May
31st

Google ໃນອີກ 20 ປີຂ້າງຫນ້າ…

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 292 ຄັ້ງ

Google

 

ທີ່ມາ Flickr [via]

May
31st

Windows Live Messenger 8.5 BETA

ໃນໝວດ au8ust.org | 5 ຄວາມຄິດເຫັນ | ຄົນອ່ານ 505 ຄັ້ງ

Windows Live Messenger 8.5 BETAສຳຫລັບຄົນຢາກລອງຂອງໃຫມ່ກ່ອນໃຜອືນ ກໍ່ສາມາດດາວໂຫລດມາລອງໃຊ້ງານໄດ້ເລີຍ ເມື່ອທຳການຕິດຕັ້ງແລ້ວ ກໍ່ໃຫ້ເອົາໄຟລ໌ DLL ສອງໄຟລ໌ໄປໄວ້ໃນ C:\Program Files\Windows Live\Messenger ກໍ່ເປັນອັນຈົບພິທີ

ແຕ່ວ່າເທົ່າທີ່ລອງໃຊ້ເບິ່ງ ຮູ້ສຶກວ່າມັນຈະ Error ເລື້ອຍ ໆ ແລະກໍ່ບໍ່ເຫັນວ່າຈະມີຫຍັງໃຫມ່ເລີຍ ນອກຈາກຫນ້າຕາທີ່ໃກ້ຄຽງກັບ Windows Vista ແລະມີການຍ້າຍປຸ່ມຕ່າງ ໆ ເລັກນ້ອຍ

ທ່ານໃດທີ່ສົນໃຈສາມາດດາວໂຫລດໄດ້ຈາກທີ່ນີ້

Edit: ຕອນນີ້ Microsoft ໄດ້ປ່ອຍ Windows Live Messenger 8.5 BETA ອອກມາໃຫ້ດາວໂຫລດຢ່າງເປັນທາງການແລ້ວ ສາມາດດາວໂຫລດໄດ້ຈາກເວບໄຊຕ໌ຂອງ Live.com

May
31st

eBay ຊື້ StumbleUpon.com

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 221 ຄັ້ງ

eBay ໄດ້ຖະແຫລງເຖິງການເຂົ້າຊື້ StumbleUpon.com ເວບຜູ້ໃຫ້ບໍລິການ Social Bookmarking site ທີ່ມີຜູ້ໃຊ້ງານກວ່າ 2.3 ລ້ານຄົນ

ເວບໄຊຕ໌ StumbleUpon.com ກໍ່ຕັ້ງຂຶ້ນໃນປີ 2001 ຕອນນີ້ມີມູນຄ່າປະມານ $75 ລ້ານ ມີອັດຕາການຂະຫຍາຍຕົວ 150% ຕໍ່ປີ ໂດຍຫລັງຈາກທີ່ມີການປິດການຊື້ຂາຍແລ້ວ ທາງ StumbleUpon ຄາດວ່າ ຈະມີການພັດທະນາໃນຫລາຍ ໆ ດ້ານເພີ່ມຂຶ້ນອີກແນ່ນອນ

[via Neowin.net]

May
31st

iPhone ຈະມີ 3rd party apps?

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 331 ຄັ້ງ

iPhoneໃນງານ D Conference ທີ່ຜ່ານມາ Steve Jobs ໄດ້ກ່າວເຖິງຄວາມເປັນໄປໄດ້ທີ່ iPhone –ໂທລະສັບລະບົບຫນ້າຈໍສຳຜັດລາຄາກວ່າ $600 ຂອງ Apple ຈະສາມາດຕິດຕັ້ງແລະໃຊ້ງານ Applications ຕ່າງ ໆ ຈາກ 3rd party ໄດ້ ແຕ່ Jobs ກໍ່ໄດ້ສະແດງຄວາມກັງວົນໃຈວ່າ ຈະເປັນເຫດໃຫ້ເກີດບັນຫາດ້ານຄວາມປອດໄພ ເຊິ່ງລາວບໍ່ຢາກເຫັນ iPhone ຄ້າງເມື່ອໃຊ້ງານ

ທີ່ມາ - CrunchGear

ຮູ້ສຶກວ່າ iPhone ໃກ້ ໆ ຈະອອກແລ້ວ ປະມານປີຫນ້າ ຄົງຈະມີເຂົ້າມາຂາຍຢ່າງເປັນທາງການ ໃນແທບບ້ານເຮົາ ບໍ່ຮູ້ວ່າຈະລາຄາລົງບໍ່ - -”

