au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

ກຽມພົບໂນ້ດບຸກ dual-GPU ຈາກ Gigabyteໃນງານ CeBIT

Gigabyte Technology ກຽມເປີດຕົວໂນ້ດບຸກ dual-GPU ຂອງຕົນໃນງານ CeBIT ປະຈຳປີນີ້ ໂດຍໂນ້ດບຸດດັ່ງກ່າວ ທາງ Gigabyte ອ້າງວ່າ ເປັນໂນ້ດບຸກທີ່ເຄື່ອງທຳອິດຂອງໂລກທີ່ມີ GPU ເຖິງສອງຕົວໃນເຄື່ອງດຽວ

ໃນວັນອັງຄານທີ່ຜ່ານມາ Gigabyte –ບໍລິສັດຜະລິດຄອມພິວເຕີຈາກໄຕ້ຫວັນ ໄດ້ມີຖະແຫລງການອອກມາວ່າ ຈະມີການເປີດເຜີຍໂນ້ດບຸກ ຫລາຍຮຸ່ນໃນສາຍການຜະລິດ W ໃນງານ CeBIT ຈັດຂຶ້ນທີ່ປະເທດເຢັຍລະມັນ ໂດຍລາຍລະອຽດຕ່າງ ໆ ຂອງຜະລິດຕະພັນນັ້ນ ຍັງບໍ່ມີອອກມາ ເຊິ່ງຄາດວ່າ ທາງ Gigabyte ຄົງຈະເກັບໄວ້ເປີດເຜີຍໃນງານບາດດຽວ

ທີ່ມາ – Electronista

You can follow any responses to this entry through the RSS 2.0 feed.