ມີເລື່ອງຊິເລົ່າໜ້ອຍໜຶ່ງ ພໍດີວ່າ ຕອນເຊົ້ານີ້ ບໍ່ຮູ້ຊິໄປເຮັດຫຍັງ ລະຫວ່າງທີ່ກຳລັງຫາວິທີຈັດການກັບບລັອກຫລັກຢູ່ ກໍ່ເລີຍເຂົ້າໄປນັ່ງແຊ່ໃນ Inlao.net ໂດຍສ້າງຫ້ອງ www.au8ust.org ແລ້ວນັ່ງແຊ່ຄົນດຽວ ເພາະບໍ່ມັກໄປສິງສະຖິດຫ້ອງຄົນອື່ນ
ໃນຂະນະທີ່ກຳລັງຈັດການກັບບລັອກຢູ່ນັ້ນເອງ ສະລັບແທບໃນ Firefox ໄປເບິ່ງ Inlao.net ປະກົດວ່າ ມີຄົນໃຊ້ຊື່ດຽວກັນເຂົ້າມາ ມາແລ້ວກໍພິມ icon ຍິ້ມມາ ແລ້ວກໍ່ໄປ ເລີຍນຳໄປເບິ່ງອີກຫ້ອງໜຶ່ງ ໄປເຫັນເພິ່ນ ລາຍນັ້ນກໍ່ເວົ້າໄປຕາມພາສາເພິ່ນນັ້ນລະ ກໍ່ບໍ່ຄິດຫຍັງຫລາຍ ຢູ່ໃຜຢູ່ມັນລະກັນ
ເຫດການນີ້ເຮັດໃຫ້ໄດ້ຮູ້ວ່າ…
- ໂອ້ວວວວວ!!! ເຮົາດັງຂະໜາດນີ້ເລີຍ 555+
- ລະບົບ chat ໃນ Inlao.net ກະຈອກຢ່າງເຖິງທີ່ສຸດ ບໍ່ຮູ້ຮອດຈຳແນກວ່າຊື່ນີ້ເປັນຊື່ທີ່ມີຄົນລົງທະບຽນແລ້ວ (ແລ້ວຈັກຊິໃຫ້ລົງທະບຽນໄປເຮັດຫຍັງຊັ້ນ?)
- ບ້ານເຮົາເລີ້ມມີພວກກໍ່ກວນໃນໂລກ Cyber ແບບບ້ານອື່ນເມືອງອື່ນແລ້ວ ^_^)/
ທຳອິດວ່າຈະຂຽນໄວ້ໃນ *real me ແລ້ວ ແຕ່ວ່າ ເອົາມາແປະໄວ້ບລັອກຫລັກນີ້ແຫລະ ຮຶຮຶຮຶ…
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ຜ່ານໄປເຫັນ theme ຂອງ phpBB ງາມດີ ເລີຍນຳມາຝາກ ເຜື່ອໃຜໃຊ້ phpBB ແລະກຳລັງຊອກຫາ theme ດີ ໆ ໃຊ້ ^_^

ດາວໂຫລດ | ເວບຜູ້ອອກແບບ
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ຫລັງຈາກທີ່ບໍ່ໄດ້ເຂົ້າໄປເບິ່ງດົນ ເພາະວ່າແຕ່ກ່ອນໃຊ້ເນັດ 56K (ຕໍ່ໄດ້ 52Kbps) ຈຶ່ງຊ້າຫລາຍ ຕອນຫລັງນີ້ປ່ຽນມາໃຊ້ ADSL 256K ເລີຍມີໂອກາດໄດ້ໄປລອງໃຊ້ບໍລິການແຜນທີ່ຈາກ Google Maps ອີກຄັ້ງໜຶ່ງ (ເຫດສືບເນື່ອງມາຈາກໂພສຕ໌ນີ້) ກໍ່ເລີຍໄດ້ຮູ້ວ່າ Google Maps ໄດ້ອັບເດດຄວາມຄົມຊັດຂອງແຜນທີ່ ໃນປະເທດລາວແດ່ແລ້ວ ເຖິງຈະເປັນສະເພາະບາງຈຸດກໍ່ຕາມ
ເປີດແຜນທີ່ມາຫລວງພະບາງ ຄ່ອຍ ໆ ເລື່ອນ ໆ ມາເບິ່ງ ປະກົດເຫັນ…

ເອ໊ະ!!? ມັນຢູ່ບ່ອນໃດຂອງຫລວງພະບາງ?? ຄິດບໍ່ອອກ 555
(more…)
ຂຽນໂດຍ au8ust |
5 ຄວາມຄິດເຫັນ »
Google PageRank ອັບເດດທຸກ ໆ 6 ເດືອນ ເຊິ່ງຕອນນີ້ກໍ່ກຳລັງປັບ ໆ BL ກັບ PR ຂຶ້ນເທື່ອລະນ້ອຍແລ້ວ ໂດຍສັງເກດວ່າ BL ຕອນນີ້ຈະຂຶ້ນໄປຢູ່ສູງພໍສົມຄວນ (ກ່ອນຫນ້ານີ້ຢູ່ທີ່ 31)

