
ສຳຫລັບໃຜທີ່ໃຊ້ Ubuntu ຄົງຈະພໍຮູ້ວ່າ ມັນມັກຈະຖາມໃຫ້ອັບເດດນັ້ນນີ້ທີ່ຈຳເປັນຢູ່ສະເຫມີ ໆ ໂດຍຫລັກ ໆ ກໍ່ເປັນພວກ Restricted apps/drivers ຕ່າງ ໆ ນັ້ນລະ ແຕ່ຕອນນີ້ມີທາງອອກທີ່ດີກວ່າ ຂໍແນະນຳໃຫ້ໃຊ້ EasyUbuntu ເຊິ່ງເປັນໂປຣແກຣມນ້ອຍ ໆ ໃຊ້ກັບ Ubuntu ທີ່ຈະຊ່ວຍໃຫ້ເຮົາດາວໂຫລດ ແລະຕິດຕັ້ງໂປຣແກຣມທີ່ຈຳເປັນຕ່າງ ໆ ໃຫ້ເອງເລີຍເປັນຕົ້ນແມ່ນ Flash, Java, Video CODEC, RAR, ACE, Fonts, DMA, NVIDIA & ATI drivers, etc…
EasyUbuntu ສາມາດໃຊ້ໄດ້ທັງກັບ Ubuntu, Kubuntu ແລະ Xbuntu ແລະກ່ອນທີ່ມັນຈະທຳການແກ້ໄຂໄຟລ໌ໃດ ໆ ໃນລະບົບ ກໍ່ຈະມີການສຳຮອງຂໍ້ມູນເຜື່ອໄວ້ກ່ອນພ້ອມ ດັງນັ້ນຈຶ່ງຫມົດຫ່ວງວ່າຈະມີປັນຫາ ເພາະສາມາດກູ້ຄືນໄດ້ຕະຫຼອດເວລາ
ທີ່ມາ - [via]
au8ust.org
OpenSource, Ubuntu
Nullsoft ໄດ້ອອກ Winamp v5.34a ອອກມາໃຫ້ດາວໂຫລດແລ້ວ ເຊິ່ງໃນເວີຊັນນີ້ຈະເປັນການແກ້ໄຂ ກ່ຽວກັບລະບົບຄວາມປອດໄພໃນໄຟລ໌ in_mp4.dll ທີ່ມີຂໍ້ບົກພ່ອງ ເຮັດໃຫ້ຜູ້ບໍ່ປະສົງດີສາມາດໃຊ້ໂຈມຕີລະບົບໄດ້ຜ່ານໄຟລ໌ MP4 ທີ່ຖືກຂຽນຂຶ້ນມາເປັນພິເສດ
ທ່ານໃດທີ່ຫ່ວງເລື່ອງຄວາມປອດໄພ ໃຫ້ອັບເດດດ່ວນ!
au8ust.org
Freeware, Security, Winamp
ມີຂ່າວອອກມາວ່າ ໃນເວີຊັນໃຫມ່ຂອງບໍລິການເວບເມລຈາກ Google ທີ່ຊື່ວ່າ Gmail ນັ້ນ ຈະມີຄວາມສາມາດໃຫມ່ ໆ ເພີ່ມເຂົ້າມາອີກຈຳນວນໜຶ່ງ ເຊິ່ງໃນນັ້ນກໍ່ມີ
- ລະບົບກອງ spam
- ລາຍລະອຽດກ່ຽວກັບການເຂົ້າໃຊ້ງານຄັ້ງສຸດທ້າຍ ເຊັ່ນວ່າລັອກອິນມາຈາກໃສ
- ເບິ່ງໄຟລ໌ພາບທີ່ແນບມາແບບ slideshow
- ລົມຫຼາຍ ໆ ຄົນໃນ Gmail chat
ເປັນຕົ້ນ
ທີ່ມາ - GOS
au8ust.org
Email, Gmail
iSuppli ເຊິ່ງເປັນບໍລິສັດທີ່ວິໄຈຂໍ້ມູນທາງການຕະຫຼາດ ໄດ້ມີລາຍງານອອກມາວ່າ ການໃຊ້ງານໜ່ວຍຄວາມຈຳແບບ Flash ຈະເພີ່ມສູງຂຶ້ນເລື້ອຍ ໆ ຈົນໃນປີທ້າຍປີ 2009 ຈະສາມາດກິນຕະຫລາດກວ່າເຄິ່ງໜຶ່ງ ຫຼືປະມານ 60% ຂອງ Notebooks ທັງໝົດໄດ້ (ຄິດເປັນ Notebooks ຈຳນວນເຖິງ 40.1 ລ້ານເຄື່ອງທີ່ຈະວາງຂາຍໃນອະນາຄົດນີ້)
