ລັດຖະບານຈີນສັ່ງງົດຮ້ານອິນເຕີເນັດເປີດໃຫມ່
ສຳນັກຂ່າວ Xinhua ລາຍງານວ່າ ລັດຖະບານຈີນໄດ້ມີປະກາດ ຫ້າມການອະນຸມັດຮ້ານອິນເຕີເນັດຄາເຟ່ ທີເປີດໃຫມ່ພາຍໃນປີນີ້ ໂດຍສຳນັກຂ່າວດັ່ງກ່າວໄດ້ໃຫ້ຂໍ້ມູນວ່າ ເປັນສ່ວນຫນຶ່ງຂອງ ແຜນການຫລຸດຜ່ອນ ອັດຕາສ່ວນບັນຫາຮຸນແຮງຕ່າງ ໆ ທີ່ເກີດຂຶ້ນຈາກການໃຊ້ອິນເຕີເນັດ ແລະສຳຫລັບຮ້ານອິນເຕີເນັດໃດ ທີ່ໄດ້ຮັບອະນຸຍາດໃຫ້ເປີດໄດ້ນັ້ນ ຈະຕ້ອງຮີບເລັ່ງທຳການເຮັດໃບຢັ້ງຢືນໃຫ້ຄົບຖ້ວນກ່ອນຫມົດເດືອນມິຖຸນານີ້
ຈາກລາຍງານຂອງປີກາຍ ຈີນມີຮ້ານອິນເຕີເນັດທັງຫມົດປະມານ 113,000 ແຫ່ງທົ່ວປະເທດ ແລະມີອັດຕາການເພີ່ມຂຶ້ນຂອງຜູ້ໃຊ້ງານ ທີ່ສູງເຖິງ 132 ລ້ານຄົນ ຄິດເປັນອັດຕາສ່ວນ 30%
ທີ່ມາ – BBC News [via Neowin.net]



