Ubuntu ເປັນລະບົບປະຕິບັດການ Linux ທີ່ໄດ້ຮັບຄວາມນິຍົມຂຶ້ນເລື້ອຍ ໆ ໃນຊ່ວງປີທີ່ຜ່ານມາ ດ້ວຍຄວາມທີ່ເປັນ Linux Distribution ທີ່ໃຊ້ງານງ່າຍ ແລະມີຄວາມສາມາດຄົບຖ້ວນ
ແລະມື້ວານນີ້ເອງ Ubuntu 7.04 ລະຫັດ “Feisty Fawn” ກໍ່ໄດ້ອອກມາສູ່ສາຍຕາຊາວໂລກ ຜູ້ຄົນແຫ່ແຫນກັນໄປ Ubuntu.com (ຈົນເຮັດໃຫ້ Server ລົ່ມເປັນຄັ້ງຄາວ -_-”) ເຊິ່ງ au8ust.org ກໍ່ພາດບໍ່ໄດ້ທີ່ຈະນຳມາຣີວິວໃຫ້ ໄດ້ອ່ານກັນ
ໃນບົດຄວາມຣີວິວ Ubuntu 7.04 ນີ້ ຈະເປັນແບບ Step-By-Step ຕັ້ງແຕ່ຂັ້ນຕອນການຕິດໄປ ໄປຈົນເຖິງສ່ວນຕ່າງ ໆ ຂອງລະບົບ ແລະມີພາບປະກອບເປັນຈຳນວນຫລາຍ ດັງນັ້ນ ທ່ານໃດທີ່ໃຊ້ເນັດຊ້າກໍ່ກຽມໃຈໄວ້ເລັກນ້ອຍ
ຫລັງຈາກທີ່ດາວໂຫລດ Ubuntu CD ມາແລ້ວ ກໍ່ຈັດການ Reboot ເຄື່ອງ ແລ້ວປ່ຽນໃຫ້ Boot ຈາກ CD-ROM ແທນ ເຊິ່ງ Mainboard ຮຸ່ນໃຫມ່ ໆ ຈະສາມາດກົດ Hotkey ເພື່ອເລືອກ Boot ໄດ້ (ເຊັ່ນກົດ F8 ຫລື F11 ເປັນຕົ້ນ)
ຫນ້າຈໍທຳອິດທີ່ຈະໄດ້ພົບກໍ່ຄື ເມນູຂອງ Ubuntu ເຊິ່ງຈະມີຕົວເລືອກຕ່າງ ໆ ເຊັ່ນຕິດຕັ້ງ, ກວດສອບແຣມ ແລະແຜ່ນຕິດຕັ້ງ ເປັນຕົ້ນ ກໍ່ກົດເຂົ້າອັນທຳອິດເລີຍ ຄືຕິດຕັ້ງ
ແລ້ວລະບົບກໍ່ຈະທຳການໂຫລດຂໍ້ມູນຕໍ່ໄປ…
—-
ຈົນໃນທີ່ສຸດກໍ່ມາຮອດຫນ້າຈໍ Desktop ຂອງ Ubuntu 7.04!
ລືມບອກໄປວ່າ Ubuntu CD ຈະເປັນແຜ່ນ LiveCD ທີ່ເຮົາສາມາດທົດລອງໃຊ້ງານໄດ້ໂດຍບໍ່ຕ້ອງຕິດຕັ້ງ ຫາກລອງແລ້ວພໍໃຈ ຢາກໃຊ້ ກໍ່ສາມາດກົດ Install ເພື່ອຕິດຕັ້ງລົງ Harddisk ໄດ້ທັນທີ
—-
—-
ເມື່ອເຂົ້າມາເຖິງຫນ້າຈໍແລ້ວ ກໍ່ມາລອງຕິດຕັ້ງແປ້ນພິມພາສາລາວ ເພື່ອທົດສອບພາສາລາວກັນກ່ອນ ໂດຍຄລິກຂວາທີ່ Bar ດ້ານເທິງ ເລືອກ Add to Panel…
ຈາກນັ້ນກໍ່ເລືອກ Keyboard Indicator ໂດຍການຄລິກສອງຄັ້ງ ກໍ່ຈະພົບວ່າມີ USA ຂຶ້ນມາໃນແທບເມນູແລ້ວ
—-
—-
ຕໍ່ໄປຄືການເພີ່ມພາສາລາວ ໂດຍຄລິກຂາວທີ່ USA ເລືອກ Keyboard Preferences
ຮູບສຸດທ້າຍເປັນການເລືອກໃຫ້ກົດ Shift+Alt ແລ້ວປ່ຽນພາສາ ລະຫວ່າງພາສາລາວ ກັບພາສາອັງກິດ ເມື່ອຮຽບຮ້ອຍແລ້ວກໍ່ລອງພິມເບິ່ງ ໂດຍສ້າງໂຟລເດີຂຶ້ນມາແລ້ວໃສ່ຊື່ເປັນພາສາລາວ…
—-
—-
