Mar
21st

Firefox 2.0.0.3 ແລະ Firefox 1.5.0.11

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 471 ຄັ້ງ

ອອກບໍ່ຫ່າງຈາກ v2.0.0.2 ປານໃດ ສຳຫລັບໃນເວີຊັນນີ້ນັ້ນ ຈະເປັນການແກ້ໄຂລະບົບຄວາມປອດໄພເປັນຫລັກ ແລະໃນ Firefox v1.5.0.11 ກໍ່ເຊັ່ນດຽວກັນ ເນື່ອງຈາກມີລາຍງານພົບວ່າ ມີຂໍ້ບົກພ່ອງໃນ Firefox ເຊິ່ງເຮັດໃຫ້ຜູ້ບໍ່ຫວັງດີ ສາມາດກວດສອບການໃຊ້ງານ Ports ຕ່າງ ໆ ໃນລະບົບຂອງຜູ້ໃຊ້ງານໄດ້ຫາກມີການໃຊ້ງານ FTP server ທີ່ຂຽນສະເພາະຂຶ້ນມາ ເຊິ່ງທາງ Mozilla ແນະນຳໃຫ້ຜູ້ໃຊ້ Firefox ທຳການອັບເດທໂດຍດ່ວນ.

Firefox ເປັນໂປຣແກຣມທ່ອງເວບຈາກ Mozilla ທີ່ກຳລັງຍາດແຍ່ງສ່ວນແບ່ງຂອງຕະຫລາດ Web Browser ກັບ IE ຂອງທາງ Microsoft ຢູ່ ເຊິ່ງທາງ au8ust.org ເອງ ກໍ່ແນະນຳໃຫ້ທຸກ ໆ ທ່ານ ໃຊ້ Firefox ໃນການຮັບຊົມ au8ust’s tech channel ເພາະຈະເຮັດໃຫ້ທ່ານສາມາດອ່ານເນື້ອຫາໃນບລັອກນີ້ໄດ້ດີຍິ່ງຂຶ້ນ! (ຕ້ອງລອງເອງຈິ່ງຈະຮູ້)

Mar
21st

FlashGet v1.82.1001

ໃນໝວດ au8ust.org | ໑ ຄວາມຄິດເຫັນ | ຄົນອ່ານ 316 ຄັ້ງ

ອອກເວີຊັນໃຫມ່ອີກຄັ້ງສຳຫລັບໂປຣແກຣມຊ່ວຍດາວໂຫລດຍອດນິຍົມ FlashGet, ເຊິ່ງໃນເວີຊັນໃຫມ່ ກໍ່ມີຈຸດປ່ຽນແປງຫລັກ ໆ ເຊັ່ນ Dropzone ທີ່ໜ້າໃຊ້ງານຫລາຍຂຶ້ນກວ່າເກົ່າ, ມີໄອຄອນໃຫມ່, ມີການຈັດຮຽນເມນູຕ່າງ ໆ ໃຫ້ເຂົ້າເຖິງໄດ້ງ່າຍຂຶ້ນ, ເພີ່ມລະບົບ Tab ເຂົ້າມາເປັ້ນຕົ້ນ

FlashGet ເປັນໂປຣແກຣມຊ່ວຍດາວໂຫລດ ທີ່ຮອງຮັບຫລາກຫລາຍ Protocols ບໍ່ວ່າຈະເປັນ HTTP, FTP, MMS, RTSP ໆລໆ ລວມໄປເຖິງຮອງຮັບ BitTorret ອີກນຳ. ຕົວໂປຣແກຣມສາມາດແບ່ງໄຟລ໌ອອກເປັນຫລາຍ ໆ​ ສ່ວນໄດ້ ເພື່ອໃຫ້ການດາວໂຫລດນັ້ນໄວຂຶ້ນໄດ້ (ອາດໄວຂຶ້ນເຖິງ 6-10 ເທົ່າສຳຫລັບການເຊື່ອມຕໍ່ອິນເຕີເນັດບາງປະເພດ) ເຊິ່ງໂປຣແກຣມນີ້ເປັນຟຣີແວຣ໌ ສາມາດດາວໂຫລດມາຕິດຕັ້ງໃຊ້ງານໄດ້ຟຣີ ບໍ່ມີຄ່າໃຊ້ຈ່າຍ

Mar
20th

ໝວດໃຫມ່ເປີດໃຫ້ບໍລິການແລ້ວກັບ Article (beta)

ໃນໝວດ au8ust.org | 3 ຄວາມຄິດເຫັນ | ຄົນອ່ານ 394 ຄັ້ງ

ຂໍປະຊາສຳພັນໜ້ອຍໜຶ່ງກ່ຽວກັບໝວດໃໝ່ ຕັ້ງຊື່ວ່າໝວດວ່າ “Articles beta” ຫຼືໝວດບົດຄວາມນັ້ນເອງ ໂດຍເປົ້າໝາຍຫຼັກກໍ່ຈະເປັນ ການຂຽນບົດຄວາມກ່ຽວກັບຄອມພິວເຕີທີ່ໜ້າສົນໃຈ ແລະເປັນປະໂຫຍດ ໃຫ້ບັນດາທ່ານໄດ້ຕິດຕາມອ່ານ ແລະນຳໄປໃຊ້ໃນຊີວິດປະຈຳວັນກັນ

