comScore ໄດ້ລາຍງານສ່ວນແບ່ງຕະຫລາດຂອງການໃຊ້ງານ Search Engine ຕ່າງ ໆ ວ່າ ໃນເດືອນເມສາທີ່ຜ່ານມາ (ນັບສະເພາະໃນອະເມລິກາ) Google ກິນສ່ວນແບ່ງຕະຫລາດໄປເຖິງ 49.7% ສ່ວນ Yahoo! ນຳມາຕິດ ໆ ດ້ວຍອັນດັບທີ່ສອງ ກິນສ່ວນແບ່ງໄປ 26.8% ຕາມມາດ້ວຍ Microsoft ທີ່ 10.3%, Ask Network ຢູ່ທີ່ 5.1% ແລະສຸດທ້າຍ Time Warner Network ຢູ່ທີ່ 5.0%
ໃນບັນດາ Search Engine ເຫລົ່ານີ້ ມີພຽງ Google ທີ່ມີຍອດການໃຊ້ງານເພີ່ມຂຶ້ນ ຄິດເປັນ 1.4 ສ່ວນນອກນັ້ນ ຫລຸດລົງມາຕາມ ໆ ກັນ ຫລາຍທີ່ສຸດຄື Yahoo! ທີ່ -0.7
ລາຍງານຍັງໄດ້ລະບຸວ່າປະຊາຊົນອະເມລິກາ ໄດ້ທຳການຄົ້ນຫາໃນອິນເຕີເນັດໄປເຖິງ 7.3 ພັນລ້ານຄັ້ງໃນເດືອນເມສາທີ່ຜ່ານມານີ້ ແຍກເປັນຂອງ Google ແມ່ນ 3.6 ພັນລ້ານຄັ້ງ, Yahoo! ແມ່ນ 2.0 ພັນລ້ານຄັ້ງ, Microsoft ແມ່ນ 757 ລ້ານຄັ້ງ, Ask Network ແມ່ນ 376 ລ້ານຄັ້ງ ແລະ Time Warner ອີກ 364 ລ້ານຄັ້ງ
ທີ່ມາ – TAUME