ນອກຈາກນັ້ນ ລາຍງານຍັງລະບຸວ່າໃນປີ 2003 ລາຄາໜ່ວຍຄວາມຈຳແບບ NAND flash ຄວາມຈຸ 1GB ມີລາຄາແພງກວ່າໜ່ວຍຄວາມຈຳແບບ Harddisk ເຖິງ 100 ເທົ່າ ແຕ່ຕົວເລກນີ້ຈະຫລຸດລົງເຫລືອພຽງ 14 ເທົ່າໃນອີກ 2-3 ປີຂ້າງໜ້ານີ້ ເຊິ່ງຈະເຮັດໃຫ້ Notebooks ຕ່າງ ໆ ຈະຫັນມາໃຫ້ຄວາມສົນໃຈກັບ NAND flash memory ກັນຫຼາຍຂຶ້ນແນ່ນອນ
ທີ່ມາ - DailyTech [via]
au8ust.org
Notebook, Storage
ໂປຣແກຣມ source code editor ທີ່ແຈກຟຣີ (ພາຍໃຕ້ລິຂະສິດ GPL) ທີ່ມີຄຸນນະພາບອີກຕົວໜຶ່ງທີ່ໜ້າໃຊ້ງານ ໄດ້ອອກເວີຊັນໃຫມ່ມາເປັນທີ່ຮຽບຮ້ອຍແລ້ວ ໂດຍໃນເວີຊັນນີ້ໄດ້ມີການແກ້ໄຂບັນຫາໂປຣແກຣມຄ້າງ ເມື່ອເວລາບັນທຶກຄ່າຕ່າງ ໆ ຕອນຈະປິດໂປຣແກຣມ ແລ້ວກໍ່ຕອນໃຊ້ command line ໃນຂະນະທີ່ມີ Notepad++ ເປີດໃຊ້ງານຢູ່ກ່ອນແລ້ວ ນອກຈາກນັ້ນກໍ່ເປັນການປັບປຸງຄວາມສາມາດອື່ນ ໆ ລວມເຖິງເພີ່ມຕົວເລືອກເຂົ້າມາອີກໜ້ອຍໜຶ່ງ ອ່ານເຕັມ ໆ ໄດ້ຈາກລິງກ໌ນີ້
au8ust.org
OpenSource
ຈາກການທີ່ Viacom ໄດ້ຟ້ອງຮ້ອງ Google ໄປໃນຄັ້ງກ່ອນ (ອ່ານຂ່າວເກົ່າ) ນັ້ນ ຕອນນີ້ທາງ Google ກໍໄດ້ອອກມາປະຕິເສດສຽງແຂງຕໍ່ການຮຽກຮ້ອງມູນຄ່າເສຍຫາຍກວ່າ $1,000,000,000 ຂອງ Viacom ແລ້ວ ໂດຍໄດ້ຍົກເອົາປະເດັນຕ່າງ ໆ ຂຶ້ນມາໂຕ້ແຍ້ງ ບໍ່ວ່າຈະເປັນສັນຍາ DMCA ລວມໄປເຖິງນະໂຍບາຍ ທີ່ໃຫ້ຜູ້ເປັນເຈົ້າຂອງລິຂະສິດ ສາມາດກວດສອບ ແລະຄົ້ນຫາໄຟລ໌ວີດິໂອທີ່ມີການລະເມີດ ລິຂະສິດໄດ້ ເປັນຕົ້ນ
ສ່ວນທາງ Viacom ກໍ່ຄັດຄ້ານທີ່ Google ສະເຫນີວ່າ YouTube ນັ້ນໄດ້ຮັບການປົກປ້ອງຈາກສັນຍາ DMCA ແລະຊີ້ວ່າ Google ຫາກິນກັບການລະເມີດລິຂະສິດເຫຼົ່ານີ
ແຕ່ຢ່າໃດກໍ່ຕາມ ຍັງຄົງບໍ່ມີຂໍ້ຢຸດຕິເທື່ອ ຕ້ອງຕິດຕໍ່ໄປ ຈົບຂ່າວ
ທີ່ມາ - ZDNet
au8ust.org
Google, Viacom, youtube
