ຫລັງຈາກທີ່ບໍ່ໄດ້ເຂົ້າໄປເບິ່ງດົນ ເພາະວ່າແຕ່ກ່ອນໃຊ້ເນັດ 56K (ຕໍ່ໄດ້ 52Kbps) ຈຶ່ງຊ້າຫລາຍ ຕອນຫລັງນີ້ປ່ຽນມາໃຊ້ ADSL 256K ເລີຍມີໂອກາດໄດ້ໄປລອງໃຊ້ບໍລິການແຜນທີ່ຈາກ Google Maps ອີກຄັ້ງໜຶ່ງ (ເຫດສືບເນື່ອງມາຈາກໂພສຕ໌ນີ້) ກໍ່ເລີຍໄດ້ຮູ້ວ່າ Google Maps ໄດ້ອັບເດດຄວາມຄົມຊັດຂອງແຜນທີ່ ໃນປະເທດລາວແດ່ແລ້ວ ເຖິງຈະເປັນສະເພາະບາງຈຸດກໍ່ຕາມ
ເປີດແຜນທີ່ມາຫລວງພະບາງ ຄ່ອຍ ໆ ເລື່ອນ ໆ ມາເບິ່ງ ປະກົດເຫັນ…
ເອ໊ະ!!? ມັນຢູ່ບ່ອນໃດຂອງຫລວງພະບາງ?? ຄິດບໍ່ອອກ 555

ຈຸດຕັດລະຫວ່າງເຂດທີ່ໄດ້ຮັບການອັບເດດ ແລະເຂດທີ່ຍັງບໍ່ໄດ້ອັບເດດ ເຊິ່ງຈະມົວ ໆ ຈົນເບິ່ງບໍ່ອອກ (ທາງຊ້າຍ)
…
ອັນນີ້ກໍ່ຄິດບໍ່ອອກຄືກັນ ບໍ່ຮູ້ມັນຢູ່ຈຸດໃດຂອງຫລວງພະບາງ ແບບນີ້ຕ້ອງຊອກຫາພູສີໃຫ້ເຫັນກ່ອນ ຖ້າເຫັນພູສີກໍ່ເຫັນໃຈກາງຫລວງພະບາງ…
…
ວ່າແລ້ວກໍ່ຊູມອອກມາເບິ່ງໄລຍະໃກ້ ຈະໄດ້ເຫັນງ່າຍ ໆ ແຕ່ປະກົດວ່າ… ໂອ້ວ!! ອອກມາໄກໂພດ!! 555+
…
ຫລັງຈາກຊູມອອກມາພໍປະມານ ຈຶ່ງໄດ້ຮູ້ວ່າ Google Maps ອັບເດດພຽງບາງສ່ວນຂອງຫລວງພະບາງເທົ່ານັ້ນເອງ ສ່ວນທີ່ເປັນໃນຕົວເມືອງ ຍັງບໍ່ທັນໄດ້ອັບເດດເທື່ອ ພາບແຜນທີ່ຍັງມົວ ໆ ເບິ່ງຫຍັງບໍ່ເຫັນດີ
…
ວ່າແລ້ວກໍ່ປ່ຽນເປົ້າຫມາຍມາເບິ່ງວຽງຈັນແທນ ໂດຍໃສ່ຄຳຄົ້ນຫາວ່າ “Vientiane” ແລ້ວກົດ Search Maps ກໍ່ຈະມາອອກແຜນທີ່ວຽງຈັນ ເຊິ່ງສັງເກດຈະເຫັນວ່າ ຝັ່ງຫນອງຄາຍຈະມີຊື່ຂອງບ້ານກຳກັບໄວ້ພ້ອມ ແຕ່ຂອງຝັ່ງລາວຍັງບໍ່ທັນມີເທື່ອ ຄາດວ່າ ອີກບໍ່ດົນຄົງຈະມີຄືກັນ ຮອດຕອນນັ້ນຄືຊິດີຫລາຍ
…
ເລີ້ມທົວໄປຕາມແຕ່ລະຈຸດສຳຄັນ ໆ ຂອງວຽງຈັນ ຜ່ານໄປພົບກັບຫໍກາຍຍະສິນ
…
ພາບສະໜາມບິນວັດໄຕ ເຫັນຍົນພ້ອມ ລອງນັບເບິ່ງມີຈັກລຳ
…
ເດີ່ນກິລາ ຮູ້ສຶກວ່າ ຈະຢູ່ຂວາງ ໆ ແດ່ຈັກຫນ່ອຍ
…
ທາດດຳ
…
ຕະຫຼາດເຊົ້າ
…
ອານຸສາວະລີປະຕູໄຊ ຍັງບໍທັນເຫັນຫມົດເທື່ອ ຍັງມົວ ໆ ຢູ່ອີກຂ້າງໜຶ່ງ ສົງໄສຕ້ອງຖ້າໃຫ້ Google ອັບເດດ Maps ໃຫມ່ກ່ອນ
…
Google Maps ສາມາດນຳໃຊ້ໄດ້ຈາກເວບໄຊຕ໌ຂອງ maps.google.com ເຊິ່ງເປັນຫນຶ່ງໃນບໍລິການຟຣີຈາກ Google
ໄວ້ໂອກາດໜ້າຈະມາແນະນຳເທັກນິກດີ ໆ ໃນການໃຊ້ Google Maps ໃຫ້ເປັນປະໂຫຍດອີກຄັ້ງໜຶ່ງ ສ່ວນຕອນນີ້ຕ້ອງຈໍຈົບໄວ້ພຽງເທົ່ານີ້ກ່ອນ ສະບາຍດີ














By น้องโอ on Apr 28, 2007 | Reply
ถ้าเป็นไปได้ช่วยเขียนหัวข้อเรื่องการอ่านภาษาลาวให้หน่อยซิครับ
By au8ust on Apr 28, 2007 | Reply
ເອ.. ວິທີອ່ານພາສາລາວຫວາ? ທ່ານນ້ອງໂອລອງເບິ່ງບລັອກ ພາສາລາວມື້ລະຄຳ ຫຼືຍັງນໍ້? ເພາະວ່າບລັອກນັ້ນຂຽນເລື່ອງພາສາລາວໂດຍສະເພາະເລີຍນ່າ
By rathwjj on Apr 28, 2007 | Reply
Sorry about making you confuse.
Your site look great, but for the one that can read normal Thai, it only can say that I cannot understand it.
^^
By au8ust on Apr 29, 2007 | Reply
rathwjj, thanks for visiting my site. hope you will comeback again
By Pnomsin on Apr 30, 2007 | Reply
ບ່ອນທີ່ ວ່າ ບໍ່ຮູ້ວ່າຢູ່ໃສຂອງຫລວງພະບາງ ນັ້ນ
ຂໍອອກຄວາມເຫັນວ່າ ນັ້ນແມ່ນຕະຫລາດໃຫມ່ນາວຽງຄຳ
ເສັ້ນທາງຈາກຂົວຜານົມ ເຊື່ອມໄປນາສຳພັນ
ແມ່ນບໍ່ ຊາວຫລວງພະບາງ