May
29th

ຄຳທີ່ມີຄົນສະກົດຜິດຫລາຍທີ່ສຸດໃນ Yahoo!

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 333 ຄັ້ງ

Yahoo! ເວບຜູ້ໃຫ້ບໍລິການຄົ້ນຫາລາຍໃຫຍ່ແຫ່ງໜຶ່ງຂອງໂລກ ໄດ້ລາຍງານເຖິງຄຳຄົ້ນຫາທີ່ມີການສະກົດຜິດ ຫຼືທີ່ເອີ້ນວ່າ “Misspelled” ອອກມາ ເຊິ່ງ 20 ອັນດັບທີ່ມີຜູ້ສະກົດຜິດຫລາຍທີ່ສຸດໄດ້ແກ່…

  1. Wallmart (Wal-Mart)
  2. Rachel Ray (Rachael Ray)
  3. Amtrack (Amtrak)
  4. Hillary Duff (Hilary Duff)
  5. Katherine McPhee (Katharine McPhee)
  6. Britany Spears (Britney Spears)
  7. Geneology (Genealogy)
  8. Jaime Pressley (Jaime Pressly)
  9. Volkswagon (Volkswagen)
  10. Wikepedia (Wikipedia)
  11. William Sonoma (Williams-Sonoma)
  12. Tatoo (Tattoo)
  13. Travelosity (Travelocity)
  14. Elliot Yamin (Elliott Yamin)
  15. Kiera Knightley (Keira Knightley)
  16. Kelly Pickler (Kellie Pickler)
  17. Brittney Spears (Britney Spears)
  18. Avril Lavinge (Avril Lavigne)
  19. Rianna (Rihanna)
  20. Jordan Sparks (Jordin Sparks)

ທີ່ມາ - Yahoo! Buzz Log [via - Axandra.com]

May
29th

ສ່ວນແບ່ງຕະຫລາດຂອງ Search Engine ໃນເດືອນເມສາ

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 374 ຄັ້ງ

comScore ໄດ້ລາຍງານສ່ວນແບ່ງຕະຫລາດຂອງການໃຊ້ງານ Search Engine ຕ່າງ ໆ​ ວ່າ ໃນເດືອນເມສາທີ່ຜ່ານມາ (ນັບສະເພາະໃນອະເມລິກາ) Google ກິນສ່ວນແບ່ງຕະຫລາດໄປເຖິງ 49.7% ສ່ວນ Yahoo! ນຳມາຕິດ ໆ​ ດ້ວຍອັນດັບທີ່ສອງ ກິນສ່ວນແບ່ງໄປ 26.8% ຕາມມາດ້ວຍ Microsoft ທີ່ 10.3%, Ask Network ຢູ່ທີ່ 5.1% ແລະສຸດທ້າຍ Time Warner Network ຢູ່ທີ່ 5.0%

ໃນບັນດາ Search Engine ເຫລົ່ານີ້ ມີພຽງ Google ທີ່ມີຍອດການໃຊ້ງານເພີ່ມຂຶ້ນ ຄິດເປັນ 1.4 ສ່ວນນອກນັ້ນ ຫລຸດລົງມາຕາມ ໆ ກັນ ຫລາຍທີ່ສຸດຄື Yahoo! ທີ່ -0.7

ລາຍງານຍັງໄດ້ລະບຸວ່າປະຊາຊົນອະເມລິກາ ໄດ້ທຳການຄົ້ນຫາໃນອິນເຕີເນັດໄປເຖິງ 7.3 ພັນລ້ານຄັ້ງໃນເດືອນເມສາທີ່ຜ່ານມານີ້ ແຍກເປັນຂອງ Google ແມ່ນ 3.6 ພັນລ້ານຄັ້ງ, Yahoo! ແມ່ນ 2.0 ພັນລ້ານຄັ້ງ, Microsoft ແມ່ນ 757 ລ້ານຄັ້ງ, Ask Network ແມ່ນ 376 ລ້ານຄັ້ງ ແລະ Time Warner ອີກ 364 ລ້ານຄັ້ງ

ທີ່ມາ - TAUME

May
29th

Pidgin 2.0.1 ອອກແລ້ວ

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 333 ຄັ້ງ


Pidgin (ຊື່ເກົ່າຄື Gaim) ໂປຣແກຣມ multi-protocol Instant Messaging client ສາມາດໃຊ້ໄດ້ກັບ AIM, ICQ, IRC, MSN, Yahoo!, Google Talk, QQ, etc… ໄດ້ອອກເວີຊັນໃຫມ່ມາເປັນທີ່ຮຽບຮ້ອຍ ໂດຍໄດ້ແກ້ໄຂບັ໊ກກວ່າ 100 ຈຸດຈາກເວີຊັນ 2.0 ທີ່ອອກມາກ່ອນຫນ້ານີ້

