ເວບຜູ້ໃຫ້ບໍລິການກ່ຽວກັບການຂຽນບລັອກນັ້ນ ມີຢູ່ຫລາກຫລາຍແຫ່ງ ອາທິເຊັ່ນ WordPress.com, Blogger.com ແລະ Live Spaces ເປັນຕົ້ນ ແຕ່ວ່າໃນມື້ນີ້ ເຮົາຈະມາຮູ້ຈັກກັບ WordPress.com ກັນກ່ອນ

WordPress.com ເປັນເວບໃຫ້ບໍລິການຟຣີບລັອກທີ່ໃຊ້ລະບົບ Blog ຂອງ WordPress ເຊິ່ງມີຮູບແບບການໃຊ້ງານທີ່ງ່າຍ ບໍ່ຊັບຊ້ອນ ແຕ່ໃນຂະນະດຽວກັນກໍ່ມີຂໍ້ຈຳກັດຫລາຍ ໆ ຢ່າງເຊັ່ນວ່າ
- ບໍ່ສາມາດໃຊ້ JavaScript ໄດ້
- ບໍ່ສາມາດປັບແຕ່ງ Theme ໄດ້ຢ່າງອິດສະລະ
- ໃສ່ AdSense ບໍ່ໄດ້
- ຯລຯ
ເຫລົ່ານີ້ກໍ່ອາດເປັນບັນຫາສຳຫລັບບາງຄົນໄດ້ເຊັ່ນກັນ
ແຕ່ເຖິງຢ່າງໃດກໍ່ຕາມ WordPress.com ກໍ່ຖືວ່າເປັນບໍລິການຟຣີບລັອກທີ່ຫນ້າໃຊ້ງານອີກແຫ່ງໜຶ່ງ ເພາະວ່າ
- ໃຊ້ງານງ່າຍ ມີຕົວເລືອກບໍ່ຫຍຸ້ງຍາກຊັບຊ້ອນ
- ມີການແບ່ງບລັອກເປັນຫມວດຫມູ່ຂອງພາສາ ເຊັ່ນພາສາລາວ
- ມີ Akismet ໄວ້ປ້ອງກັນ Spam
- ມີຊຸມຊົນ Bloggers ທີ່ຫລາກຫລາຍ (ແຕ່ຕອນນີ້ພາສາລາວຍັງມີໜ້ອຍຢູ່)
- ສາມາດໃຊ້ Contact form, Slide show, YouTube Video, Guest Book, ຯລຯ ໄດ້ຢ່າງງ່າຍດາຍ
ແລະເພື່ອບໍ່ໃຫ້ເປັນການເສຍເວລາ ເຮົາມາເລີ່ມລົງທະບຽນກັບ WordPress.com ກັນເລີຍ
ກ່ອນອື່ນເປີດເວບໄປທີ່ http://www.wordpress.com/
...

ແລ້ວກໍ່ຄລິກໄປທີ່ Start your WordPress blog
...
ກໍ່ຈະພົບກັບຫນ້າທີ່ໃຫ້ໃສ່ລາຍລະອຽດຕ່າງ ໆ ເຊັ່ນ ຊື່ຜູ້ໃຊ້ງານ, ອີເມລ ແລະການຍອມຮັບຂໍ້ຕົກລົງໃນການໃຊ້ງານ ກໍ່ໃສ່ໃຫ້ຄົບຖ້ວນແລ້ວເລືອກ Next ເພື່ອດຳເນີນຕໍ່ໄປ
...
ຈາກນັ້ນ ກໍ່ຈະໃຫ້ເຮົາໃສ່ຊື່ຂອງ URI ລວມເຖິງຊື່ບລັອກ ແລະພາສາທີ່ຕ້ອງການ ແລ້ວກໍ່ຍັງມີໃຫ້ເລືອກວ່າ ຕ້ອງການຈະໃຫ້ບລັອກຂອງເຮົານັ້ນ ປະກົດໃນເວບຄົ້ນຫາຕ່າງ ໆ ເຊັ່ນ Google ຫຼືບໍ່ ເມື່ອເລືອກແລ້ວ ໆ ກໍ່ຄລິກທີ່ Signup
...
