ໃນງານ GDC ທີ່ຜ່ານມາ ຕົວແທນຈາກ Dolby ໄດ້ໃຫ້ຄວາມຄິດເຫັນ ກ່ຽວກັບໄຟລ໌ສຽງດົນຕີ ທີ່ຈະໃຊ້ໃນລະບົບເກມຍຸກຫນ້າ ຫລືທີ່ເອີ້ນ Next-Gen ນັ້ນ ຈະປ່ຽນກັບມາໃຊ້ເປັນ MIDI ແທນ ໂດຍໄດ້ມີການພັດທະນາ ແລະປັບປຸງເພື່ອໃຊ້ຮ່ວມກັບຄວາມສາມາດຂອງເຄື່ອງເກມໃຫມ່ ໆ ໃຫ້ ມີຄວາມສາມາດທີ່ໃກ້ຄຽງ ແລະອາດຈະເຫນືອກວ່າໄຟລ໌ສຽງແບບທີ່ໃຊ້ກັນໃນປະຈຸບັນອີກ ທີ່ສຳຄັນ ຍັງສາມາດປະຫຍັດເນື້ອທີ່ ໃນການເກັບຂໍ້ມູນ ແລະຄວາມໄວໃນການເຂົ້າເຖິງທີ່ສູງກວ່າແບບເກົ່າ
MIDI ຄັ້ງຫນຶ່ງເຄີຍເປັນຮູບແບບຂອງໄຟລ໌ສຽງ ທີ່ນິຍົມໃຊ້ກັນຫລາຍໃນເກມລະບົບຕ່າງ ໆ ເນື່ອຈາກມີຂະຫນາດທີ່ນ້ອຍ ແລະມີຄວາມໄວໃນການໂຫລດໃຊ້ງານ ແຕ່ດ້ວຍຂໍ້ຈຳກັດຂອງຕົວ MIDI ເອງ ເຮັດໃຫ້ມີຮູບແບບໄຟລ໌ສຽງອື່ນ ໆ ຖືກນຳມາໃຊ້ແທນ