ແຕ່ວ່າ ໃນເບື້ອງຕົ້ນນີ້ ກໍ່ຈະມີພຽງບົດຄວາມເລັກ ໆ ນ້ອຍ ໆ ແລະເປັນບົດຄວາມເກົ່າທີ່ເຄີຍລົງມາກ່ອນແລ້ວ ເອົາມາຈັດລວມກັນຊື່ ໆ ຕໍ່ໄປກໍ່ຄົງຈະໄດ້ເຫັນບົດຄວາມດີ ໆ ຫລາຍຂຶ້ນແນ່ນອນ

ທ່ານສາມາດເຂົ້າໃຊ້ງານໄດ້ຜ່ານທາງເມນູດ້ານເທິງ ເຊິ່ງມີຫົວຂໍ້ວ່າ “Articles beta

ກໍ່ຫວັງວ່າໝວດໃຫມ່ນີ້ຈະໄດ້ຮັບການຕ້ອນຮັບທີ່ດີ ແລະຢ່າລືມວ່າ ທ່ານສາມາດຮ່ວມສ້າງເນື້ອຫາໃນ au8ust’s tech channel ແຫ່ງນີ້ໄດ້ ໂດຍອາດຈະເປັນການຮ່ວມຂຽນຂ່າວ ຫລືຂໍບົດຄວາມທີ່ທ່ານສົນໃຈຈະສຶກສາເຂົ້າມາ ກໍ່ໄດ້ເຊັ່ນກັນ ;)

Mar
17th

ຈໍໂທລະທັດທີ່ໃຫຍ່ທີ່ສຸດໃນໂລກ (ໃນຕອນນີ້)

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 399 ຄັ້ງ

ກ່ອນຫນ້ານີ້ໃນງານ CES 2007 ທາງ Sharp ແລະ Panasonic ກໍ່ໄດ້ນຳສະເຫນີຈໍພາບທີ່ມີຂະຫນາດເຖິງ 108″ ແລະ 102″ ອອກມາໃຫ້ເຫັນກັນແລ້ວ ແຕ່ຄັ້ງນີ້ທີ່ງານ CeBIT ຮູ້ສຶກວ່າຈະໃຫຍ່ຍິ່ງກວ່າອີກ

ຈໍທີ່ວ່ານີ້ມີປະກົດຂຶ້ນໃນງານ CeBIT ໂດຍເປັນຈໍທີ່ມີຂະຫນາດໃຫຍ່ເຖິງ 205 ນິ້ວ ຄວາມລະອຽດລະດັບ HDTV ຜະລິດໂດຍບໍລິສັດສັນຊາດອິຕາລີ ຊື່ວ່າ TecnoVision ແຕ່ວ່າ ຍັງບໍ່ມີລາຍລະອຽດດ້ານເທັກນິກອອກມາຢ່າງເປັນທາງການແຕ່ຢ່າງໃດ ຄາດວ່າຄົງຈະຍັງບໍ່ມີວາງຈຳໜ່າຍໃນເວລາອັນໃກ້ນີ້

ທີ່ມາ - Tech Digest [via]

Mar
17th

10 Vista tips and tutorials

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 922 ຄັ້ງ

lifehack.org ເຮັດລາຍຊື່ເວັບໄຊທ໌ທີ່ມີບົດຄວາມກ່ຽວກັບວິທີປັບແຕ່ງ Windows Vista ເຊິ່ງຫນ້າສົນໃຈດີ ເຫມາະສຳຫລັບຜູ້ໃຊ້ງານ Vista ແລະຜູ້ທີກຳລັງຈະໃຊ້ Vista

ໃນບົດຄວາມທັງ 10 ນັ້ນມີ:

ທີ່ມາ - lifehack.org

Mar
17th

Mac OS X 10.4.9 ເພີ່ມ drivers ຂອງມືຖື

ໃນໝວດ au8ust.org | ໑ ຄວາມຄິດເຫັນ | ຄົນອ່ານ 377 ຄັ້ງ

ກ່ອນຫນ້ານີ້ທາງ Apple ໄດ້ອອກ patch ສຳຫລັບ Mac OS X 10.4.9 ອອກມາ (ເຊິ່ງແນ່ນອນວ່າ ບໍ່ໄດ້ລົງຂ່າວ 555+) ກໍ່ມີການປັບປຸງ ແລະແກ້ໄຂສ່ວນຕ່າງ ໆ​ ຂອງລະບົບ ແລະນອກຈາກນັ້ນ ກໍ່ຍັງມີການເພີ່ມການຮອງຮັບໂທລະສັບມືຖືໃຫມ່ ໆ ເຂົ້າໄປຕື່ນອີກ ເຊິ່ງມີລາຍຊື່ດັ່ງນີ້:

