au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

ປອມຕົວ

ມີເລື່ອງຊິເລົ່າໜ້ອຍໜຶ່ງ ພໍດີວ່າ ຕອນເຊົ້ານີ້ ບໍ່ຮູ້ຊິໄປເຮັດຫຍັງ ລະຫວ່າງທີ່ກຳລັງຫາວິທີຈັດການກັບບລັອກຫລັກຢູ່ ກໍ່ເລີຍເຂົ້າໄປນັ່ງແຊ່ໃນ Inlao.net ໂດຍສ້າງຫ້ອງ www.au8ust.org ແລ້ວນັ່ງແຊ່ຄົນດຽວ ເພາະບໍ່ມັກໄປສິງສະຖິດຫ້ອງຄົນອື່ນ

ໃນຂະນະທີ່ກຳລັງຈັດການກັບບລັອກຢູ່ນັ້ນເອງ ສະລັບແທບໃນ Firefox ໄປເບິ່ງ Inlao.net ປະກົດວ່າ ມີຄົນໃຊ້ຊື່ດຽວກັນເຂົ້າມາ ມາແລ້ວກໍພິມ icon ຍິ້ມມາ ແລ້ວກໍ່ໄປ ເລີຍນຳໄປເບິ່ງອີກຫ້ອງໜຶ່ງ ໄປເຫັນເພິ່ນ ລາຍນັ້ນກໍ່ເວົ້າໄປຕາມພາສາເພິ່ນນັ້ນລະ ກໍ່ບໍ່ຄິດຫຍັງຫລາຍ ຢູ່ໃຜຢູ່ມັນລະກັນ

ເຫດການນີ້ເຮັດໃຫ້ໄດ້ຮູ້ວ່າ…

  1. ໂອ້ວວວວວ!!! ເຮົາດັງຂະໜາດນີ້ເລີຍ 555+
  2. ລະບົບ chat ໃນ Inlao.net ກະຈອກຢ່າງເຖິງທີ່ສຸດ ບໍ່ຮູ້ຮອດຈຳແນກວ່າຊື່ນີ້ເປັນຊື່ທີ່ມີຄົນລົງທະບຽນແລ້ວ (ແລ້ວຈັກຊິໃຫ້ລົງທະບຽນໄປເຮັດຫຍັງຊັ້ນ?)
  3. ບ້ານເຮົາເລີ້ມມີພວກກໍ່ກວນໃນໂລກ Cyber ແບບບ້ານອື່ນເມືອງອື່ນແລ້ວ ^_^)/

ທຳອິດວ່າຈະຂຽນໄວ້ໃນ *real me ແລ້ວ ແຕ່ວ່າ ເອົາມາແປະໄວ້ບລັອກຫລັກນີ້ແຫລະ ຮຶຮຶຮຶ…

  • สะหว้ดดีถรบ

You can follow any responses to this entry through the RSS 2.0 feed.