Archive

Archive for March, 2007

BDA ຢັນ Blu-ray ຈະມາແທນທີ່ DVD ພາຍໃນ 3 ປີ!

March 16th, 2007

Frank Simonis ຜູ້ບໍລິຫານລະດັບສູງຂອງ Blu-ray Disc Association ປະຈຳ Europe ປະກາດດ້ວຍຄວາມໝັ້ນໃຈໃນງານ CeBit ຈັດຂຶ້ນໃນປະເທດເຢຍລະມັນວ່າ ພາຍໃນສາມປີໜ້ານີ້ Blu-ray ຈະຄອງຕຳແໜ່ງ DVD ຍຸກຫນ້າຢ່າງແນ່ນອນ

ທີ່ມາ - Crave

au8ust.org

ມາເລເຊຍໃຂ້ຫມາດົມກິ່ນຫາແຜ່ນລະເມີດລິກຂະສິດ

March 14th, 2007

ການລະເມີດລິກຂິສິດເລີ່ມທະວີຄວາມຮຸນແຮງຂຶ້ນຊັກໄຊ້ ບັນດາລັດຖະບານຂອງປະເທດຕ່າງ ໆ​ ກໍ່ພະຍາຍາມ ທີ່ຈະຫາວິທີການທີ່ຈະຫລຸດຜ່ອນການແຜ່ລະບາດດັ່ງກ່າວ ລວມເຖິງມາເລເຊຍ ທີ່ໃຊ້ຫມາດົມກິ່ນເຂົ້າຊ່ວຍໃນການຄົ້ນຫາແຜ່ນ ຊີດີ-ດີວີດີ ເຖື່ອນ

ຫມາດົມກິ່ນໃນວັນອັງຄານທີ່ຜ່ານມາ ທາງການຂອງມາເລເຊຍ ໄດ້ສາທິດການໃຊ້ຫມາດົມກິ່ນ ເພື່ອຄົ້ນຫາແຜ່ນຫນັງລະເມີດລິກຂະສິດ ໂດຍໃນການສາທິດນັ້ນ ແມ່ນໃຊ້ຫມາຕົວແມ່ສອງຕົວຊື່ວ່າ “ Flo ” ແລະ “ Lucky ” ເຂົ້າໄປປະຕິບັດພາລະກິດຄົ້ນຫາ ໃນໂຮງສິນຄ້າ ທີ່ມີກ່ອງບັນຈຸສິນຄ້າຖືກຫໍ່ຫຸ່ມໄວ້ເປັນຢ່າງດີກອງກ່າຍກັນຢູ່; ເມື່ອເຈົ້າຫນ້າທີ່ຫມາ ໄດ້ສັນຍານຂອງສິ່ງຜິດກົກຫມາຍແລ້ວ ກໍ່ຢຸດນັ່ງຢູ່ຫນ້າກ່ອງ ລໍຖ້າໃຫ້ເຈົ້າຫນ້າທີ່ຄົນມາຈັດການຕໍ່ໄປ

Read more…

au8ust.org ,

PSP redesign ມາແນ່ນອນ!

March 14th, 2007

Ray Maguire ຜູ້ອຳນວຍການບໍລິຫານຂອງ SCE UK ຢືນຢັນວ່າຈະມີ PSP ຮຸ່ນ redesign ຫລືຮຸ່ນທີ່ໄດ້ຮັບການອອກແບບໃຫມ່ແນ່ນອນ ໂດຍ Maguire ໄດ້ໃຫ້ລາຍລະອຽດວ່າ ໃນ PSP ຕົວໃຫມ່ນັ້ນ ຈະມີການອອກແບບໃຫ້ມີຂະຫນາດນ້ອຍລົງ ແລະເບົາຂຶ້ນ ແຕ່ບໍ່ໄດ້ເພີ່ມຄວາມສາມາດອື່ນ ໆ ເຂົ້າໄປ ລວມເຖິງຫນ້າຈໍ ກໍ່ຈະຍັງຄົງມີຂະຫນາດເທົ່າເກົ່າ

