Lao Antivirus 2007 ເປັນໂປຣແກຣມ Antivirus ທີ່ພັດທະນາໂດຍຄົນລາວ ມີອອກມາ ຮູ້ສຶກຈະຫລາຍເວີຊັນແລ້ວພໍສົມຄວນ ຜູ້ພັດທະນາມີຊື່ວ່າ “ອາເລັກໄຊ” ໄດ້ຍິນວ່າໃຊ້ VB ໃນການພັດທະນາ
ເອົາລະ ເພື່ອບໍ່ໃຫ້ເປັນການເສຍເວລາ ເຮົາມາເລີ່ມກັນເລີຍ ທຳອິດກໍ່ດາວໂຫລດຕົວຕິດຕັ້ງມາກ່ອນ ຮູ້ສຶກວ່າ ຈະເປັນ Antivirus ທີ່ມີຂະໜາດນ້ອຍຫລາຍ ນ້ອຍຈົນເຫລືອເຊື່ອ ຄາດວ່າຈະເປັນ Antivirus ທີ່ມີຂະຫນາດນ້ອຍທີ່ສຸດເທົ່າທີ່ເຄີຍເຫັນມາ ດ້ວຍຂະຫນາດພຽງ 1.5MB ເທົ່ານັ້ນ!
ເມື່ອໂຫລດແລ້ວ ໆ ກໍ່ຈັດການຕິດຕັ້ງໄປຕາມຂັ້ນຕອນຂອງມັນ
…
ຫລັງຈາກຕິດຕັ້ງຮຽບຮ້ອຍແລ້ວ ຕົວໂປຣແກຣມກໍ່ຈະຖືກເປີດຂຶ້ນມາໂດຍອັດຕະໂນມັດ ແລະກໍ່ຈະມີໄອຄອນຂອງໂປຣແກຣມ ຂຶ້ນມາທີ່ Traybar ເຊິ່ງໜ້າຕາຂອງ Lao Antivirus 2007 ກໍ່ຈະເປັນແບບນີ້ >>
ກໍ່ ຈະມີໜ້າຕາ Interface ທີ່ຮຽບ ໆ ແດ່ຈັກໜ້ອຍໜຶ່ງ ມີເມນູຫລັກໃຫ້ເລືອກ 7 ເມນູ
…
ເມື່ອຄລິກໄປທີ່ຂໍ້ມູນຜູ້ຂຽນປະກົດວ່າ…
ໂປຣແກຣມນີ້ເປັນ Shareware!!! ໃຊ້ໄດ້ພຽງ 120 ວັນ ຕ້ອງລົງທະບຽນ ເສຍຄ່າລິກຂະສິດ $5 ຕໍ່ 1 License ອືມ…
…
ຕໍ່ມາກໍ່ລອງອັບເດດຖານຂໍ້ມູນເບິ່ງ ກໍ່ປະກົດວ່າເປັນໄປດ້ວຍດີ
…
ທົດລອງສະແກນໄວຣັດເບິ່ງ ຮູ້ສຶກວ່າຈະມີບັນຫາເລັກນ້ອຍໃນການສະແດງຜົນການຄົ້ນຫາ ເພາະວ່າສະແກນປະມານ 1 ນາທີ ແຕ່ຜົນການຄົ້ນຫາໄວຣັດກັບບອກວ່າ ໃຊ້ເວລາ 01:21:25 ນາທີ
…
ການຕັ້ງຄ່າກໍ່ມີຕົວເລືອກ 6 ຢ່າງ ຄື ມີເປີດໃຫ້ສະແກນອັດຕະໂນມັດ, ເປີດທຳງານເມື່ອເປີດເຄື່ອງ, ກຳຫນົດເວລາຊອກຫາໄວຣັດເອງ, ລົບໄວຣັດທັນທີເມື່ອກວດພົບ, ອັບເດດອັດຕະໂນມັດ ແລະໃຊ້ສຽງແຈ້ງເຕືອນເມື່ອກວດພົບໄວຣັດ
…
ໃນເມນູຕົວຊ່ວຍອື່ນ ໆ ກໍ່ຈະມີເຄື່ອງມືຕ່າງ ໆ ເຊັ່ນ Process Viewer, StartUp Viewer ແລະ Registry Edit ໃຫ້ໃຊ້ງານ
… …
ໜ້າຈໍກັກໄວຣັດ
…
ໜ້າຈໍລາຍງານ
…
ທົດສອບໄວຣັດ ເມື່ອ Lao Antivirus 2007 ກວດພົບໄວຣັດ ກໍ່ຈະມີໜ້າຕ່າງຂຶ້ນມາບອກປະມານນີ້ ຂຶ້ນມາໄດ້ປະມານບໍ່ເກີນ 5 ວິ ກໍ່ຈະຫາຍໄປເອງ ພ້ອມກັບມີໜ້າຕ່າງບອກວ່າ ກັກໄວຣັດໄວ້ແລ້ວ
…
ເມນູເມື່ອຄລິກຂວາທີ່ໄອຄອນໃນ Traybar ຂອງ Lao Antivirus 2007
…
ໄດ້ລອງໃຊ້ບໍ່ຫລາຍປານໃດ ເທົ່າທີ່ສັງເກດກໍ່ໂອເຄ ສາມາດໃຊ້ງານໄດ້ໃນລະດັບໜຶ່ງ ແຕ່ວ່າ ເຖິງຢ່າງໃດກໍ່ຕາມ Lao Antivirus 2007 ບໍ່ໄດ້ມີເມນູເມື່ອຄລິກຂວາທີ່ໄຟລ໌ ຫຼືໂຟລ໌ເດີ ເຊັ່ນດຽວກັບ Antivirus ອື່ນ ໆ ມີກັນ ເຊິ່ງກໍ່ຫມາຍຄວາມວ່າ ຫາກບໍ່ໃຫ້ຕົວໂປຣແກຣມກວດພົບເອງແລ້ວ ກໍ່ຕ້ອງໄປສັ່ງງານຜ່ານຫນ້າຕ່າງໂປຣແກຣມແທນ ຄາດວ່າໃນເວີຊັນໜ້າອາດຈະມີການແກ້ໄຂໃນສ່ວນນີ້
ໂດຍພາບລວມແລ້ວ ກໍ່ຖືວ່າໜ້າໃຊ້ງານ ຂະໜາດນ້ອຍ ບໍ່ກິນແຮງເຄື່ອງຫລາຍ ຂໍ້ເສຍຄື ບໍ່ມີຄວາມຊັດເຈນໃນຕົວໂປຣແກຣມເອງ ຂໍ້ມູນຕ່າງ ໆ ກ່ຽວກັບໂປຣແກຣມມີນ້ອຍ ຂາດການປະຊາສຳພັນທີ່ດີ
ຫາກທ່ານໃດສົນໃຈກໍ່ທົດລອງເຂົ້າໄປດາວໂຫລດໄດ້ຈາກເວບໄຊຕ໌ຂອງ Lao Antivirus ໄດ້ເລີຍ
ເວບໄຊຕ໌ - Lao Antivirus





By byte2bit_Happy@hotmail.com on Sep 9, 2007 | Reply
23