Presentation ອີກຄັ້ງ ຈະພົບວ່າມີແທບຍ່ອຍລົງມາອີກຄື Widget, Extra ແລະ Edit CSS ເຊິ່ງເຮົາຈະມາເບິ່ງໃນສ່ວນຂອງ Widget ກັນກ່ອນ
ໃນ Theme ສ່ວນຫລາຍນັ້ນ ຈະມີ Sidebar ຫຼືເມນູດ້ານຂ້າງທີ່ຮອງຮັບການໃຊ້ງານ Widget ກັນຫມົດ ແລະມັນສະດວກຫລາຍເວລາທີ່ເຮົາຕ້ອງການປັບແຕ່ງ Sidebar ໃຫ້ເປັນໄປຕາມທີ່ເຮົາມັກ ຢ່າງເຊັ່ນວ່າ ເຮົາຕ້ອງການໃຫ້ມີ ກ່ອງຄົ້ນຫາຢູ່ເທິງສຸດກ່ອນ ຮອງລົງມາແມ່ນ ຫມວດຫມູ່ ຈາກນັ້ນໂພສຕ໌ຫລ້າສຸດ ຕາມດ້ວຍຄວາມຄິດເຫັນຫລ້າສຸດ ເຮົາກໍ່ພຽງແຕ່ລາກ Widget ມາວາງ ໆ ໄວ້ຕາມລຳດັບທີ່ຕ້ອງການເທົ່ານັ້ນ ບໍ່ຈຳເປັນຕ້ອງແກ້ HTML ເລີຍ
…
ເລື່ອນລົງມາກໍ່ຈະເຫັນ Available Widgets ກໍ່ຄື Widget ທີ່ເຮົາສາມາດເລືອກມາໃຊ້ງານໄດ້ ກໍ່ພຽງແຕ່ລາກຂຶ້ນໄປໄວ້ໃນ Sidebar ທີ່ຕ້ອງການ ຈາກນັ້ນກໍ່ກົດ Save changes ເມື່ອຈັດການຮຽບຮ້ອຍແລ້ວ
…
ໃນເມນູ Extras ຈະມີຕົວເລືອກສະເພາະໃຫ້ ຂຶ້ນກັບ Theme ວ່າຈະມີແບບໃດແດ່ ບາງ Theme ກໍ່ສາມາດເລືອກປ່ຽນຮູບທາງເທິງໄດ້ ບາງ Theme ກໍ່ເລືອກປ່ຽນສີ Header ໄດ້ເປັນຕົ້ນ ແຕ່ວ່າຈະມີຕົວເລືອກຫນຶ່ງທີ່ມີກັນທຸກ Theme ເລີຍກໍ່ຄື Snap Preview Anywhere
Snap Preview Anywhere ໃຊ້ໄວ້ເວລາທີ່ເຮົາເອົາເມົ້າສ໌ໄປວາງໄວ້ເທິງລິງກ໌ໃດຫນຶ່ງ ແລ້ວມັນຈະສະແດງຕົວຢ່າງໃຫ້ເບິ່ງວ່າຫນ້າຕາຂອງຫນ້າທີ່ລິງກ໌ໄປຫານັ້ນ ມີລັກສະນະເປັນແນວໃດ
ຈະຂໍກ່າວຂ້າມແທບ Edit CSS ເລີຍເພາະວ່າບໍ່ສາມາດແກ້ໄຂໄດ້ ຖ້າຕ້ອງການແກ້ໄຂກໍ່ຕ້ອງເສຍເງິນກ່ອນ ກໍ່ເລີຍຈະພາມາເບິ່ງແທບ Options ແທນກໍ່ແລ້ວກັນ ເຊິ່ງໃນແທບ Options ກໍ່ຈະມີແທບຍ່ອຍ ໆ ອີກ 8 ແທບຄື
- General
- Writing
- Reading Discussion Privacy
- Delete Blog
- OpenID
- Domains
ແທບ General ຈະມີຕົວເລືອກສຳຫລັບການປັບແຕ່ງຊື່ຂອງບລັອກ, Tagline ແລະພາສາ ແລະຍັງສາມາດລະບຸໄດ້ວ່າ ຕ້ອງການໃຫ້ສະເພາະຜູ້ທີ່ເປັນສະມາຊິກເທົ່ານັ້ນ ທີ່ຈະສາມາດສະແດງຄວາມຄິດເຫັນໄດ້ ລວມເຖິງປ່ຽນ email address ໄດ້ໃນຫນ້ານີ້
ແທບ Writing Options ຈະມີຕົວເລືອກກ່ຽວກັບຂະຫນາດຂອງກ່ອງຂຽນຂໍ້ຄວາມໃນຫນ້າໂພສຕ໌ ເຊິ່ງສາມາດກຳຫນົດໄດ້ວ່າຈະໃຫ້ມີຂະຫນາດໃຫຍ່ເທົ່າໃດ (ປະມານ 25 ກຳລັງດີ) ນອກນັ້ນກໍ່ບໍ່ມີຫຍັງຫລາຍ ເລືອກຕາມໃຈແລ້ວກໍ່ Update Options ໄດ້ເລີຍ
ມາແທບ Discussion ເຊິ່ງຈະມີຕົວເລືອກຫລາຍພໍສົມຄວນ ໃນຫນ້າຈະເປັນການກຳຫນົດການໃຊ້ງານຄວາມຄິດເຫັນ ໂດຍຈະລະບຸໄດ້ວ່າຕ້ອງການໃຫ້ມີ Ping ແລະຮັບ Pingback/Trackback ຈາກບລັອກອື່ນບໍ່ ລວມເຖິງແຈ້ງເຕືອນຫາກມີຄົນມາສະແດງຄວາມຄິດເຫັນ ຫຼືວ່າຖ້າໃຫ້ໄປ approve ຄວາມຄິດເຫັນ ນອກຈາກນັ້ນຍັງກຳຫນົດໄດ້ວ່າກ່ອນຫນ້າທີ່ຈະໃຫ້ສະແດງຄວາມຄິດເຫັນໄດ້ນັ້ນ ຈະຕ້ອງມີເງື່ອນໄຂແນວໃດແດ່ ເຊັ່ນວ່າຕ້ອງໃຫ້ເຈົ້າຂອງບລັອກກວດສອຍບກ່ອນສະເຫມີ, ຕ້ອງໃສ່ຊື່ແລະອີເມລສະເຫມີ, ຕ້ອງເຄີຍຖືກກວດສອບມາກ່ອນແລ້ວ ເປັນຕົ້ນ




Techible.com
12 Jun, 2007
เพิ่งแก้ post slug เสร็จ
นี่ถ้าคุณน้องไม่บอกก็คงโง่ไปอีกนาน
Techible.com
12 Jun, 2007
อ่านไม่ออกหรอกค่ะ ดูรูปกะภาาาอังกฤษแล้วก้อ.. เดาเอา
pnomsin
12 Jun, 2007
ຂອບໃຈສຳລັບຄວາມຮູ້ ກ່ຽວກັບ post slug