May
25th

ອິນເຕີເນັດທົ່ວໂລກມີອັດຕາການ Censor ສູງຂຶ້ນ

ໃນໝວດ au8ust.org | 3 ຄວາມຄິດເຫັນ | ຄົນອ່ານ 327 ຄັ້ງ

ມີຜົນສຳຫລວດອອກມາຈາກຫນ່ວຍງານຮ່ວມລະຫວ່າງ 4 ມະຫາວິທະຍາໄລຊັ້ນນຳຄື Cambridge, Oxford, Harvard ແລະ Toronto ໂດຍມີຊື່ກຸ່ມວ່າ ONI ຫຼື OpenNet Initiative ເຊິ່ງໃນຜົນສຳຫລວດທັງ 41 ປະເທດ ປະກົດວ່າ ມີເຖິງ 25 ປະເທດທີ່ມີການຈຳກັດການເຂົ້າເຖິງເນື້ອຫາໃນອິນເຕີເນັດ ເຊິ່ງຈາກໃນພາບປະກອບນັ້ນ ສີແດງຈະຫມາຍເຖິງ ປະເທດທີ່ມີການຈຳກັດການເຂົ້າເຖິງຫລາຍທີ່ສຸດ ສ່ວນສີເຫລືອງແມ່ນຫມາຍເຖິງ ມີການເຝົ້າລະວັງຢູ່ ໂດຍເນື້ອຫາທີ່ມີການຈຳກັດຫລາຍທີ່ສຸດນັ້ນ ກໍ່ຄືເລື່ອງການເມືອງ

ທີ່ມາ - TechnologyReview.com [via NadiaMode]

May
25th

Flash Desktop Fight Animation

ໃນໝວດ au8ust.org | ໑ ຄວາມຄິດເຫັນ | ຄົນອ່ານ 457 ຄັ້ງ

[kml_flashembed movie="http://www.hongkiat.com/blog/wp-content/uploads/flash/see.swf" height="327" width="450" /]
[via Hongkiat]

May
16th

Flash animator combats his animation

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 406 ຄັ້ງ

[kml_flashembed movie="http://www.hongkiat.com/blog/wp-content/uploads/flashfight.swf" height="327" width="450" /]

[via Hongkiat]

May
16th

Thomson ລວມກິດຈະການກັບ Reuters

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 215 ຄັ້ງ

ສື່ສັນຊາດແຄນາດາຢ່າງ Thomson ຕົກລົງທີ່ຈະລວມກິດຈະການກັບ Reuters ແລະຈະສົ່ງຜົນໃຫ້ກາຍເປັນບໍລິສັດດ້ານຂ່າວສານ ແລະການເງິນທີ່ໃຫຍ່ທີ່ສຸດໃນໂລກ ໂດຍມີມູນຄ່າຫລັງລວມກັນແລ້ວ ເປັນຕົວເລກທີ່ສູງເຖິງ 8.7 ພັນລ້ານປອນ ຫຼື $17.2 ພັນລ້ານໂດລ່າ

ຜູ້ຖືຫຸ້ນກວ່າ 70% ໃນ Thomson-Reuters ຄືບໍລິສັດ Woodbridge ຈາກອາເມລິກາ ເຊິ່ງທາງບໍລິສັດຄາດວ່າ ພາຍໃນສາມປີທຳອິດນັ້ນ ຈະສາມາດປະຫຍັດຄ່າໃຊ້ຈ່າຍໄດ້ເຖິງ $500 ລ້ານໂດລ່າຕໍ່ປີຫລັງຈາກທີ່ມີການຄວບກິດຈະການ

ທີ່ມາ - Reuters [via NanoMode]

May
16th

AMD ພ້ອມສົ່ງ quad-core ສຳຫລັບ Desktop

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 335 ຄັ້ງ

AMD ໜຶ່ງບໍລິສັດຜະລິດ CPU ລາຍໃຫຍ່ຂອງໂລກໄດ້ປະກາດເປີດຕົວ quad-core ຕົວທຳອິດຂອງບໍລິສັດສຳຫລັບຄອມພິວເຕີຕັ້ງໂຕະ ເຊິ່ງຈະມີປະສິດທິພາບທຽບໄດ້ກັບ chip ຂອງ Intel ໂດຍທາງ AMD ໄດ້ຕັ້ງຊື່ໃຫ້ວ່າ “Phenom” ແລະຈະມີສາຍການຜະລິດທັງແບບ quad-core ດ່ຽວ ແລະ quad-core ຄູ່ (ລວມເປັນ 8 cores) ສຳຫລັບເຄື່ອງຄອມພິວເຕີທີ່ຕ້ອງການ performance ສູງ

ທາງ AMD ອ້າງວ່າ “Phenom” ຈະໃຊ້ພະລັງງານໄດ້ຢ່າງຄຸ້ມຄ່າ ແລະກິນໄຟໜ້ອຍລົງ ນອກຈາກນັ້ນຍັງມີເທັກໂນໂລຢີອື່ນ ໆ ທີ່ຖືກເພີ່ມເຂົ້າມານຳເຊັ່ນ Integrated DDR2 memory controller, HyperTransport(tm) technology links, ແລະ 128-bit Floating Point Units

ທີ່ມາ CBRonline [via NanoMode]