ເຖິງຢ່າງໃດກໍ່ຕາມ ລາຄາຂອງ PSP ຮຸ່ນອອກແບບໃຫມ່ນີ້ ຈະມີລາຄາທີ່ຕ່ຳກວ່າເກົ່າຢ່າງແນ່ນອນ ສຳຫລັບໃຜທີ່ຊື້ PSP ໄປກ່ອນແລ້ວກໍ່ຖືວ່າໄດ້ລອງຂອງໃຫມ່ລະກັນ ;P

ທີ່ມາ - GameIndustry.biz [via]

ບ້ານເຮົາບໍ່ຄ່ອຍເຫັນໃຜຫລິ້ນພວກເກມມືຖືປານໃດ ແຮງ PSP ກໍ່ແຮງແລ້ວໃຫຍ່ ຍັງບໍ່ເຄີຍເຫັນໃຜມີຊ້ຳ = =”

au8ust.org , , ,

Windows DreamScene ອອກ Content Pack ໃຫ້ລອງ

March 14th, 2007

ຫລັງຈາກທີ່ອອກ Windows DreamScene Preview Release ມາໄດ້ໄລຍະຫນຶ່ງແລ້ວ ທາງ Microsoft ກໍ່ປ່ອຍ Content Pack ເຊິ່ງມີພື້ນຫລັງໃຫ້ເລືອກໃຊ້ 4 ແບບນຳກັນ ໂດຍ 3 ໃນ 4 ນັ້ນຈະເປັນພາບກ່ຽວກັບທຳມະຊາດ ເຊັ່ນດອກໄມ້, ແມງໄມ້ ແລະ ສາຍຝົນ ເປັນຕົ້ນ ອັນສຸດທ້າຍແມ່ນພາບທີ່ສ້າງຈາກຄອມພິວເຕີ

ສຳຫລັບຜູ້ໃຊ້ Windows Vista ທີ່ຕ້ອງການທົດລອງໃຊ້ Windows DreamScene ກໍ່ສາມາດດາວໂຫລດມາໃຊ້ງານ ຜ່ານທາງ Windows Update ໄດ້ທັນທີ ນອກຈາກນັ້ນ ເມື່ອ DreamScene ຕົວເຕັມອອກມາ ກໍ່ຍັງຈະມີ Content Pack ທະຍອຍອອກມາໃຫ້ດາວໂຫລດກັນອີກເພີ່ມເຕີມ

Windows DreamScene ເປັນຫນຶ່ງໃນ Ultimate Extra ທີ່ມີໃນ Windows Vista Ultimate Edition ໃຊ້ສຳຫລັບເອົາໄຟລ໌ວີດິໂອລະດັບ HD (ວິດີໂອທີ່ມີຄວາມລະອຽດສູງ) ມາໃຊ້ເປັນ Wallpaper ໄດ້ ກາຍເປັນ Wallpaper ເຄື່ອນໄຫວ ໂດຍຜູ້ໃຊ້ອາດຈະເລືອກເອົາໄຟລ໌ WMV, MPG ມາໃຊ້ກໍ່ໄດ້ເຊັ່ນກັນ

ທີ່ມາ -  Windows Ultimate Blog [via]

au8ust.org ,

Viacom ຢື່ນຟ້ອງ YouTube ຮຽກຮ້ອງຄ່າເສຍຫາຍກວ່າພັນລ້ານ!

March 14th, 2007

Viacom ບໍລິສັດແມ່ຂອງ MTV ໄດ້ຢື່ນຟ້ອງ YouTube ແລະຮຽກຄ່າເສຍຫາຍເປັນເງິນຈຳນວນກວ່າ $1 ພັນລ້ານ ໂດຍໂຄສົກຂອງທາງ Viacom ອອກມາເວົ້າວ່າ ມີວີດິໂອຈາກເຄືອຂ່າຍໂທລະທັດຂອງ Viacom ຫລາຍກວ່າ 160,000 ລາຍການ ຖືກອັບໂຫລດໄປໄວ້ເທິງ YouTube ບໍ່ວ່າຈະເປັນຂອງລາຍການທີ່ມີຊື່ສຽງເຊັ່ນ Comedy Central, VH1 ແລະ Nickelodeon ເປັນຕົ້ນ ເຊິ່ງລາຍການເຫລົ່ານີ້ນັ້ນ ຖືກເປີດເບິ່ງຫລາຍກວ່າ 1.5 ພັນລ້ານຄັ້ງ!

