au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

LAODEV.COM

ມີເວບໄຊຕ໌ມາແນະນຳໃຫ້ຮູ້ຈັກ Laodev.com ທີ່ມີຄຳຂວັນຂອງເວບວ່າ “ເວບໄຊຕ໌ຂອງຄົນລາວ ສຳຫລັບນັກພັດທະນາລາວ” ໂດຍເນື້ອຫາຫລັກ ໆ ໃນເວບກໍ່ຈະເປັນເລື່ອງກ່ຽວກັບຄອມພິວເຕີ ມີຂ່າວໃນແວດວົງໄອທີ, ຫາວຽກ, ເກັດຄວາມຮູ້, ຖາມ-ຕອບບັນຫາ ແລະຊື້ຂາຍ ເປັນອາທິ

Laodev.com

ແຕ່ວ່າ ເນື້ອຫາຫລາຍ ໆ​ ສ່ວນຄົງຈະກຳລັງຢູ່ໃນລະຫວ່າງການພັດທະນາຢູ່ ເພາະຍັງມີ 404 file not found ເຕັມໄປໝົດ ລວມເຖິງມີບັນຫາກັບ Firefox ເຮັດໃຫ້ຕ້ອງໃຊ້ Internet Explorer ເບິ່ງ ຈຶງຈະສະແດງຜົນໄດ້ຖືກ (ຕາມທີ່ເພິ່ນເຮັດມາ)

ເຖິງຢ່າງໃດກໍ່ຕາມ Laodev.com ກໍ່ຖືວ່າ ເປັນໜຶ່ງໃນເວບໄຊຕ໌ຂອງຄົນລາວທີ່ໜ້າຈັບຕາມອງ ເນື້ອຫາຫລາຍສ່ວນໃນເວບຖືວ່າຍັງສົດໃຫມ່ ກໍ່ຫວັງວ່າ ຕໍ່ໄປທາງທີມງານ Laodev ຈະແກ້ໄຂບັນຫາພາຍໃນເວບໄດ້ໃນໄວ ໆ​ ນີ້ :D

ປ.ລ. ຂໍແລກລິງກ໌ໄປ ບໍ່ຮູ້ເພິ່ນຈະສົນໃຈບລັອກນ້ອຍ ໆ ຂອງເຮົາບໍ່ :P

  • ຫນ້າສົນໃຈເນາະ
    ຫນ້າຕາດີໆ
    ເພິ່ນໃຊ້ໂປແແກມໃດສ້າງ

  • ໃນເວບກໍ່ຈະເປັນເຮື່ອງກ່ຽວກັບຄອມພິວເຕີ
    what is “ເຮື່ອງ” mean ?

  • OK, it’s fixed. Thank you for correcting me :)

You can follow any responses to this entry through the RSS 2.0 feed.