ຈາກທີ່ກ່ອນຫນ້ານີ້ XBOX360 ເຊິ່ງເປັນເຄື່ອງເກມຮຸ່ນຫລ້າສຸດຂອງ Microsoft ຖືກຄົ້ນພົບຂໍ້ບົກພ່ອງທີ່ມີໃນລະບົບ ແລະເຮັດໃຫ້ຜູ້ໃຊ້ງານ ສາມາດທີ່ຈະຕິດຕັ້ງ ລະບົບປະຕິບັດການອື່ນເຊັ່ນ Linux ລວມໄປເຖິງຊອຟແວຣ໌ເກມລະເມີດລິກຂະສິດອື່ນ ໆ ລົງໄປໃນລະບົບໄດ້ນັ້ນ ໃນທີ່ສຸດທາງ Microsoft ກໍ່ໄດ້ອອກ Patch ເພື່ອແກ້ໄຂຂໍ້ຜິດພາດດັ່ງກ່າວແລ້ວ ໂດຍຈະຖືກຕິດຕັ້ງອັດຕະໂນມັດຜ່ານບໍລິການ XBOX Live ແລະຫລັງຈາກຕິດຕັ້ງແລ້ວ ກໍ່ຈະບໍ່ສາມາອາໄສຂໍ້ບົດພ່ອງດັ່ງກ່າວ ເພື່ອກະທຳການໃດ ໆ ຕາມເກົ່າໄດ້ອີກ
ຂໍ້ບົກພ່ອງດັ່ງກ່າວຖືກຄົ້ນພົບໃນຊ່ວງເດືອນທັນວາ ຂອງປີກາຍນີ້ ແລະເຮັດໃຫ້ຜູ້ໃຊ້ງານ ສາມາດເຂົ້າຄວບຄຸມລະບົບຮາດແວຣ໌ທັງຫມົດໄດ້