ລະບົບຈະແຈ້ງວ່າ ໄດ້ສົ່ງອີເມລໄປໃຫ້ທີ່ຢູ່ເມລທີ່ເຮົາລະບຸໄວ້ກ່ອນຫນ້ານີ້ແລ້ວ ໂດຍຈະມີລາຍລະອຽດກ່ຽວກັບ URI, ຊື່ຜູ້ໃຊ້ງານ ແລະທີ່ສຳຄັນຄືລິງກ໌ສຳຫລັບ Activate ເຊິ່ງຈຳເປັນຫລາຍ ຕ້ອງຄລິກລິງກ໌ນັ້ນກ່ອນ ເພື່ອເປີດໃຊ້ງານບລັອກ ເມື່ອຄລິກເຂົ້າໄປແລ້ວ ກໍ່ຈະພົບກັບຫນ້າທີ່ມີລາຍລະອຽດຂອງຊື່ຜູ້ໃຊ້ງານ ແລະລະຫັດຜ່ານ ກໍ່ຈື່ໄວ້ ເພາະຕ້ອງໄດ້ໃຊ້ອີກ ແລ້ວກໍ່ຄລິກ Login ຕໍ່ໄປ
ນອກຈາກນັ້ນ ໃນຫນ້ານີ້ຍັງຈະໃຫ້ເຮົາໃສ່ຊື່ນາມສະກຸນ ແລະຂຽນກ່ຽວກັບຕົວເອງອີກເລັກນ້ອຍ ຖ້າບໍ່ຕ້ອງການໃສ່ກໍ່ຂ້າມ ໆ ໄປໄດ້ ຫຼືຫາກຕ້ອງການໃສ່ ກໍ່ຂຽນໃຫ້ຮຽບຮ້ອຍແລ້ວຄລິກທີ່ Save Profile
...
ຫນ້າ Login ຈະໃຫ້ເຮົາໃສ່ຊື່ຜູ້ໃຊ້ງານ ພ້ອມລະຫັດຜ່ານ ແລະສາມາດເລືອກໄດ້ວ່າຕ້ອງການໃຫ້ລະບົບຈົດຈຳເຮົາໄວ້ ເພື່ອທີ່ຄັ້ງຕໍ່ໄປບໍ່ຕ້ອງໃສ່ຊື່ແລະລະຫັດອີກ ເມື່ອໃສ່ແລ້ວກໍ່ຄລິກ Login
...
ຫລັງຈາກທີ່ Login ແລ້ວ ເຮົາກໍ່ຈະພົບກັບຫນ້າບລັອກໃຫມ່ອ່ຽມທີ່ເກືອບຈະບໍ່ມີຫຍັງເລີຍ (ແຖມຍັງຈືດແສນຈືດ)
ຮອດຕອນນີ້ກໍ່ໄປປັບແຕ່ງບລັອກເຮົາກັນກ່ອນດີກວ່າ ໂດຍເຂົ້າໄປທີ່ເມນູ Site Admin ກ້ອງ Meta
...
