ໜັງສືພິມ El Diario ມີລາຍງານວ່າ ທາງການຂອງ Mexico ສັ່ງຫ້າມຮ້ານຄ້າທຸກແຫ່ງໃນລັດຂອງຕົນ ບໍ່ໃຫ້ຈັດຈຳໜ່າຍເກມ Tom Clancy’s Ghost Recon Advanced Warfighter 2 ຫລື GRAW2 ພາຍໃນລັດຢ່າງເດັດຂາດ
ເກມ GRAW2 ນັ້ນ ມີເນື້ອເລື່ອງສົມມຸດເກີດຂຶ້ນໃນປີ 2014 ໂດຍທີມ Ghost ຕ້ອງໄປປາບປາມຈາລະຈົນຊາວເມັກຊິກັນ ເຊິ່ງຈຸດນີ້ເອງທີ່ເຮັດໃຫ້ Reyes Baeza Terrazas ນາຍົກເທດສະມົນຕີຂອງເມືອງ Juárez ບໍ່ພໍໃຈເປັນຢ່າງຍິ່ງ ໂດຍເຫັນວ່າ ເກມນີ້ບໍ່ພຽງແຕ່ກ່າວຫາພົນລະເມືອງຂອງ Juárez ແຕ່ກ່າວຫາພົນລະເມືອງເມັກຊິກັນທັງປະເທດ