ພາທົວ Ubuntu 7.04 “Feisty Fawn” ຕອນທີ່ ໒
ຫລັງຈາກທີ່ຂຽນຄ້າງໄວ້ໃນຕອນທີ່ແລ້ວ ກໍ່ໄດ້ເວລາມາຂຽນຕອນຕໍ່ໄປ ແລະເປັນຕອນຈົບຂອງພາທົວນີ້ແລ້ວ
ເມື່ອຕິດຕັ້ງຮຽບຮ້ອຍແລ້ວ ລະບົບກໍ່ຈະຖາມໃຫ້ Restart ແລະເມື່ອຕົກລົງໄປ ລະບົບກໍ່ຈະເລີ້ມໃຫມ່ ໂດຍຄັ້ງນີ້ຈະເຂົ້າສູ່ Ubuntu 7.04 ຜ່ານ Harddisk ແທນ LiveCD (ຖ້າໃຜກຳຫນົດ boot priority ໃນ BIOS ຈະຕ້ອງໄດ້ກັບໄປແກ້ໄຂຄືນກ່ອນ ໃຫ້ boot ຈາກ HDD ແທນ)
ກໍ່ຈະພົບກັບຫນ້າຈໍນີ້
…
ຈາກນັ້ນ ກໍ່ຈະເຂົ້າສູ່ຫນ້າຈໍ Login ຂອງ Ubuntu ແລະໃຫ້ເຮົາໃສ່ຊື່ ພ້ອມລະຫັດຜ່ານ ຕາມທີ່ໄດ້ກຳເລືອກໄວ້ຕອນຕິດຕັ້ງ
…
ໜ້າຈໍ Loading… ກໍ່ຖ້າໄປອີກໜ້ອຍໜຶ່ງ
…
ແລະແລ້ວ ກໍ່ເຂົ້າສູ່ Desktop ຂອງ Feisty Fawn ຈົນໄດ້ ໂດຍໃນພາບຈະເຫັນວ່າ ມີຫນ້າຕ່າງຂຶ້ນມາໃຫ້ຈັດການກ່ຽວກັບ software packages ເພາະມີ Update ໃຫມ່ມາ
ຈະເຫັນວ່າມີໄອຄອນ CD Ubuntu ຢູ່ຫນ້າຈໍ ດ້ວຍເຫດວ່າຍັງບໍ່ທັນໄດ້ເອົາແຜ່ນອອກ ຈຸດນີ້ເປັນຄວາມແຕກຕ່າງອີກຢ່າງໜຶ່ງລະຫວ່າງ Ubuntu ກັບ Windows ເຊິ່ງໃນ Ubuntu ນັ້ນ ເມື່ອເຮົາໃສ່ແຜ່ນຫຍັງເຂົ້າໄປ ມັນຈະຖືກ mount ຂຶ້ນມາໄວ້ໜ້າຈໍ Desktop ເອງໂດຍອັດຕະໂນມັດ ແລະເມື່ອເອົາແຜ່ນອອກແລ້ວ ກໍ່ຈະຫາຍໄປເອງອີກເຊັ່ນກັນ
…
ເມື່ອຄລິກທີ່ Start package manager ແລ້ວກໍ່ຈະມີກ່ອງຕອບຮັບ ໃຫ້ໃສ່ລະຫັດຜ່ານຢືນຢັນຄວາມເປັນ root (ຄ້າຍ ໆ ກັບ Administrator ໃນ Windows) ກໍ່ໃສ່ໄປຕາມນັ້ນ
…
ຈາກນັ້ນກໍ່ເຮັດໄປຕາມຂັ້ນຕອນ…
…
ລະບົບຈະມີໂປຣແກຣມ Dictionary ມາໃຫ້ໃຊ້ພ້ອມ ແຕ່ວ່າ ຈະເປັນການດຶງຂໍ້ມູນມາຈາກ Server ອີກເທື່ອໜຶ່ງ ນັ້ນກໍ່ຫມາຍຄວາມວ່າ ຈະຕ້ອງເຊື່ອມຕໍ່ກັບອິນເຕີເນັດຈຶ່ງຈະສາມາດໃຊ້ງານໄດ້
ການເປີດໃຊ້ງານກໍ່ພຽງໄປທີ່ເມນູ Applications > Accessories > Dictionary
…
ແລ້ວກໍ່ມີໂປຣແກຣມ GIMP (ຫຍໍ້ມາຈາກ GNU Image Manipulation Program) ມາພ້ອມ ໃຊ້ໄວ້ປັບແຕ່ງຮູບພາບ ຄ້າຍ ໆ ກັບ Photoshop ໃນ Windows & Mac ແຕ່ວ່າ ໜ້າຕາເມນູຕ່າງ ໆ ຈະບໍ່ຄື Photoshop ປານໃດ ອາດຕ້ອງໃຊ້ເວລາຈັກໜ້ອຍໜຶ່ງໃນການປັບຕົວ
