Google PageRank ອັບເດດທຸກ ໆ 6 ເດືອນ ເຊິ່ງຕອນນີ້ກໍ່ກຳລັງປັບ ໆ BL ກັບ PR ຂຶ້ນເທື່ອລະນ້ອຍແລ້ວ ໂດຍສັງເກດວ່າ BL ຕອນນີ້ຈະຂຶ້ນໄປຢູ່ສູງພໍສົມຄວນ (ກ່ອນຫນ້ານີ້ຢູ່ທີ່ 31)
ແລ້ວກໍ່ ລອງກວດ PR ເບິ່ງ ປະກົດວ່າ ເຊີເວີຕ່າງ ໆ ຂອງ Google ເລີ້ມຈະປ່ຽນແປງຄ່າ PR ຂອງ au8ust’s tech channel ກັນແດ່ແລ້ວ
ໂດຍເພີ້ມຈາກ PR2 ໄປເປັນ PR4 ກໍ່ອືມ… ກໍ່ຢູ່ໃນລະດັບທີ່ໜ້າພໍໃຈພໍສົມຄວນ ເພາະທຽບເທົ່າກັບ Mahasan.com ເລີຍ ຂອງມະຫາສານຍັງຢູ່ທີ່ 4 ຮູ້ສຶກຈະບໍ່ປ່ຽນແປງປານໃດ ແຕ່ວ່າ Alexa Rank ຂອງເພິ່ນດີ ຢູ່ທີ່ 283,916 ໃນຕອນທີ່ໂພສຕ໌ນີ້ ສ່ວນຂອງ au8ust.org ຢູ່ທີ່ 305,918 ແຕ່ກໍ່ຖືວ່າສູງກວ່າຂອງ Inlao.net ເຊິ່ງມີ Alexa Rank ຢູ່ທີ່ 312,545
ຈະສະຫລຸບຜົນຂອງ Alexa Rank ແລະ Google PageRank ຂອງເວບຕ່າງ ໆ ໃນລາວດັ່ງນີ້
au8ust’s tech channel
Alexa Rank 305,918, Page Rank 4Inlao.net:
Alexa Rank 312,545, Page Rank 4
Mahasan.com
Alexa Rank 283,916, Page Rank 4
pnomsin.hollosite.com
Alexa Rank -, Page Rank 2
(ເລີ້ມທະຍອຍ ໆ ອັບໄປເປັນ 2)
LaoHub.com
Alexa Rank 502,958, Page Rank 3
samakomlao.blogspot.com
Alexa Rank 2,894,259, Page Rank 4
(ຂຶ້ນໄວຫລາຍເວບນີ້)
LaoZaa.com
Alexa Rank 425,295, Page Rank 0
(ຍັງບໍ່ມາ)
Laotel.com
Alexa Rank 1,959,262, Page Rank 5
(ໂຫ…!!)
ETLLAO.com
Alexa Rank 4,444,036, Page Rank 4
(ຫລາຍເຊີເວີຍັງເປັນ 0 ຢູ່ ແຕ່ກຳລັງໄປ 4)
TigoLao.com
Alexa Rank -, Page Rank 5
(ໂຫ….!!!! ຂະໜາດຫາກໍ່ເປີດ ແຕ່ຫລາຍເຊີເວີຍັງເປັນ 0 ຢູ່)
VientianeMai.net
Alexa Rank 1,500,127, Page Rank 5
vienglao.blogspot.com
Alexa Rank 4,406,891, Page Rank 3
(ຍັງຢູ່ລະຫວ່າງ 1 ກັບ 3 ຄາດວ່າດຽວຄົງຈະຮູ້ຜົນ)
ເອົາເທົ່ານີ້ກ່ອນດີກວ່າ ເພາະມັນມີຫລາຍຍຍຍຍຍຍຍຍຍຍຍຍຍ ອີກຢ່າງ ຕອນນີ້ PR ຍັງບໍ່ທັນຄົງທີ່ເທື່ອ ຖ້າໃຫ້ມັນຢູ່ກັບທີ່ກ່ອນ ຄ່ອຍວ່າກັນໃຫມ່ແຕ່ ເທົ່າທີ່ສັງເກດເບິ່ງ ຮູ້ສຶກວ່າ ຫລາຍ ໆ ເວບທີ່ມີການໃຊ້ມາດຕະການ SEO ຮູ້ສຶກວ່າ ຈະມີພາສີດີເປັນພິເສດ ທັງໃນ Alexa Rank ແລະ Page Rank ສ່ວນເວບທີ່ບໍ່ໄດ້ເນັ້ນ SEO ນັ້ນ ຈະມີ PR ເກືອບເທົ່າ ໆ ກັບຄັ້ງກ່ອນເລີຍ
ສຳຫລັບທ່ານໃດທີ່ສົນໃຈຈະກວດສອບ PR ຂອງເວບທ່ານນັ້ນ ແນະນຳໃຫ້ໃຊ້ເຄື່ອງມືຈາກ ເວບນີ້