Mar
14th

Windows DreamScene ອອກ Content Pack ໃຫ້ລອງ

ໃນຫມວດ au8ust.org | ຂຽນໂດຍ au8ust

ຫລັງຈາກທີ່ອອກ Windows DreamScene Preview Release ມາໄດ້ໄລຍະຫນຶ່ງແລ້ວ ທາງ Microsoft ກໍ່ປ່ອຍ Content Pack ເຊິ່ງມີພື້ນຫລັງໃຫ້ເລືອກໃຊ້ 4 ແບບນຳກັນ ໂດຍ 3 ໃນ 4 ນັ້ນຈະເປັນພາບກ່ຽວກັບທຳມະຊາດ ເຊັ່ນດອກໄມ້, ແມງໄມ້ ແລະ ສາຍຝົນ ເປັນຕົ້ນ ອັນສຸດທ້າຍແມ່ນພາບທີ່ສ້າງຈາກຄອມພິວເຕີ

ສຳຫລັບຜູ້ໃຊ້ Windows Vista ທີ່ຕ້ອງການທົດລອງໃຊ້ Windows DreamScene ກໍ່ສາມາດດາວໂຫລດມາໃຊ້ງານ ຜ່ານທາງ Windows Update ໄດ້ທັນທີ ນອກຈາກນັ້ນ ເມື່ອ DreamScene ຕົວເຕັມອອກມາ ກໍ່ຍັງຈະມີ Content Pack ທະຍອຍອອກມາໃຫ້ດາວໂຫລດກັນອີກເພີ່ມເຕີມ

Windows DreamScene ເປັນຫນຶ່ງໃນ Ultimate Extra ທີ່ມີໃນ Windows Vista Ultimate Edition ໃຊ້ສຳຫລັບເອົາໄຟລ໌ວີດິໂອລະດັບ HD (ວິດີໂອທີ່ມີຄວາມລະອຽດສູງ) ມາໃຊ້ເປັນ Wallpaper ໄດ້ ກາຍເປັນ Wallpaper ເຄື່ອນໄຫວ ໂດຍຜູ້ໃຊ້ອາດຈະເລືອກເອົາໄຟລ໌ WMV, MPG ມາໃຊ້ກໍ່ໄດ້ເຊັ່ນກັນ

ທີ່ມາ -  Windows Ultimate Blog [via]




One Response to “Windows DreamScene ອອກ Content Pack ໃຫ້ລອງ”

  1. By arthuran on Mar 14, 2007 | Reply

    ของเล่นสำหรับคนเครื่องแรง

    ถึงแม้ผมจะใช้ Vista แต่ก็ไม่ได้เปิด Windows DreamScene เวลาใช้งานจริง
    เครื่องผมแค่ Windows Aero อย่างเดียวก็ลำบากแล้ว

    เคยลองแล้วกราฟ CPU กับ RAM พุ่งกระฉูดเลย = =”

Post a Comment