ນອກຈາກນັ້ນຕົວແທນຈາກ Viacom ຍັງບອກວ່າ ທາງບໍລິສັດເອງບໍ່ຄິດວ່າ YouTube ຈະມີນະໂຍບາຍອອກມາ ປາບປາມການເພີ່ມຂຶ້ນຂອງຄລິບວີດິໂອເຫລົ່ານີ້ແຕ່ຢ່າງໃດ

ທີ່ມາ - MSNBC News [via]

YouTube ເປັບເວັບໄຊທ໌ທີ່ໃຫ້ບໍລິການ video-sharing ທີ່ໄດ້ຮັບຄວາມນິຍົມສູງ ແລະຍັງເປັນເວັບໄຊທ໌ທີ່ມີອັດຕາການຂະຫຍາຍຕົວ ແລະມີຜູ້ຊົມຫລາຍທີ່ສຸດເທົ່າທີ່ເຄີຍມີມາ ໂດຍປະຈຸບັນຖືກຂາຍໄປໃຫ້ກັບ Google Inc. ເປັນທີ່ຮຽບຮ້ອຍແລ້ວ

ອັນທີ່ຈິງ ເດືອນທີ່ຜ່ານມາ YouTube ກໍ່ເອົາວີດິໂອຄລິບຂອງ Viacom ອອກເປັນແສນລາຍການແລ້ວ ແຕ່ Viacom ເອງກໍ່ຍັງບໍ່ພໍໃຈ ຢາກໄດ້ຄ່າເສຍຫາຍ ແລະວິທີປ້ອງກັນບໍ່ໃຫ້ເກີດເຫດການແບບນີ້ຊ້ຳ ໆ ອີກ ສ່ວນພວກເຮັດ YouTube ເກົ່າກໍ່ໂຄດໂຊກດີ ທີ່ຂາຍ YouTube ໄດ້ກ່ອນມີບັນຫາໃຫຍ່ແບບນີ້ເກີດຂຶ້ນ (ຫລື Viacom ແລະບໍລິສັດອື່ນ ໆ ອາດຈະຕັ້ງໃຈຖ້າໃຫ້ Google ຊື້ແລ້ວຄ່ອຍຟ້ອງຢູ່ແລ້ວກໍ່ບໍ່ຈັກ ;P )

au8ust.org , ,

ໂມງປຸກພະລັງງານນ້ຳ

March 13th, 2007

Water Clockແນວຄິດອະນຸຮັກນິຍົມດີ ກັບໂມງປຸກທີ່ເບິ່ງແລ້ວແສນລ້ານຈະທຳມະດາ ແຕ່ມີຄວາມບໍ່ທຳມະດາຢູ່ທີ່ວ່າ ໃຊ້ນ້ຳເປັນພະລັງງານ! ພຽງເຕີມນ້ຳໃສ່ແທ່ງບັນຈຸດ້າຫລັງ ແລ້ວລໍຖ້າບໍ່ເກີນ 3 ນາທີ ທຸກຢ່າງກໍ່ຈະສາມາດໃຊ້ງານໄດ້!