ການບິນລາວ ຫຼື Lao Airlines ມີແຜນການທີ່ຈະນຳລະບົບ e-Ticket ມາໃຊ້ກັບສາຍການບິນຂອງຕົນ ໂດຍຈະເລີ່ມທົດລອງໃຊ້ງານຕັ້ງແຕ່ຕອນນີ້ໄປຈົນເຖິງເດືອນກໍລະກົດປີນີ້ ຈຶ່ງຈະມີການເປີດໃຊ້ງານຢ່າງເປັນທາງການ ເຊິ່ງໃນເບື້ອຕົ້ນນີ້ ຈະມີໃຫ້ໃຊ້ປະມານ 10 ເຖິງ 20 ປີ້ຕໍ່ເດືອນ ແລະເລີ່ມມີໃຊ້ເປັນປົກກະຕິເມື່ອຮອດເດືອນກໍລະກົດ
ການຫັນມາໃຊ້ລະບົບ e-Ticket ເປັນໜຶ່ງໃນນະໂຍບາຍຂອງ ສະມາຄົມການບິນສາກົນ ທີ່ໃຫ້ແຕ່ລະສາຍການບິນໃຊ້ e-Ticket ໂດຍໃນລາວກໍ່ມີສະໜາມບິນນາ ໆ ຊາດວັດໄຕ, ສະໜາມບິນຫລວງພະບາງ ແລະສະໜາມບິນປາກເຊ ທີ່ຈະເປີດບໍລິການໃຫ້ໃຊ້
ທາງສາຍການບິນລາວຍັງໄດ້ລະບຸວ່າໃນເດືອນກໍລະກົດປີນີ້ ເມື່ອເປີດຕົວຢ່າງເປັນທາງການແລ້ວ ກໍ່ຈະເພີ່ມຄວາມສະດວກສະບາຍຫລາຍຢ່າງ ເຊັ່ນການຂໍປີ້ຄືນໃຫມ່ໃນກໍລະນີເຮັດປີ້ເສຍ ແລະ ການຈອງປີ້ຍົນຜ່ານອິນເຕີເນັດ ເປັນຕົ້ນ
ທີ່ມາ - RFA Lao
au8ust.org
Laos
[kml_flashembed movie="http://beta.thetechtray.net/media/hidingstuff.swf" height="510" width="640" /]
ຜ່ານໄປເຫັນມາ ເຂົາສອນວິທີເຊື່ອງໄຟລ໌ຂໍ້ຄວາມໄວ້ໃນໄຟລ໌ຮູບພາບນາມສະກຸນ JPG ເຊິ່ງເປັນວິທີງ່າຍ ໆ ໃຊ້ໄດ້ຫຼິ້ນ ໆ ມີວີດິໂອສອນພ້ອມ ສາມາດເຂົ້າໄປເບິ່ງໃນເວບນີ້
[via]
au8ust.org
Fun, Security
ຫລັງຈາກທີ່ມື້ນັ້ນຕອນເຊົ້າໄປກິນແປ້ງນົວມາແລ້ວ (ອ່ານໄດ້ໃນ *real me) ກໍ່ມາເປີດອ່ານ Feeds ເຫັນມີ feed ໃນ ZDNet Blog ຂຽນປຽບທຽບກ່ຽວກັບ MS Office 2007 ຊຸດໂປຣແກຣມງານເອກກະສານເວີຊັນໃຫມ່ຫລ້າສຸດຈາກ Microsoft ແລະ OpenOffice 2.2 ເຊິ່ງເປັນຊຸດໂປຣແກຣມຈັດການງານເອກກະສານເຊັ່ນດຽວກັບ MS Office ແຕ່ຕ່າງກັນທີ່ວ່າເປັນ OpenSource ໃຊ້ງານໄດ້ຟຣີ
ໂດຍໃນບລັອກດັ່ງກ່າວໄດ້ປຽບທຽບການບໍລິໂພກ CPU ແລະ RAM ຂອງໂປຣແກຣມທັງສອງຕົວນີ້ ເຊິ່ງກໍ່ມີລາຍລະອຽດທີ່ໜ້າສົນໃຈພໍສົມຄວນ
Read more…
au8ust.org
MSOffice, OpenOffice, OpenSource
ຄວາມຄິດເຫັນຫຼ້າສຸດ