ລາຍງານຈາກ Media Create ເຖິງຍອດຂາຍເຄື່ອງເກມຕ່າງ ໆ ໃນປະເທດຢີ່ປຸ່ນ ລະບຸວາເຄື່ອງເກມ PlayStation2 ນັ້ນ ມີຍອດຂາຍສູງກວ່າ PlayStation3 ເຊິ່ງເປັນເຄື່ອງເກມຮຸ່ນໃຫມ່ຈາກ Sony
PlayStation2 ຂາຍໄປໄດ້ 17,787 ເຄື່ອງ ປຽບທຽບກັບ PlayStation3 ທີ່ທຳຍອດຂາຍໄດ້ພຽງ 16,889 ໃນຂະນະທີ່ເຄື່ອງເກມຍອດຂາຍອັນດັບໜຶ່ງຍັງຄົງເປັນຂອງ DS Lite ຫລື Nintendo DS Lite ຈາກເຈົ້າພໍ່ເກມ Nintendo
- DS Lite: 79,897
- Wii: 51,365
- PSP: 39,077
- PS2: 17,787
- PS3: 16,889
- Xbox 360: 3,889
- GBA SP: 609
- Game Boy Micro: 588
- Gamecube: 205
- DS Phat: 115
- GBA: 9
ທີ່ມາ – MaxConsole.net
ບ້ານເຮົາກໍ່ຍັງຄົງນິຍົມ PS2 ຕໍ່ໄປ… ຍັງບໍ່ເຫັນຮ້ານເກມໃດກ້າເອົາ PS3 ມາປານນີ້ -_-“