May
30th

ການປ້ອງກັນບໍ່ໃຫ້ສາມາດດາວໂຫລດໄຟລ໌ SWF ໃນໜ້າເວບ

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 315 ຄັ້ງ

ພໍດີຜ່ານໄປເຫັນມາອີກແລ້ວໃນ Infosec ຂຽນລິງກ໌ຂອງວິທີການປ້ອງກັນ ເພື່ອບໍ່ໃຫ້ຜູ້ຊົມເວບ ສາມາດທີ່ຈະດາວໂຫລດໄຟລ໌ SWF ຂອງເຮົາໄປໄດ້ ໂດຍຈະເປັນການໃຊ້ PHP ຄູ່ກັບຕັ້ງຄ່າຂອງ Apache ເຊິ່ງລາຍລະອຽດສາມາດອ່ານໄດ້ຈາກເວບນີ້

May
30th

Toshiba ຈະຂາຍ Notebook ທີ່ໃຊ້ AMD

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 280 ຄັ້ງ

ToshibaToshiba Corp. –ບໍລິສັດຜະລິດຄອມພິວເຕີ Notebook ອັນດັບ 4 ຂອງໂລກ ໄດ້ປະກາດຈະເລີ່ມນຳໃຊ້ CPU ຈາກ AMD ມາໃຊ້ໃນສາຍການຜະລິດ Notebook ຂອງຕົນ ໂດຍຕັ້ງເປົ້າໄວ້ວ່າ ຈະໃຊ້ AMD ປະມານ 20% ຂອງຈຳນວນເຄື່ອງທີ່ຈະວາງຂາຍໃນອາເມລິກາ ແລະຢູໂຣບ

ການປ່ຽນມາໃຊ້ CPU ຂອງ AMD ໃນຄັ້ງນີ້ ຄາດການກັນວ່າຈະຊ່ວຍໃຫ້ລາຄາຜະລິດຕະພັນຖືກລົງປະມານ $80 ໂດຍຈະເລີ່ມອອກວາງຂາຍໃນຊ່ວງລະດູຮ້ອນປີນີ້

ທີ່ມາ - Yahoo! News [via Engadget]

ຈະໄດ້ເຫັນ Notebook ຮ້ອນ ໆ ຈາກ Toshiba ແລ້ວ *-*

May
30th

WinRAR v3.70 Final

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 260 ຄັ້ງ

ຫລັງຈາກທີ່ອອກເບຕ້າມາຫລາຍເວີຊັນ ໃນທີ່ສຸດ RarLab ກໍ່ໄດ້ປ່ອຍ WinRAR 3.70 Final ອອກມາແລ້ວ ແລະຄວາມປ່ຽນແປງຫລັກ ໆ ໃນເວີຊັນນີ້ກໍ່ຈະເປັນການຮອງຮັບການໃຊ້ງານໃນ Windows Vista, ຮອງຮັບ ISO 13346 (UDF) file format, ຮອງຮັບ Unicode ໃນໄຟລ໌ ISO 9660 ລວມໄປເຖິງຫນ້າຕ່າງ archiving ແລະ extraction ທີ່ໄດ້ຮັບການອອກແບບໃຫມ່ ແລະເພີ່ມ command line switches ອີກຈຳນວນໜຶ່ງ

ນອກຈາກນັ້ນກໍ່ຍັງມີການປັບປຸງຄວາມປອດໄພອີກເລັກນ້ອຍ ເຊິ່ງລາຍລະອຽດທັງຫມົດຂອງ change log ສາມາດອ່ານໄດ້ຈາກເວບໄຊຕ໌ຂອງຜູ້ພັດທະນາ

May
30th

Tomb Raider: Anniversary Edition Demo

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 242 ຄັ້ງ

Tomb Raider Anniversary Edition DemoEidos ໄດ້ອອກເດໂມເກມ Adventure ຍອດນິຍົມ (ໃນອະດີດ) Tomb Raider ໃນຊື່ພາກ Anniversary Edition ອອກມາແລ້ວ ເຊິ່ງພາກນີ້ຈະເປັນການປະຈົນໄພຂອງສາວລາລ່າໃນເປຣູ ເພື່ອແກ້ໄຂປິດສະໜາອັນລີ້ລັບທີ່ລໍຄອຍໃຫ້ທ່ານໄດ້ຄົ້ນຫາ… (-_-)”

ຕົວເດໂມມີຂະໜາດໄຟລ໌ 257MB ແລະຕົວເກມເຕັມຈະອອກວາງຈຳໜ່າຍໃນເດືອນໜ້ານີ້ ສຳຫລັບລາຍລະອຽດອື່ນ ໆ ສາມາດອ່ານໄດ້ໃນເວບໄຊຕ໌ຂອງເກມ

ທີ່ມາ - Neowin.net

Data Recovery