Water Powered Alarm Clock ຫລືໂມງປຸກພະລັງງານນ້ຳນີ້ ມີຂະຫນາດ 12cm x 14cm ລາຄາພຽງ £4.99 ເຫມາະສຳຫລັບຊື້ເປັນຂອງຂວັນວັນເກີດ ອັນຫາທີ່ເຫມືອນໄດ້ຍາກ

ທີ່ມາ - ecotopia [via]

au8ust.org ,

Apple Design Awards 2007 ເປີດຮັບຜົນງານແລ້ວ

March 13th, 2007

ada_cubes.jpgApple Design Awards 2007 ເປັນການເປີດໃຫ້ຜູ້ພັດທະນາຊອຟແວຣ໌ Mac ສາມາດສົ່ງຊອຟແວຣ໌ ທີ່ຕົນພັດທະນາຂຶ້ນ ມາປະກວດໃນງານນີ້ໄດ້ ສຳຫລັບໃນປີນີ້ ກໍ່ມີລາຍການແຂ່ງຂັນດັ່ງນີ້ :

Apple Design Awards ປີນີ້ຈັດເປັນປີທີ່ 12 ແລ້ວ, ຜູ້ຊະນະການປະກວດຈະໄດ້ຮັບລາງວັນເປັນ ຜະລິດຕະພັນຕ່າງ ໆ ຂອງ Apple. ຜູ້ທີ່ຕ້ອງການເຂົ້າຮ່ວມ ຕ້ອງສົ່ງຜົນງານເຂົ້າປະກວດກ່ອນ 23 ເມສາ 2007 ໂດຍການປະກາດຜົນລາງວັນ ຈະມີຂຶ້ນໃນງານ Worldwide Developers Conference 2007 (WWDC) ເຊິ່ງຈະຈັດຂຶ້ນໃນວັນທີ່ 11-15 ມິຖຸນາ 2007 ທີ່ San Francisco

ທີ່ມາ - TUAW

ສົງໄສວ່າຂອງລາງວັນຊິມີ iPhone ບໍ່… ;)

au8ust.org ,

ມີດແຊມເລເຊີ !!

March 13th, 2007

scissors_270×203.gifອອກແບບມາເພື່ອໃຫ້ການຕັດຜ້ານັ້ນ ມີຄວາມແມ່ນຍຳສູງ ດ້ວຍການຕິດລຳແສງເລເຊີ ໄວ້ກັບມີດແຊມ ເຊິ່ງມີລາຄາພຽງ $20 :P

ແຕ່ເບິ່ງແລ້ວເປັນຕາຫ່ວງວ່າ ເວລາຍ້າຍມືແລ້ວແສງມັນກໍ່ຍ້າຍນຳ ບໍ່ສູ້ເອົາສີມາຂີດ ໆ ຫມາຍໄວ້ແບບເກົ່າຊ້ຳ LOL

ທີ່ມາ - Crave

au8ust.org ,

Flash-based hard drives ໂດຍ Intel

March 13th, 2007

vssdsm.jpgIntel ຜູ້ຜະລິດ CPU ລາຍໃຫຍ່ຂອງໂລກ ໄດ້ກຽມເປີດວາງຈຳຫນ່າຍ Z-U130 ເຊິ່ງເປັນ Hard drive ທີ່ໃຊ້ຫນ່ວຍຄວາມຈຳລະບົບ Flash ໂດຍເນັ້ນທຳຕະຫລາດໄປທີ່ກຸ່ມຜູ້ໃຊ້ຄອມພິວເຕີລາຄາປະຫຍັດ ລວມໄປເຖິງ Intel’s Classmate PC ທີ່ໃຊ້ເນື້ອທີ່ HDD ພຽງ 1GB ສຳຫລັບລະບົບປະຕິບັດການ Linux ແລະ 2GB ສຳຫລັບລະບົບປະຕິບັດການ Windows XP

ໂດຍໃນຂະນະນີ້ໂມເດລ 1GB ແລະ 2GB ມີວາງຈຳຫນ່າຍແລ້ວ ສ່ວນໂມເດລ 4GB, 8GB ຈະມີວາງຈຳຫນ່າຍໃນເດືອນຫນ້າ ແລະໃນຊ່ວງເຄິ່ງຫລັງຂອງປີນີ້ ກໍ່ຈະມີການວາງຈຳຫນ່າຍໂມເດລທີ່ມີຄວາມຈຸ 20GB ແລະ 40GB ຕາມດ້ວຍ 80GB, 160GB ໃນປີຫນ້ານີ້

