ມີລາຍງານວ່າ Windows Vista ລະບົບປະຕິບັດການໃຫມ່ຫລ້າສຸດຈາກ Microsoft ນັ້ນ ຖືກຄົ້ນພົບວ່າ ມີຂໍ້ຜິດພາດອັນແປກປະຫລາດກ່ຽວກັບໄຟລ໌ນາມສະກຸນ *.ani ເຊິ່ງມີຜົນເຮັດໃຫ້ Explorer ຈະທຳການ Restart ຕົວເອງແບບບໍ່ຢຸດຢັ້ງ ໂດຍຄາດການວ່າທາງ Microsoft ຄົງຈະມີ patch ອອກມາໃຫ້ດາວໂຫລດໃນໄວ ໆ ນີ້
ທ່ານສາມາດເບິ່ງວີດິໂອສາທິດບັ໊ກດັ່ງກ່າວໄດ້ດ້ານລຸ່ມ
[youtube hf0S0Vk7j6I]
ກ່ອນຫນ້ານີ້ກໍ່ມີເລື່ອງບັນຫາກ່ຽວກັບລະບົບຄວາມປອດໄພແປກ ໆ ຂອງວິສຕ້າອອກມາຄືເລື່ອງ ການສັ່ງງານດ້ວຍສຽງ ເຊິ່ງຫາກຜູ້ໃຊ້ວິສຕ້າເປີດໃຊ້ງານຄວາມສາມາດນີ້ ຈະເຮັດໃຫ້ເວບໄຊຕ໌ທີ່ບໍ່ຫວັງດີ ສາມາດຫລິ້ນໄຟລ໌ສຽງເພື່ອສັ່ງໃຫ້ວິສຕ້າທຳການປິດເຄື່ອງໄດ້ເປັນຕົ້ນ 😛