Jun
29th

ປະກາດຢ່າງເປັນທາງການສະບັບທີ່ ໒

ໃນໝວດ au8ust.org | 8 ຄວາມຄິດເຫັນ | ຄົນອ່ານ 427 ຄັ້ງ

ນີ້ຄືປະກາດຢ່າງເປັນທາງການສະບັບທີ່ ໒ ຈາກເວບມາສເຕີ au8ust.org ຂໍແຈ້ງມາຍັງທ່ານຜູ້ອ່ານທຸກທ່ານໄດ້ຊາບທົ່ວເຖິງກັນວ່າ ຂະນະນີ້ທາງເວບໄດ້ເປີດທົດສອບຫມວດ Community ເຊິ່ງຈະເປັນກະດານຖາມຕອບສາລະພັດສາລະພັນບັນຫາຕ່າງ ໆ ຕັ້ງແຕ່ເລື່ອງຄອມພິວເຕີຕະຫລອດຮອດເລື່ອງທົ່ວ ໆ ໄປ ທ່ານສາມາດສອບຖາມບັນຫາຕ່າງ ໆ ກ່ຽວກັບຄອມພິວເຕີ, ເວບໄຊຕ໌, ໄວຣັດ, ອິນເຕີເນັດ, ການອອກແບບ, ປັບແຕ່ງຮູບພາບ, ຯລຯ

ສາມາດເຂົ້າໃຊ້ງານໄດ້ໂດຍການຄລິກທີ່ນີ້

Jun
21st

ປະກາດຢ່າງເປັນທາງການສະບັບທີ່ ໑

ໃນໝວດ au8ust.org | 8 ຄວາມຄິດເຫັນ | ຄົນອ່ານ 483 ຄັ້ງ

ນີ້ຄືແຈ້ງການຈາກເວບມາສເຕີຂອງ au8ust.org ຂໍຮຽນໃຫ້ທ່ານທີ່ເຂົ້າມາຢ້ຽມຊົມໄດ້ຮູ້ທົ່ວເຖິງກັນວ່າ ດ້ວຍເຫດຜົນຫລາຍ ໆ ປະການທີ່ເກີດຂຶ້ນນັ້ນ ສົ່ງຜົນໃຫ້ ຂະນະນີ້ທາງເວບໄຊຕ໌/ບລັອກ ແຫ່ງນີ້ ໄດ້ປິດທຳການແລ້ວ ໂດຍບໍ່ມີກຳຫນົດການວ່າເມື່ອໃດຈະເປີດໃຫມ່ອີກຄັ້ງ

ເຖິງຢ່າງໃດກໍ່ຕາມ ທ່ານຍັງສາມາດອ່ານຂ່າວ, ບົດຄວາມ ຕ່າງ ໆ ທີ່ເຄີຍລົງໄວ້ໄດ້ຕະຫລອດເວລາ ລວມເຖິງໃນສ່ວນຂອງ Community ເຊິ່ງເປັນສະຖານທີ່ສຳຫລັບຖາມຕອບບັນຫາຕ່າງ ໆ ນັ້ນ ຍັງຄົງສາມາດນຳໃຊ້ໄດ້ປົກກະຕິ

ແຕ່່ຢ່າລືມວ່າ ທ່ານສາມາດຮ່ວມຂຽນຂ່າວເຂົ້າມາໄດ້ຫາກຕ້ອງການ

ຂໍຂອບໃຈ

Jun
20th

ບັນຫາໃນການຕິດຕັ້ງ​ Safari 3.0 ໃນ Windows Vista

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 333 ຄັ້ງ

ການຕິດຕັ້ງ Safari 3.0 ໃນ Microsoft Windows Vista ຈະມີບັນຫາຕອນຕິດຕັ້ງ ມັນຈະຂຶ້ນ Error ລະຫັດ 2738 ຂຶ້ນມາ ເຊິ່ງຈະເຮັດໃຫ້ບໍ່ສາມາດດຳເນີນການຕິດຕັ້ງຕໍ່ໄປໄດ້