ໃນຫນ້າ Admin ຫຼືທີ່ເອີ້ນກັນວ່າ Dashboard ນັ້ນ ເຮົາຈະພົບລາຍລະອຽດຕ່າງ ໆ ລວມເຖິງເມນູການເຂົ້າເຖິງການປັບແຕ່ງຕ່າງ ໆ ໃນບລັອກ ເຊິ່ງຈະແບ່ງເປັນສ່ວນຕ່າງ ໆ ດັ່ງນີ້
- Dashboard - ຫນ້າທຳອິດຂອງ Site Admin ເຊິ່ງມີລາຍລະອຽດຕ່າງ ໆ ຂອງເຮົາເຊັ່ນໂພສຕ໌ & ຄວາມຄິດເຫັນຫລ້າສຸດ, ຂ່າວຕ່າງ ໆ ຈາກ WordPress.com, ໂພສຕ໌ທີ່ໄດ້ຮັບຄວາມນິຍົມສູງ (ແບ່ງຕາມພາສາ, ຖ້າເລືອກໃຊ້ພາສາລາວ ກໍ່ຈະມີສະເພາະບລັອກພາສາລາວທີ່ຂຶ້ນມາສະແດງ)
- Write - ຂຽນໂພສຕ໌ໃຫມ່
- Manage - ຈັດການກັບໂພສຕ໌, ຫນ້າ, ອັບໂຫລດ, ຫມວດຫມູ່, ໄຟລ໌ຕ່າງ ໆ, Import & Export
- Comments - ຈັດການກັບຄວາມຄິດເຫັນຕ່າງ ໆ ໃນບລັອກເຮົາ
- Blogroll - ສ້າງລິງກ໌, ລົບລິງກ໌ ແລະແກ້ໄຂລິງກ໌
- Presentation -ເລືອກຫນ້າຕາຂອງບລັອກ ລວມເຖິງປັບແຕ່ງ Sidebar ຢ່າງງ່າຍດາຍຜ່ານ Widget
- Users - ຈັດການກ່ຽວກັບຜູ້ໃຊ້ງານບລັອກເຮົາ ເຊັ່ນວ່າເພີ່ມຜູ້ໃຊ້ງານອື່ນເປັນ Author ຫຼື Editor ເພື່ອໃຫ້ສາມາດຮ່ວມຂຽນໂພສຕ໌ໄດ້
- Options - ປັບແຕ່ງຕົວເລືອກຕ່າງ ໆ ເຊັ່ນຊື່ບລັອກ, Tagline, ພາສາ, ອີເມລ ເປັນຕົ້ນ
- Upgrades -ເລືອກອັບເກຣດໄປໃຊ້ຄວາມສາມາດທີ່ສູງຂຶ້ນເຊັ່ນ ເນື້ອທີ່ເພີ່ມຂຶ້ນ, ແກ້ໄຂ CSS ໄດ້ ແຕ່ວ່າຕ້ອງເສຍເງິນ
...
...
ຫນ້າ Write Post ຈະແບ່ງເປັນສ່ວນຕ່າງ ໆ ຄື
- Title - ຫົວຂໍ້ໂພສຕ໌
- Visual / Code - ເລືອກສັບປ່ຽນລະຫວ່າງ Editor ແບບ WYSIWYG ກັບ HTML
- Upload / Video / Slideshows - ໃຊ້ສຳຫລັບອັບໂຫລດຮູບພາບ, ໄຟລ໌, ໃສ່ວີດິໂອ ແລະ Slideshows
ແລ້ວກໍ່ຈະມີເມນູທາງຂວາມືອີກດັ່ງນີ້
- Categories - ຫມວດຕ່າງ ໆ ໃນບລັອກເຮົາ ສາມາດເພີ່ມໄດ້ ການໃຊ້ຫມວດຫມູ່ຈະສະດວກເວລາທີ່ ຄົ້ນຫາໂພສຕ໌ສະເພາະເລື່ອງໃດເລື່ອງໜຶ່ງ ເຊັ່ນເຮົາອາດຈະຂຽນກ່ຽວກັບການຕະຫລາດ ແລ້ວເລືອກໃຊ້ຫມວດ “ການຕະຫລາດ” ແບບນີ້ກໍ່ໄດ້
- Discussion - ເລືອກວ່າຈະໃຫ້ສາມາດສະແດງຄວາມຄິດເຫັນໄດ້ບໍ່
- Post Password - ໃສ່ລະຫັດໃຫ້ກັບໂພສຕ໌ນັ້ນ ໆ ເຊິ່ງຈະສາມາດເບິ່ງໄດ້ກໍ່ຕໍ່ເມື່ອຮູ້ລະຫັດຜ່ານກ່ອນ
- Post Slug - ຈຸດນີ້ສຳຄັນຫລາຍ ເພາະເປັນການແກ້ໄຂ URI ຂອງໂພສຕ໌ເລີຍ ຈະຂໍອະທິບາຍໃນຫນ້າຖັດໄປ
- Post Status - ສະຖານະຂອງໂພສຕ໌ ຄືຕ້ອງການຈະໃຫ້ເປີດອ່ານໄດ້ ຫຼືວ່າເກັບໄວ້ແກ້ໄຂໃຫ້ຮຽບຮ້ອຍກ່ອນ ຫຼືຕ້ອງການໃຫ້ເປັນໂພສຕ໌ສ່ວນຕົວ
- Post Timestamps - ແກ້ໄຂເວລາໂພສຕ໌ວ່າຈະລະບຸໃຫ້ເປັນເວລາໃດ
...
