ໜຶ່ງໃນບໍລິສັດຜູ້ຜະລິດແລະຈັດຈຳໜ່າຍເກມລາຍໃຫຍ່ຂອງໂລກ Eidos Interactive ກຽມພ້ອມທີ່ຈະວາງຈຳໜ່າຍເກມຕ່າງ ໆ ຂອງຕົນຜ່ານທາງ Steam ໂດຍໄດ້ມີການເປີດເຜີຍວ່າ ຂໍ້ຕົກລົງສະບັບທຳອິດລະຫວ່າງທາງ Eidos ກັບ Steam ນັ້ນ ຈະເຮັດໃຫ້ມີເກມເກມດັງ ໆ ເປັນທີ່ນິຍົມທັງຫລາຍເຊັ່ນ Tomb Raider, Commandos ແລະ Hitman ສາມາດຊື້ແລະດາວໂຫລດມາຫລິ້ນໄດ້ຜ່ານທາງ Steam ໄດ້
ແລະພາຍໃນປີນີ້ ກໍ່ອາດຈະມີເກມໃຫມ່ ໆ ຢ່າງ Tomb Raider: Anniversary, Championship Manager 2007 ອອກວາງຈຳໜ່າຍຜ່ານທາງ Steam ອີກນຳ
ທີ່ມາ – Steam Powered [via]
ຂາຍຜ່ານ Steam ແບບນີ້ບ້ານເຮົາອົດເລີຍ ເພາະວ່າ Credit card ບໍ່ມີ ແຖມອິນເຕີເນັດກໍ່ຊ້າອີກ = =”