au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

Thomson ລວມກິດຈະການກັບ Reuters

ສື່ສັນຊາດແຄນາດາຢ່າງ Thomson ຕົກລົງທີ່ຈະລວມກິດຈະການກັບ Reuters ແລະຈະສົ່ງຜົນໃຫ້ກາຍເປັນບໍລິສັດດ້ານຂ່າວສານ ແລະການເງິນທີ່ໃຫຍ່ທີ່ສຸດໃນໂລກ ໂດຍມີມູນຄ່າຫລັງລວມກັນແລ້ວ ເປັນຕົວເລກທີ່ສູງເຖິງ 8.7 ພັນລ້ານປອນ ຫຼື $17.2 ພັນລ້ານໂດລ່າ

ຜູ້ຖືຫຸ້ນກວ່າ 70% ໃນ Thomson-Reuters ຄືບໍລິສັດ Woodbridge ຈາກອາເມລິກາ ເຊິ່ງທາງບໍລິສັດຄາດວ່າ ພາຍໃນສາມປີທຳອິດນັ້ນ ຈະສາມາດປະຫຍັດຄ່າໃຊ້ຈ່າຍໄດ້ເຖິງ $500 ລ້ານໂດລ່າຕໍ່ປີຫລັງຈາກທີ່ມີການຄວບກິດຈະການ

ທີ່ມາ – Reuters [via NanoMode]

You can follow any responses to this entry through the RSS 2.0 feed.