ຫລັງຈາກທີ່ອອກເບຕ້າມາຫລາຍເວີຊັນ ໃນທີ່ສຸດ RarLab ກໍ່ໄດ້ປ່ອຍ WinRAR 3.70 Final ອອກມາແລ້ວ ແລະຄວາມປ່ຽນແປງຫລັກ ໆ ໃນເວີຊັນນີ້ກໍ່ຈະເປັນການຮອງຮັບການໃຊ້ງານໃນ Windows Vista, ຮອງຮັບ ISO 13346 (UDF) file format, ຮອງຮັບ Unicode ໃນໄຟລ໌ ISO 9660 ລວມໄປເຖິງຫນ້າຕ່າງ archiving ແລະ extraction ທີ່ໄດ້ຮັບການອອກແບບໃຫມ່ ແລະເພີ່ມ command line switches ອີກຈຳນວນໜຶ່ງ
ນອກຈາກນັ້ນກໍ່ຍັງມີການປັບປຸງຄວາມປອດໄພອີກເລັກນ້ອຍ ເຊິ່ງລາຍລະອຽດທັງຫມົດຂອງ change log ສາມາດອ່ານໄດ້ຈາກເວບໄຊຕ໌ຂອງຜູ້ພັດທະນາ