Apple Design Awards 2007 ເປັນການເປີດໃຫ້ຜູ້ພັດທະນາຊອຟແວຣ໌ Mac ສາມາດສົ່ງຊອຟແວຣ໌ ທີ່ຕົນພັດທະນາຂຶ້ນ ມາປະກວດໃນງານນີ້ໄດ້ ສຳຫລັບໃນປີນີ້ ກໍ່ມີລາຍການແຂ່ງຂັນດັ່ງນີ້ :
- Best Mac OS X Leopard Application
- Best Mac OS X User Experience
- Best Mac OS X Developer Tool
- Best Mac OS X Game
- Best Mac OS X Scientific Computing Solution
- Best Mac OS X Dashboard Widget
- Best Student Application
Apple Design Awards ປີນີ້ຈັດເປັນປີທີ່ 12 ແລ້ວ, ຜູ້ຊະນະການປະກວດຈະໄດ້ຮັບລາງວັນເປັນ ຜະລິດຕະພັນຕ່າງ ໆ ຂອງ Apple. ຜູ້ທີ່ຕ້ອງການເຂົ້າຮ່ວມ ຕ້ອງສົ່ງຜົນງານເຂົ້າປະກວດກ່ອນ 23 ເມສາ 2007 ໂດຍການປະກາດຜົນລາງວັນ ຈະມີຂຶ້ນໃນງານ Worldwide Developers Conference 2007 (WWDC) ເຊິ່ງຈະຈັດຂຶ້ນໃນວັນທີ່ 11-15 ມິຖຸນາ 2007 ທີ່ San Francisco
ທີ່ມາ – TUAW
ສົງໄສວ່າຂອງລາງວັນຊິມີ iPhone ບໍ່… 😉