  • Motorola K1 Bluetooth + USB
  • Motorola K1m Bluetooth + USB
  • Motorola V3m Bluetooth + USB
  • Motorola L2 Bluetooth + USB
  • Samsung D600 Bluetooth
  • Samsung D900 Bluetooth
  • Nokia N80 Bluetooth + USB
  • Nokia E61 Bluetooth + USB
  • Nokia E62 Bluetooth + USB
  • Nokia N71 Bluetooth + USB
  • Nokia N72 Bluetooth + USB
  • Nokia N73 Bluetooth + USB
  • Nokia N91 Bluetooth + USB
  • Nokia N93 Bluetooth + USB
  • Nokia 6102 Bluetooth
  • Nokia 6103 Bluetooth
  • Nokia 6131 Bluetooth + USB
  • Sony Ericsson K610i Bluetooth + USB
  • Sony Ericsson K790i Bluetooth + USB
  • Sony Ericsson K800i Bluetooth + USB
  • Sony Ericsson Z525a Bluetooth + USB

ທີ່ມາ - MacRumors

Mar
17th

Wii ຍັງຄົງຄອງອັນດັບເຄື່ອງເກມຂາຍດີຕໍ່ໄປ

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 296 ຄັ້ງ

Wii ກາຍເປັນເຄື່ອງເກມທີ່ມີຍອດຂາຍ ຕິດອັນດັບສູງສຸດ ໃນອະເມລິການປະຈຳເດືອນກຸມພາໄປເປັນທີ່ຮຽບຮ້ອຍ ຕາມລາຍງານສະຖິຕິການຂາຍຂອງ NPD Group ດ້ວຍຍອດຂາຍທີ່ສູງກວ່າ 335,000 ເຄື່ອງ ແລະ 485,000 ເຄື່ອງສຳຫລັບ NintendoDS

ຕາມລາຍງານຂ່າວຍັງລະບຸອີກວ່າ ເຄື່ອງເກມຈາກ Nintendo ກາຍເປັນເຄື່ອງເກມທີ່ມີສ່ວນແບ່ງການຂາຍສູງເຖິງ 54% ຂອງເຄື່ອງເກມທັງຫມົດໃນເດືອນກຸມພາທີ່ຜ່ານມາ ເຊິ່ງທາງຜູ້ບໍລິຫານຂອງ Nintendo ປະຈຳອາເມລິກາໄດ້ໃຫ້ສຳພາດວ່າ ຮູ້ສຶກປື້ມປິຕິຍິນດີທີ່ເຫັນ Wii ຂາຍດິບຂາຍດີເຊັ່ນນີ້

ເຄື່ອງເກມ Wii ກາຍເປັນສູນລວມຄວາມບັນເທິງພາຍໃນບ້ານ ດ້ວຍຮູບແບບການຫລິ້ນທີ່ແຕກຕ່າງຈາກເຄື່ອງເກມອື່ນ ໆ ທີ່ເນັ້ນສະເພາະຜູ້ຊາຍ ແຕ່ສຳຫລັບ Wii ແລ້ວນັ້ນ ສາມາດຫລິ້ນໄດ້ທັງຄອບຄົວ ແລະຍັງສາມາດຊ່ວຍຫລຸດນ້ຳຫນັກໄດ້ອີກ!

ທີ່ມາ - MaxConsole.net

Mar
16th

Google Earth 4.0.2742

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 308 ຄັ້ງ


ເວີຊັນໃຫມ່ ສຳຫລັບໂປຣແກຣມແຜນທີ່ຈາກພາບຖ່າຍດາວທຽມ Google Earth ໂດຍໃນເວີຊັນນີອັບເດທໃຫຍ່ ໆ ກໍ່ຈະເປັນເລື່ອງບັ໊ກໃນ Windows Vista ແລະແກ້ໄຂໃຫ້ User ທີ່ມີສິດທິບໍ່ເຖິງ Administrator ສາມາດເບິ່ງ Rumsey maps ແລະ 3D textured buildings ໄດ້

Google Earth ເປັນໂປຣແກຣມຟຣີຈາກ Google ມີຄວາມສາມາດໃນການເບິ່ງແຜນທີ່ທົ່ວໂລກຈາກດາວທຽມ ສາມາດຄົ້ນຫາໂຮງຮຽນ, ສວນສາທາລະນະ, ຮ້ານອາຫານ, ໂຮງແຮມ ແລະອື່ນ ໆ ພ້ອມບອກເສັ້ນທາງຕ່າງ ໆ​. ສາມາດເບິ່ງຕຶກແລະພູມມິສາດຂອງປະເທດໃນແບບສາມມິຕິໄດ້

ໂດຍສ່ວນຕົວແລ້ວກໍ່ບໍ່ໄດ້ໃຊ້ດອກ ເນັດ 56K ກວ່າຊິໂຫລດມາໄດ້ ກວ່າຊິຖ້າແຜນທີ່ຂຶ້ນ -_-’