ຕົວຢ່າງຈະຂຽນໂພສຕ໌ກ່ຽວກັບການຕິດຕັ້ງ Wireless ໃນ Windows Vista ເຮົາກໍ່ພຽງໃສ່ລາຍລະອຽດຕ່າງ ໆ ເຊັ່ນຫົວຂໍ້ ແລະເນື້ອຫາໃຫ້ຮຽບຮ້ອຍ ແລະເລືອກຫມວດຫມູ່ຕາມສົມຄວນ
...

ໃຫ້ສັງເກດວ່າຈະມີປຸ່ມ More ເປັນຮູບຕາມແບບນີ້ ປຸ່ມນີ້ຈະມີຄວາມສຳຄັນຫລາຍໃນການຂຽນໂພສຕ໌ ເພາະວ່າໃນໂພສຕ໌ທີ່ມີເນື້ອຫາຍາວ ໆ ນັ້ນ ເຮົາຕ້ອງໃຊ້ແທັກ <!–more–> ໃນການລະບຸວ່າ ໃຫ້ຢຸດຢູ່ບ່ອນນີ້ ແລ້ວມີລິງກ໌ໃຫ້ຄລິກເພື່ອອ່ານຕໍ່
...
ສ່ວນຂອງການ Upload ຈະມີບອກວ່າອະນຸຍາດໃຫ້ອັບໂຫລດໄດ້ສະເພາະໄຟລ໌ຮູບພາບ JPG, PNG, GIF, ໄຟລ໌ເອກກະສານ PDF, DOC ແລະໄຟລ໌ PPT ເທົ່ານັ້ນ
...
ເມື່ອເລືອກຮູບພາຍທີ່ຕ້ອງການອັບໂຫລດແລ້ວ ໆ ກໍ່ໃສ່ລາຍລະອຽດອື່ນ ໆ ເຊັ່ນ Title ແລະ Description ຈາກນັ້ນກໍ່ກົດ Upload ກໍ່ຈະຍ້າຍມາແທບ Browse ເຊິ່ງຈະໃຫ້ເຮົາເລືອກໄດ້ວ່າ ຕ້ອງການຈະສະແດງຮູບພາບນີ້ໃນລັກສະນະໃດ ເຊັ່ນສະແດງເປັນພາບຕົວຢ່າງ (Thumbnail), ພາບຂະໜາດເຕັມ (Full size) ຫຼືສະແດງພຽງຊື່ພາບ (Title) ແລະເລືອກວ່າຕ້ອງການໃຫ້ເວລາຄລິກທີ່ໄຟລ໌ພາບແລ້ວເປັນແນວໃດ ໂດຍກຳຫນົດໄດ້ວ່າໃຫ້ເປັນໄຟລ໌, ຫນ້າເວບ ຫຼືບໍ່ຕ້ອງມີລິງກ໌ເລີຍ





By Techible.com on Jun 10, 2007 | Reply
แต่งเทมเพลตเองต้องเสียตังนี่..
By xpwndw on Jun 11, 2007 | Reply
ແຕ່ຖ້າເປັນໄປໄດ້ ຢາກໃຫ້ຂຽນກ່ຽວກັບການແຕ່ງໜ້າ Blog ຕື່ມອີກ
ຂໍຂອບໃຈ