Ubuntu 7.04 Feisty Release Candidate ຖືກເລື່ອນການເປີດຕົວອອກໄປ ເພາະມີບັນຫາກັບ ATA chipsets ບາງຮຸ່ນ ແລະບັນຫາກ່ຽວກັບການສະແດງສະຖານະຂອງການເຊື່ອມຕໍ່ ເຊິ່ງທາງຕົວແທນຂອງທີມງານໄດ້ແຈ້ງອອກມາວ່າ ຈະຕ້ອງໄດ້ເລື່ອນການເປີດຕົວອອກໄປກ່ອນ ແລະກໍ່ຍັງບໍ່ມີກຳຫນົດການໃຫມ່ອອກມາແຕ່ຢ່າງໃດ
ເລື່ອງນີ້ສົ່ງຜົນໃຫ້ Final ver. ນັ້ນ ອາດຈະຕ້ອງຖືກເລື່ອນໄປນຳພ້ອມ ແຕ່ທາງຕົວແທນຂອງ Ubuntu ກ່າວວ່າ ຈະພະຍາຍາມບໍ່ໃຫ້ຕ້ອງເລື່ອນ
ທີ່ມາ – UbuntuNews [via]
ອືມ… ເລື່ອນກໍ່ດີ ຈະໄດ້ຈັດການບັນຫາໃຫ້ຫມົດ ໆ ກ່ອນ ດີກວ່າເປີດຕົວອອກມາແລ້ວມີແຕ່ບັ໊ກ ^_^