ທີ່ມາ - vnunet [via Neowin]

ກິນຢູ່ຢ່າງພໍພຽງອີຫລີ lol

au8ust.org ,

XIOS ລະບົບປະຕິບັດການຜ່ານເວັບ

March 13th, 2007

Xcerion ບໍລິສັດຈາກສະວີເດັນ ໄດ້ເປີດເຜີຍລາຍລະອຽດຂອງ “ XIOS ” ຫລື Xcerion Internet Operating System –ລະບົບປະຕິບັດການທີ່ເຮັດວຽກຜ່ານອິນເຕີເນັດວ່າ ຈະມີກຳຫນົດການເປີດຕົວຢ່າງເປັນທາງການ ໃນຊ່ວງໄຕຣມາສທີ່ສາມຂອງປີນີ້

Web OS ແບບ XIOS ຈະມີຂໍ້ດີຢູ່ທີ່ຕົ້ນທຶນທີ່ຕ່ຳ, ບັນຫາໄວຣັສທີ່ນ້ອຍລົງ, ການສຳຮອງຂໍ້ມູນທີ່ດີຂຶ້ນ, ສາມາດອັບເກຣດ ແລະແກ້ໄຂຄວາມຜິດພາດໄດ້ງ່າຍ ແລະທີ່ສຳຄັນ ຜູ້ໃຊ້ຈະບໍ່ຖືກຍຶດຕິດ ໄວ້ກັບຄວມພິວເຕີພຽງເຄື່ອງໃດເຄື່ອງຫນຶ່ງອີກຕໍ່ໄປ. XIOS ວາງແຜນທີ່ຈະຜະລິດຊອຟແວຣ໌ຕ່າງ ໆ ອອກມາເປັນຈຳນວນຫລາຍພາຍໃນສາມປີນີ້ ແລະຈະມີທັງແບບຟຣີ ແລະແບບເສັຍເງິນ, ໂດຍໃນຈຸດຫລັງນີ້ ຈະເຮັດໃຫ້ຜູ້ພັດທະນາຊອຟແວຣ໌ມີຄ່າຕອບແທນ ຈາກການພັດທະນາຊອຟແວຣ໌ໃຫ້ກັບ XIOS

Mr. Arthursson ຕົວແທນຂອງ Xcerion ຍັງກ່າວວ່າ XIOS ບໍ່ໄດ້ມີເປົ້າຫມາຍຈະມາເຮັດຫນ້າທີ່ແທນ Applications ທີ່ມີໃນປະຈຸບັນ ແຕ່ຈະມາເຮັດຫນ້າທີ່ Applications ທີ່ຜູ້ໃຊ້ງານນັ້ນຕ້ອງການໃຊ້ງານ ໂດຍລາວໄດ້ໃຫ້ຄວາມຄິດເຫັນວ່າ ຜູ້ໃຊ້ງານສ່ວນຫລາຍ ໃຊ້ຄວາມສາມາດຂອງຊອຟແວຣ໌ໃນປະຈຸບັນພຽງ 40-50% ເທົ່ານັ້ນ

ທີ່ມາ - GOS

ສ່ວນຕົວແລ້ວເຫັນວ່າ Web OS ກໍ່ມີດີຫລາຍຢ່າງ ເຮົາສາມາດໄປໃຊ້ຄອມຂອງເຮົາຢູ່ໃສກໍ່ໄດ້ ຂໍພຽງມີອິນເຕີເນັດໃຊ້ ແຕ່ວ່າມັນກໍ່ມີຄວາມສ່ຽງ ຂໍ້ມູນທຸກຢ່າງຈະຖືກເກັບໄວ້ກັບ Server ຂອງທາງຜູ້ໃຫ້ບໍລິການ ແລະກໍ່ຍັງມີບັນຫາຈຸກຈິກອີກນາ ໆ ປະການ ເລີຍຄິດວ່າ Desktop ຄົງຈະຍັງຢູ່ຕໍ່ໄປອີກດົນລ່ະ

au8ust.org , ,