ກໍ່ຈະເຫັນວ່າ ສາມາດໃຊ້ງານພາສາລາວໄດ້ດີໃນລະດັບໜຶ່ງ (ຮູ້ສຶກວ່າຈະດີກວ່າ Windows Vista –ເພາະຂອງ Vista ຕົວລາວຈະນ້ອຍໂພດ ອ່ານຍາກໄປໜ້ອຍໜຶ່ງ) ແລະອີກລູກຫຼິ້ນເລັກ ໆ ນ້ອຍ ໆ ໃນ Ubuntu ກໍ່ຄື ການຂະຫຍາຍໄອຄອນໃຫ້ໃຫຍ່ ໆ ຕາມພາບດ້ານເທິງ
—-
—-
ຈາກນັ້ນ ກໍ່ມາລອງໃຊ້ອິນເຕີເນັດ ມາທ່ອງເວບເບິ່ງ ໂດຍໃນ Ubuntu 7.04 ຈະມີໂປຣແກຣມກ່ຽວກັບອິນເຕີເນັດມາຫລາຍຕົວພໍສົມຄວນ ເທົ່າທີ່ເບິ່ງໃນຮູບກໍ່ຈະເຫັນວ່າມີ Ekiga Softphone ໃຊ້ໄວ້ໂທຜ່ານເນັດ, Evolution Mail ໃຊ້ໄວ້ຮັບສົ່ງອີເມລ, Firefox ໄວ້ເປີດເວບຕ່າງ ໆ, Gaim ອັນນີ້ດີ ເປັນໂປຣແກຣມ Instant Messenger ທີ່ຮອງຮັບ Protocols ຫລາຍຕົວ ດຽວຈະຂຽນເພີ່ມເຕີມຕາມຫລັງ ແລະອັນສຸດທ້າຍກໍ່ຄື Terminal ໄວ້ສຳຫລັບ Power User ໃຊ້ກັນ ຕອນນີ້ເຮົາມາເປີດ Firefox ທ່ອງເວບກ່ອນດີກວ່າ ຈະໄດ້ທົດລອງພາສາລາວພ້ອມ…
ເປີດ Firefox ຂຶ້ນມາ ກໍ່ຈະເປັນຫນ້າ Welcome ຂອງ Ubuntu ກ່ອນ
—-
—-
ເບິ່ງໜ້ອຍໜຶ່ງແລ້ວກໍ່ເປີດໄປທີ່ www.au8ust.org ທົດລອງ…
—-
ທຸກຢ່າງເປັນປົກກະຕິດີ ແຕ່ຟອນຕ໌ຈະຕ່າງຈາກ Saysettha OT ແດ່ ບໍ່ແນ່ໃຈວ່າໃຊ້ຟອນຕ໌ຫຍັງ ລອງເປີດເບິ່ງເວບອື່ນ ໆ…
—-
ກໍ່ໂອເຄ ທຸກຢ່າງໜ້າຈະຮຽບຮ້ອຍແລ້ວ ບາດນີ້ກໍ່ມາເບີ່ງໃນສ່ວນຂອງການຈັດການກ່ຽວກັບ ເອກະສານຕ່າງ ໆ ໃນ Ubuntu ຈະມີໂປຣແກຣມ OpenOffice.org ມາໃຫ້ແລ້ວ ໂປຣແກຣມນີ້ຈະມາເປັນຊຸດ ຄ້າຍ ໆ ກັບ Microsoft Office ນັ້ນລະ ຈະມີພວກໃຊ້ກ່ຽວກັບ Word Processing, Spreadsheet, Database ແລະ Presentation ຖືວ່າໃຊ້ແທນ MS Office ໄດ້ຫມົດ ແຕ່ວ່າຈະຕ່າງກັນເລັກນ້ອຍໃນຄວາມຊິນເຄີຍ ເພາະເມນູຕ່າງ ໆ ຈະບໍ່ຄືກັນປານໃດໃນບາງຈຸດ
ບັນຫາເທົ່າທີ່ພົບສາມາດອ່ານໄດ້ໃນຮູບທາງເທິງ ^
ລອງຫຼິ້ນ LiveCD ມາໄດ້ເທົ່ານີ້ກໍ່ພໍແລ້ວລະ ຕໍ່ໄປກໍ່ຈັດການ Install ລົງເຄື່ອງເລີຍ ຂໍແນະນຳວ່າຖ້າຈະໃຫ້ດີຄວນມີ Harddisk ແຍກຕ່າງຫາກເພື່ອໃຊ້ Ubuntu ດີກວ່າ ຈະໄດ້ບໍ່ມີບັນຫາ ຫຼືອາດຈະຕິດຕັ້ງລງ USB Flash Drive ກໍ່ໄດ້ເຊັ່ນກັນ ຖ້າບໍ່ຕິເລື້ອງມັນຊ້າໄປແດ່ຈັກຫນ່ອຍ
—-
—-
ກໍ່ກົດ Install ທີ່ຢູ່ຫນ້າຈໍ Desktop ແລ້ວກໍ່ຈະຂຶ້ນຫນ້າຕ່າງໃຫມ່ຂຶ້ນມາ ໂດຍໃຫເຮົາເລືອກພາສາທີ່ຕ້ອງການ ມີຫລາຍພາສາພໍສົມຄວນ ແຕ່ບໍ່ມີພາສາລາວ (ມື້ໜ້າໄປແປຊ່ວຍກັນດີບໍ່?)