ເຊິ່ງວິທີແກ້ໄຂນັ້ນ ໃຫ້ໄປທີ່ Start > Run… ຫຼືກົດ Windows Key + R ເພື່ອເປີດຫນ້າຕ່າງ Run​ ຂຶ້ນມາ ແລ້ວພິມວ່າ:
regsvr32 vbscript.dll
ຈາກນັ້ນຄລິກ OK ກໍ່ເປັນອັນຮຽບຮ້ອຍ

ຂັ້ນຕໍ່ໄປກໍ່ພຽງຕິດຕັ້ງ Safari ຕາມປົກກະຕິກໍ່ຈະຜ່ານໄປເອງ :)

Jun
20th

Metal.ize Theme ສຳຫລັບ WordPress

ໃນໝວດ au8ust.org | ໑ ຄວາມຄິດເຫັນ | ຄົນອ່ານ 354 ຄັ້ງ

Theme ຂອງ WordPress ສຳຫລັບຄົນທີ່ມີ Host ໃຊ້ເອງ ໂດຍ Theme ນີ້ຈະມີຈຸດພິເສດຢູ່ທີ່ ອອກແບບໃຫ້ມີລັກສະນະໄປທາງແນວ ໆ Web 2.0

Jun
20th

iPhone skin for Winamp

ໃນໝວດ au8ust.org | ໑ ຄວາມຄິດເຫັນ | ຄົນອ່ານ 445 ຄັ້ງ

Skin ສຳຫລັບໂປຣແກຣມ Winamp ສຳຫລັບທ່ານທີ່ມັກ iPhone

Jun
19th

Microsoft Office Compatibility Pack for Word, Excel, and PowerPoint 2007 File Formats

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 450 ຄັ້ງ

ເນື່ອງຈາກວ່າ Microsoft Office 2007 ນັ້ນໄດ້ມີຮູບແບບນາມສະກຸນໄຟລ໌ເປັນແບບໃຫມ່ ທີ່ເປັນເຫດໃຫ້ໂປຣແກຣມ Office ເວີຊັນເກົ່າບໍ່ສາມາດທີ່ຈະເປີດໄດ້ ເຊິ່ງສ້າງບັນຫາໃຫ້ກັບຜູ້ໃຊ້ເປັນອັນຍິ່ງ ຈົນສຸດທ້າຍທາງ Microsoft ກໍ່ໄດ້ອອກ Compatibility Pack ອອກມາໃຫ້ຜູ້ໃຊ້ Microsoft Office ທີ່ຕ່ຳກວ່າເວີຊັນ 2007 ນັ້ນ ສາມາດເປີດໄຟລ໌ທີ່ບັນທຶກມາຈາກ Microsoft Office 2007 ໄດ້

ໂດຍ Compatibility Pack ນີ້ຈະຮອງຮັບການເປີດ, ແກ້ໄຂ, ບັນທຶກ ໄຟລ໌ໃນໂປຣແກຣມ Word, Excel, ແລະ PowerPoint 2007

ທີ່ມາ - GHacks.net

Jun
18th

Icons ສຳຫລັບ Vista

ໃນໝວດ au8ust.org | ໑ ຄວາມຄິດເຫັນ | ຄົນອ່ານ 719 ຄັ້ງ

ພໍດີຜ່ານໄປເຫັນ ເລີຍນຳມາແນະນຳກັນສຳຫລັບຄົນທີ່ມັກຄວາມແປກໃຫມ່ຢູ່ສະເຫມີ ;P

Vista Icon

ສາມາດດາວໂຫລດໄດ້ຈາກ VistaIcons.com

ທີ່ມາ - WindowsVistaTweaks.net

Jun
18th

define:ຄວາມຮັກ

ໃນໝວດ au8ust.org | 2 ຄວາມຄິດເຫັນ | ຄົນອ່ານ 328 ຄັ້ງ

define:ຄວາມຮັກ

Data Recovery