ຂໍປະຊາສຳພັນໜ້ອຍໜຶ່ງກ່ຽວກັບໝວດໃໝ່ ຕັ້ງຊື່ວ່າໝວດວ່າ “Articles beta” ຫຼືໝວດບົດຄວາມນັ້ນເອງ ໂດຍເປົ້າໝາຍຫຼັກກໍ່ຈະເປັນ ການຂຽນບົດຄວາມກ່ຽວກັບຄອມພິວເຕີທີ່ໜ້າສົນໃຈ ແລະເປັນປະໂຫຍດ ໃຫ້ບັນດາທ່ານໄດ້ຕິດຕາມອ່ານ ແລະນຳໄປໃຊ້ໃນຊີວິດປະຈຳວັນກັນ
ແຕ່ວ່າ ໃນເບື້ອງຕົ້ນນີ້ ກໍ່ຈະມີພຽງບົດຄວາມເລັກ ໆ ນ້ອຍ ໆ ແລະເປັນບົດຄວາມເກົ່າທີ່ເຄີຍລົງມາກ່ອນແລ້ວ ເອົາມາຈັດລວມກັນຊື່ ໆ ຕໍ່ໄປກໍ່ຄົງຈະໄດ້ເຫັນບົດຄວາມດີ ໆ ຫລາຍຂຶ້ນແນ່ນອນ
ທ່ານສາມາດເຂົ້າໃຊ້ງານໄດ້ຜ່ານທາງເມນູດ້ານເທິງ ເຊິ່ງມີຫົວຂໍ້ວ່າ “Articles beta”
ກໍ່ຫວັງວ່າໝວດໃຫມ່ນີ້ຈະໄດ້ຮັບການຕ້ອນຮັບທີ່ດີ ແລະຢ່າລືມວ່າ ທ່ານສາມາດຮ່ວມສ້າງເນື້ອຫາໃນ au8ust’s tech channel ແຫ່ງນີ້ໄດ້ ໂດຍອາດຈະເປັນການຮ່ວມຂຽນຂ່າວ ຫລືຂໍບົດຄວາມທີ່ທ່ານສົນໃຈຈະສຶກສາເຂົ້າມາ ກໍ່ໄດ້ເຊັ່ນກັນ 😉
เยี่ยมเลยครับ อ่านภาษาลาวยากนิดนึง มีหน้าพิเศษสำหรับบอกคนไทยได้ไหมครับ ว่าตัวอักษรลาวแต่ละตัว ออกเสียงตรงกับอักษรตัวไหนของไทย บางคำพอแกะ บางคำมึนเลยครับผม อิอิ
ຈັ່ງໃດກະຂໍໃຫ້ມີກຳລັງໃຈເຮັດຕໍ່ໄປ ຖ້າວ່າງໆນ້ອງຈະມາຮ່ວມຂຽນຂ່າວນຳ. 🙂