—-
—-
ເມື່ອເລືອກພາສາແລ້ວ ໆ ກໍ່ກົດ Forward ກໍ່ຈະພົບໜ້າຈໍເລືອກເຂດເວລາ ກໍ່ເລືອກເປັນວຽງຈັນໄປ
—-
ຈາກນັ້ນເລືອກ Keyboard layout
—-
ແລ້ວກໍ່ມາຮອດຂັ້ນຕອນສຳຄັນ ຂັ້ນຕອນນີ້ ເຮົາຕ້ອງເລືອກວ່າ ຈະໃຊ້ Partition ຕົວໃດ ໃນການຕິດຕັ້ງລະບົບ ເຊິ່ງໃນກໍລະນີຂອງຜູ້ຂຽນນັ້ນແມ່ນຕິດຕັ້ງຜ່ານ VMWare ແລະສ້າງ Image Partition ໄວ້ 8GB ກໍ່ເລີຍມີໃຫ້ເລືອກອັນດຽວ ກໍ່ກົດ Forward ໄປຕໍ່ເລີຍ ຕາມພາບ
—-
—-
ອີກສິ່ງໃຫມ່ທີ່ມີໃນ Ubuntu 7.04 ກໍ່ຄື ການຍ້າຍຂໍ້ມູນ User profile(s) ຈາກ Windows ມາ Ubuntu ເຊິ່ງຈາກພາບລຸ່ມ ຈະເຫັນວ່າ ບໍ່ມີໃຫ້ເລືອກ ເພາະບໍ່ໄດ້ລົງ Windows ໄວ້
ໜ້າຈໍຖັດໄປ ຈະເປັນຂໍ້ມູນຂອງຜູ້ໃຊ້ ໂດຍເຮົາຈະຕ້ອງໃສ່ຊື່ຜູ້ໃຊ້ ແລະລະຫັດຜ່ານ ພ້ອມທັງຊື່ຂອງເຄື່ອງທີ່ຕິດຕັ້ງພ້ອມ ຕາມພາບ
—-
ເມື່ອຮຽບຮ້ອຍແລ້ວ ກໍ່ຈະເຂົ້າສູ່ໜ້າຈໍສຸດທ້າຍ ທີ່ຈະສະຫລຸບໃຫ້ເບິ່ງວ່າໄດ້ເລືອກຫຍັງໄວ້ແດ່ ຖ້າຫາກພໍໃຈແລ້ວກໍ່ກົດ Install ເພື່ອເລີ້ມການຕິດຕັ້ງໄດ້ທັນທີ
ຈາກນັ້ນລະບົບກໍ່ຈະທຳການຕິດຕັ້ງຕົວເອງ ກໍ່ບໍ່ມີຫຍັງແລ້ວ ເຫລືອແຕ່ຖ້າລູກດຽວ…
—-
ຄືຊິຖ້າອີກດົນ ກໍ່ເລີຍເປີດ Gaim ມາຫຼິ້ນກ່ອນດີກວ່າ ມັນຄືໂປຣແກຣມສົນທະນາທີ່ຮອງຮັບຫລາຍ ໆ ຄ່າຍ ບໍ່ວ່າຈະເປັນ MSN, Yahoo!, Google Talk, Jabber, QQ, ICQ, IRC ຯລຯ
—-
—-
ຫຼິ້ນໄດ້ໜ້ອຍໜຶ່ງ ພົບວ່າພາສາປ່ຽນບໍ່ໄດ້ ສົງໄສເປັນນຳກຳລັງຕິດຕັ້ງ ເລີຍເຊົາໃຊ້ ກັບມາຖ້າມັນໂຫລດຕໍ່…
—-
—-
ເມື່ອແລ້ວ ໆ ກໍ່ຈະໃຫ້ເຮົາເລືອກວ່າຈະ Restart ຫຼືໃຊ້ LiveCD ຕໍ່ໄປ ກໍ່ເລືອກ Restart ໄປ
ກໍ່ເປັນອັນເສັດສິ້ນພິທີການຕິດຕັ້ງ Ubuntu 7.04 Feisty Fawn ແລ້ວ





By Gun GTi on Apr 22, 2007 | Reply
แจ่ม
แต่ยังหา driver wifi-usb ไม่ได้เลย
เอิ๊กๆ
By Cool..!! man.. on Apr 23, 2007 | Reply
ຄັກໆ.. ຢາກລອງໃຊ້ເບິ່ງວ່າຈະເປັນຈັ່ງໃດ