ການບິນລາວ ຫຼື Lao Airlines ມີແຜນການທີ່ຈະນຳລະບົບ e-Ticket ມາໃຊ້ກັບສາຍການບິນຂອງຕົນ ໂດຍຈະເລີ່ມທົດລອງໃຊ້ງານຕັ້ງແຕ່ຕອນນີ້ໄປຈົນເຖິງເດືອນກໍລະກົດປີນີ້ ຈຶ່ງຈະມີການເປີດໃຊ້ງານຢ່າງເປັນທາງການ ເຊິ່ງໃນເບື້ອຕົ້ນນີ້ ຈະມີໃຫ້ໃຊ້ປະມານ 10 ເຖິງ 20 ປີ້ຕໍ່ເດືອນ ແລະເລີ່ມມີໃຊ້ເປັນປົກກະຕິເມື່ອຮອດເດືອນກໍລະກົດ
ການຫັນມາໃຊ້ລະບົບ e-Ticket ເປັນໜຶ່ງໃນນະໂຍບາຍຂອງ ສະມາຄົມການບິນສາກົນ ທີ່ໃຫ້ແຕ່ລະສາຍການບິນໃຊ້ e-Ticket ໂດຍໃນລາວກໍ່ມີສະໜາມບິນນາ ໆ ຊາດວັດໄຕ, ສະໜາມບິນຫລວງພະບາງ ແລະສະໜາມບິນປາກເຊ ທີ່ຈະເປີດບໍລິການໃຫ້ໃຊ້
ທາງສາຍການບິນລາວຍັງໄດ້ລະບຸວ່າໃນເດືອນກໍລະກົດປີນີ້ ເມື່ອເປີດຕົວຢ່າງເປັນທາງການແລ້ວ ກໍ່ຈະເພີ່ມຄວາມສະດວກສະບາຍຫລາຍຢ່າງ ເຊັ່ນການຂໍປີ້ຄືນໃຫມ່ໃນກໍລະນີເຮັດປີ້ເສຍ ແລະ ການຈອງປີ້ຍົນຜ່ານອິນເຕີເນັດ ເປັນຕົ້ນ
ທີ່ມາ – RFA Lao