ຕັ້ງແຕ່ນີ້ຕໍ່ໄປ ຈະເລີ້ມຂຽນກ່ຽວກັບປລັກອິນສຳຫລັບ WordPress ມື້ລະໜ້ອຍ ໆ ເພື່ອອາດຈະເປັນປະໂຫຍດແດ່ບໍ່ຫລາຍກໍ່ໜ້ອຍ ເຊິ່ງກໍ່ຫວັງວ່າ ຈະມີຜູ້ສົນໃຈ 😉
Pagebar v1.3.1a ເປັນປລັກອິນເພື່ອເພີ່ມແທບສຳຫລັບໄປຫນ້າຕ່າງ ໆ ທີ່ຢູ່ໃນບລັອກ ເພາະວ່າ ຕາມປົກກະຕິແລ້ວ ໃນ WordPress ນັ້ນ ເມື່ອເຮົາມີຫລາຍ ໆ ຫນ້າແລ້ວ ຈະມີລິງກ໌ໄປຫນ້າກ່ອນຫນ້ານີ້ເທົ່ານັ້ນ ແຕ່ບໍ່ສາມາດເລືອກໄດ້ວ່າຈະໄປໜ້າທີ່ເທົ່າໃດ ດັງນັ້ນ ຈຶ່ງມີປລັກອິນ Pagebar v1.3.1a ທີ່ວ່ານີ້ ໂດຍທີ່ເມື່ອເຮົາເປີດໃຊ້ງານແລ້ວ ກໍ່ຈະມີລັກສະນະດັ່ງໃນພາບ
ວິທີການຕິດຕັ້ງ
- ດາວໂຫລດປລັກອິນ
- ແຕກໄຟລ໌ໄປໄວ້ໃນ /wp-content/plugins/
- ຈັດການ Activate ໃນ WordPress Admin
- ແກ້ໄຂໄຟລ໌ index.php ຂອງ theme ທີ່ໃຊ້ ໂດຍໃສ່
<?php wp_pagebar(array("prev"=>"« ໜ້າກ່ອນໜ້ານີ້", "next"=>"ໜ້າຖັດໄປ »")); ?
ແທນ
<div class="alignleft"><?php next_posts_link('« Previous Entries') ?></div>
<div class="alignright"><?php previous_posts_link('Next Entries »') ?><div> - ຈາກນັ້ນ ກໍ່ອັບໂຫລດກັບຄືນໄວ້ ແລ້ວທົດລອງເບິ່ງ