ແລ້ວກໍ່ ລອງກວດ PR ເບິ່ງ ປະກົດວ່າ ເຊີເວີຕ່າງ ໆ ຂອງ Google ເລີ້ມຈະປ່ຽນແປງຄ່າ PR ຂອງ au8ust’s tech channel ກັນແດ່ແລ້ວ
(more…)
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
Lao Antivirus 2007 ເປັນໂປຣແກຣມ Antivirus ທີ່ພັດທະນາໂດຍຄົນລາວ ມີອອກມາ ຮູ້ສຶກຈະຫລາຍເວີຊັນແລ້ວພໍສົມຄວນ ຜູ້ພັດທະນາມີຊື່ວ່າ “ອາເລັກໄຊ” ໄດ້ຍິນວ່າໃຊ້ VB ໃນການພັດທະນາ
ເອົາລະ ເພື່ອບໍ່ໃຫ້ເປັນການເສຍເວລາ ເຮົາມາເລີ່ມກັນເລີຍ ທຳອິດກໍ່ດາວໂຫລດຕົວຕິດຕັ້ງມາກ່ອນ ຮູ້ສຶກວ່າ ຈະເປັນ Antivirus ທີ່ມີຂະໜາດນ້ອຍຫລາຍ ນ້ອຍຈົນເຫລືອເຊື່ອ ຄາດວ່າຈະເປັນ Antivirus ທີ່ມີຂະຫນາດນ້ອຍທີ່ສຸດເທົ່າທີ່ເຄີຍເຫັນມາ ດ້ວຍຂະຫນາດພຽງ 1.5MB ເທົ່ານັ້ນ!
(more…)
ຂຽນໂດຍ au8ust |
໑ ຄວາມຄິດເຫັນ »
ຕັ້ງແຕ່ນີ້ຕໍ່ໄປ ຈະເລີ້ມຂຽນກ່ຽວກັບປລັກອິນສຳຫລັບ WordPress ມື້ລະໜ້ອຍ ໆ ເພື່ອອາດຈະເປັນປະໂຫຍດແດ່ບໍ່ຫລາຍກໍ່ໜ້ອຍ ເຊິ່ງກໍ່ຫວັງວ່າ ຈະມີຜູ້ສົນໃຈ
Pagebar v1.3.1a ເປັນປລັກອິນເພື່ອເພີ່ມແທບສຳຫລັບໄປຫນ້າຕ່າງ ໆ ທີ່ຢູ່ໃນບລັອກ ເພາະວ່າ ຕາມປົກກະຕິແລ້ວ ໃນ WordPress ນັ້ນ ເມື່ອເຮົາມີຫລາຍ ໆ ຫນ້າແລ້ວ ຈະມີລິງກ໌ໄປຫນ້າກ່ອນຫນ້ານີ້ເທົ່ານັ້ນ ແຕ່ບໍ່ສາມາດເລືອກໄດ້ວ່າຈະໄປໜ້າທີ່ເທົ່າໃດ ດັງນັ້ນ ຈຶ່ງມີປລັກອິນ Pagebar v1.3.1a ທີ່ວ່ານີ້ ໂດຍທີ່ເມື່ອເຮົາເປີດໃຊ້ງານແລ້ວ ກໍ່ຈະມີລັກສະນະດັ່ງໃນພາບ

(more…)
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ບໍ່ໄດ້ລົງຂ່າວດົນ ພໍດີໄປເຫັນ SS ໃຫມ່ຂອງພາກຕໍ່ເກມ Action ຍອດນິຍົມຈາກຄ່າຍ Capcom ອັນສ້າງຊື່ມາແລ້ວເຖິງ 3 ພາກ ເລີຍເອົາມາລົງ ເຊິ່ງໃນພາກນີ້ຈະລົງໃຫ້ທັງ PC, PS3 ແລະ Xbox 360 ເລີຍ (ຄາດວ່າຈະໄດ້ຫຼິ້ນຈາກ PC ລະເຮົາ
)

(more…)
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ໂປຣແກຣມເບິ່ງຫນັງຟັງເພງຍອດນິຍົມ Winamp (ອ່ານວ່າ “ວິນແອມ” ບໍ່ແມ່ນ “ວິນແຫນມ”
) ຄວາມສາມາດຫລາກຫລາຍ ຮອງຮັບໄຟລ໌ສຽງ ແລະໄຟລ໌ວີດິໂອໄດ້ຄົບຖ້ວນ ສາມາດປ່ຽນຫນ້າຕາໄດ້ພ້ອມ ແຖມຍັງ Rip ແຜ່ນຊີດີໄດ້ອີກ
ອອກເວີຊັນໃຫມ່ມາ ຄຸນສົມບັດຫລັກ ໆ ຂອງເວີຊັນໃຫມ່ກໍ່ຄືຮອງຮັບ IPv6 ລວມໄປເຖິງປັບປຸງ ແລະແກ້ໄຂຂໍ້ບົກພ່ອງຕ່າງ ໆ ຈາກກ່ອນໜ້ານີ້ ເຊັ່ນເລື່ອງ Unicode ແລະ Windows Vista ໂດຍທ່ານສາມາດອ່ານ changelog ໄດ້ຈາກລິງກ໌ນີ້
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »