XG Station ກາຣ໌ດຈໍພາຍນອກ ທີ່ໃຊ້ອິນເຕີເຟສແບບ PCIe ຈາກ ASUS ມີກຳຫນົດວາງຈຳຫນ່າຍພາຍໃນເດືອນຫນ້ານີ້ ໂດຍຈະຂາຍພ້ອມກັບກາຣ໌ດຈໍ PCIe ທຳມະດາ ເຊິ່ງລາຄາກໍ່ຈະຂຶ້ນຢູ່ກັບກາຣ໌ດລຸ້ນນັ້ນ ໆ. XG Station ຈະມາພ້ອມກັບຄວາມສາມາດໃນການ overclock ໃນຕົວ ແລະຫນ້າຈໍທີ່ບອກລາຍລະອຽດກ່ຽວກັບການທຳງານຕ່າງ ໆ ເຊັ່ນຄວາມໄວ GPU clock, ອຸຫະພູມ, ສະຖານະການທຳງານຂອງລະບົບສຽງ, FPS ແລະອື່ນ ໆ
ASUS ກຳຫນົດເປົ້າຫມາຍຂອງ XG Station ເປັນກຸ່ມຜູ້ໃຊ້ງານຄອມພິວເຕີໂນ້ດບຸກ ທີ່ຕ້ອງການປະສິດທິພາບ ໃນການປະມວນຜົນດ້ານກຣາຟຟິກ ທີ່ສູງກວ່າລະດັບປົກກະຕິ ເຊັ່ນຜູ້ໃຊ້ທີ່ເນັ້ນຫນັກໃນການຫລິ້ນເກມເປັນຕົ້ນ
ທີ່ມາ – Neowin.net