…
ການປ່ຽນ Theme ຫຼືໜ້າຕານັ້ນ ເຮັດໄດ້ໂດຍໄປທີ່ເມນູ System > Preferences > Theme ເຊິ່ງໃນຫລາຍ ໆ Theme ນັ້ນ ເວລາປ່ຽນແລ້ວ ມັນຈະປ່ຽນທັງ ສີ, ຮູບແບບ ແລະໄອຄອນຂອງລະບົບນຳ
…
ກ່ຽວກັບເບິ່ງຫນັງຟັງເພງ ໃນ Ubuntu ກໍ່ມີໂປຣຯ ມາໃຫ້ສາມສີ່ຕົວແລ້ວ ສຳຫລັບເບິ່ງໄຟລ໌ຫນັງໄຟລ໌ວີດິໂອ ຈະໃຊ້ Torem Movie Player, ຖ້າກ່ຽວກັບເພງ ກໍ່ໃຊ້ Rhyhmbox Music Player ແລະຫາກຈະອັດເພງ ຫຼືເອົາເພງຈາກຊີດີມາໄວ້ໃນເຄື່ອງ ກໍ່ໃຊ້ Serpentine Audio CD Creator ແລະ Sound Juicer CD Extractor ໄດ້ທັນທີ
…
ການເປີດເບິ່ງໄຟລ໌ຕ່າງ ໆ ໃນເຄື່ອງນັ້ນ ໃຫ້ໄປທີ່ Places > Computer
…
ຫນ້າຈໍ Login ນັ້ນ ກໍ່ສາມາດປັບປ່ຽນໄດ້ເຊັ່ນກັນ ໄປທີ່ System > Administration > Login Window
…
ສຳຫລັບ Ubuntu ນັ້ນ ຫາກວ່າມີໂປຣແກຣມໃດທີ່ສັ່ງປິດແລ້ວ ບໍ່ຍອມປິດ ຈະມີຫນ້າຕ່າງຂຶ້ນມາໃຫ້ເລືອກວ່າ ຕ້ອງການຈະທຳການ Force Quit ຫລືບໍ່ (ໃນ Windows ຈະເອີ້ນວ່າ End Task)
…
ໂປຣແກຣມຕ່າງ ໆ ນັ້ນ ສາມາດເຂົ້າເຖິງໄດ້ຜ່ານເມນູທີ່ຢູ່ດ້ານເທິງ
…
ຈະສັງເກດເຫັນວ່າ ມີປຸ່ມສີແດງ ໆ ຢູ່ມຸມຂວາເທິງ ເຊິ່ງໃຊ້ໄວ້ສຳຫລັບ Shutdown ຫຼືປິດລະບົບນັ້ນເອງ ເມື່ອຄລິກແລ້ວ ກໍ່ຈະຂຶ້ນຫນ້າຕ່າງໃຫມ່ຂຶ້ນມາ ພ້ອມກັບສີພື້ນຫລັງທີ່ມືດລົງ
ໃນຫນ້າຕ່າງນີ້ ຈະສາມາດເລືອກໄດ້ວ່າຕ້ອງການຈະເຮັດຫຍັງ ເຊິ່ງກໍ່ຈະມີ Logout, Lock Screen, Switch User, Hibernate, Restart ແລະ Shutdown
…
…
ແບບຫຍໍ້ ໆ ລວກ ໆ ຂອງ Ubuntu ກໍ່ມີປະມານນີ້ລະ (ຫຍໍ້ສຸດ ໆ ເລີຍ ຂ້າມລາຍລະອຽດທີ່ໜ້າສົນໃຈໄປຫລາຍຢ່າງເຕີບ ຕ້ອງຂໍອະໄພ) ເພາະວ່າ Ubuntu ເປັນ Linux Distribution ທີ່ມີຄວາມສາມາດອັນຫລາກຫລາຍ ຕ້ອງລອງເອງຈຶ່ງຈະຮູ້
ສ່ວນໃຜທີ່ນິຍົມ Effects ວູບວາບ ແລະຫນ້າຈໍທີ່ສວຍງາມນັ້ນ ກໍ່ອາດຈະເລືອກລົງ Beryl ໄດ້ເຊັ່ນກັນ ແລ້ວທ່ານຈະໄດ້ສົມໃຈ ເພາະ Ubuntu ສາມາດປັບແຕ່ງໄດ້ຫລາຍແບບຫລາຍແນວ ທັງແບບເພື່ອ Performance ແລະຄວາມສວຍງາມ



ຄວາມຄິດເຫັນຫຼ້າສຸດ