ນັບເປັນເວລາຫລາຍກວ່າສະຕະວັດທີ່ AOL ໃຫ້ບໍລິການດ້ານອິນເຕີເນັດ ແກ່ປະຊາຊົນຊາວອາເມລິກາຫລາຍກວ່າບໍລິສັດໃດ ໆ ເຊິ່ງໃນປີທີ່ຜ່ານມາທາງ AOL ຕັດສິນໃຈທີ່ຈະຫາເງິນຈາກການ ໂຄສະນາ ໂດຍໄດ້ນຳສະເຫນີເນື້ອຫາຕ່າງ ໆ ພາຍໃນເວບໄຊຕ໌ຟຣີ ເປັນຮູບແບບປົກກະຕິ ຈາກທີ່ເຄີຍໃຫ້ບໍລິການດ້ານອິນເຕີເນັດ ພຽງຢ່າງດຽວມາດົນ
ແຕ່ຜົນທີ່ໄດ້ນັ້ນ AT&T ກັບກາຍມາເປັນຜູ້ໃຫ້ບໍລິການອິນເຕີເນັດທີ່ໃຫຍ່ທີ່ສຸດ ມີຖານລູກຄ້າເຖິງ 12.1 ລ້ານລາຍ ໃນຂະນະທີ່ Comcast ຕາມມາເປັນອັນດັບສອງ ແລະອັນດັບທີ່ສາມຕົກເປັນຂອງ AOL ທີ່ມີຖານລູກຄ້າ 12 ລ້ານລາຍ ຈາກລາຍງານສະຫລຸບເມື່ອເດືອນມີນາທີ່ຜ່ານມາ
ດ້ວຍລາຄາສະເລ່ຍຄ່າບໍລິການອິນເຕີເນັດທີ່ $19 ຕໍ່ເດືອນຍັງເຮັດໃຫ້ບໍລິສັດຜູ້ໃຫ້ບໍລິການອິນເຕີເນັດມີກຳລັງສູງສຸດໄດ້ ແຕ່ໃນຂະນະທີ່ບໍລິສັດໃຫ້ບໍລິການໂທລະສັບ ແລະເຄເບີ້ລລາຍອື່ນ ໆ ເລີ່ມເຂົ້າມາສົນໃຈທຸລະກິດອິນເຕີເນັດຫລາຍຂຶ້ນ ເຮັດໃຫ້ເກີດການແຂ່ງຂັນກັນສູງ ຈົນ AOL ຕ້ອງເສຍຖານລູກຄ້າໄປເຖິງ 1.18 ລ້ານລາຍ
Jeff Bewkes ປະທານ Time Warner ກ່າວວ່າ ທາງບໍລິສັດກຳລັງດຳເນີນຕາມເປົ້າຫມາຍທີ່ວ່າງເອົາໄວ້ ບໍລິການຟຣີອີເມລ ແລະບໍລິການອື່ນ ໆ ໃນເວບໄຊຕ໌ຂອງ AOL ສາມາດດຶງລູກຄ້າໄດ້ເຖິງ 8 ລ້ານລາຍຕັ້ງແຕ່ຕົ້ນເດືອນສິງຫາປີທີ່ຜ່ານມາ ເຊິ່ງຫລາຍກວ່າເຄິ່ງຂອງຈຳນວນນັ້ນ ເປັນລູກຄ້າທີ່ໃຊ້ບໍລິການອິນເຕີເນັດຂອງ AOL ຢູ່ແລ້ວ
Bewkes ຍັງໄດ້ກ່າວໃນຕອນທ້າຍວ່າ ລູກຄ້າທີ່ປ່ຽນມາໃຊ້ບໍລິການຈາກອິນເຕີເນັດແບບ Dial-up ມາເປັນ Hi-speed ນັ້ນ ຈະໃຊ້ເວລາຫລາຍຂຶ້ນ 50% ໃນການໃຊ້ງານເວບໄຊຕ໌ຂອງ AOL ເພາະຄວາມໄວທີ່ເພີ້ມຂຶ້ນ ແລະບໍ່ຕ້ອງຕໍ່ໃຫມ່ຢູ່ເລື້ອຍ ໆ ເຮັດໃຫ້ບໍລິສັດສາມາດຫາເງິນຈາກໂຄສະນາໃນຮູບແບບຕ່າງ ໆ ທີ່ລົງໃນເວບໄດ້ຫລາຍຂຶ້ນ ທຸກຢ່າງໝັ້ນຄົງ ແລະກຳລັງຂະຫຍາຍຕົວ ເຮົາມີລູກຄ້າທີ່ຫຼາຍຂຶ້ນ ມີຄົນອີເມລ ໃຊ້ບໍລິການຕ່າງ ໆ ເພີ່ມຂຶ້ນ
ທີ່ມາ - NewYork Times [via NadiaMode]





By SvZ on May 9, 2007 | Reply
สวัสดีครับ แวะมาเยี่ยมอิอิ